ຝຣັ່ງຄຽດໜັກ! ຄາຣິມ ເບນເຊມ່າ ບາດເຈັບອີກຄັ້ງຫລັງຈາກລົງຊ້ອມ ມີໂອກາດຖອນໂຕສູງຈາກບານໂລກ

- fef4092 5779066 01 06 - ຝຣັ່ງຄຽດໜັກ! ຄາຣິມ ເບນເຊມ່າ ບາດເຈັບອີກຄັ້ງຫລັງຈາກລົງຊ້ອມ ມີໂອກາດຖອນໂຕສູງຈາກບານໂລກ
- kitchen vibe - ຝຣັ່ງຄຽດໜັກ! ຄາຣິມ ເບນເຊມ່າ ບາດເຈັບອີກຄັ້ງຫລັງຈາກລົງຊ້ອມ ມີໂອກາດຖອນໂຕສູງຈາກບານໂລກ

ທີມຊາດຝຣັ່ງ ພົບກັບຂ່າວຮ້າຍກ່ອນໄປບານໂລກ 2022 ເມື່ອ ຄາຣິມ ເບນເຊມ່າ ກອງໜ້າຕົວຄວາມຫວັງຂອງທີມ ໄດ້ຮັບບາດເຈັບໃນລະຫວ່າງການຝຶກຊ້ອມຄັ້ງທໍາອິດກັບທີມເມື່ອຄືນວັນເສົາ (19 ພະຈິກ) ທັງທີ່ຫາກໍ່ເຊົາຈາກການບາດເຈັບທີ່ຫົວເຂົ່າ ແລະ ກ້າມຊີ້ນຫລັງຂາມາກ່ອນນີ້.

ໂດຍສື່ທ້ອງຖິ່ນ RTL ແລະ RMC Sport ລາຍງານວ່າ ການບາດເຈັບທີ່ເກີດຂຶ້ນຢູ່ບໍລິເວນຕົ້ນຂາ ແລະ ບໍ່ກ່ຽວຂ້ອງກັບການບາດເຈັບເມື່ອບໍ່ດົນມານີ້, ໂດຍນັກເຕະ 34 ປີ ຈະເຂົ້າຮັບການຈາກທີມແພດຢ່າງລະອຽດໃນວັນນີ້

ທາງ Fabrizio Romano ນັກຂ່າວກິລາທີ່ມີຊື່ສຽງ ຍັງໄດ້ລາຍງານກ່ຽວກັບເລື່ອງນີ້ ໂດຍກ່າວວ່າ: ເຈົ້າຂອງ Ballon d’Or ຫລ້າສຸດ ມີໂອກາດສູງທີ່ຈະຖອນໂຕອອກຈາກທີມຊາດ ເນື່ອງຈາກທີມຊາດຝຣັ່ງ ເປັນຫ່ວງຫລາຍກັບບັນຫານີ້ ຂະນະທີ່ລໍຖ້າການສະແກນຜົນຂອງການບາດເຈັບທີ່ຮຸນແຮງ ອາດຈະພາດເກມທໍາອິດກັບ ອົດສະຕຣາລີ ໃນຄືນວັນອັງຄານນີ້.

- 3 - ຝຣັ່ງຄຽດໜັກ! ຄາຣິມ ເບນເຊມ່າ ບາດເຈັບອີກຄັ້ງຫລັງຈາກລົງຊ້ອມ ມີໂອກາດຖອນໂຕສູງຈາກບານໂລກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!