ການຈັດອັນດັບ ທັກສະພາສາອັງກິດ ຂອງປະເທດແລະ ເຂດແຄວ້ນ ທີ່ບໍ່ໄດ້ໃຊ້ພາສາອັງກິດເປັນຫຼັກ
November 20, 2022 - 11:30 AM
ເວັບໄຊ EF English Proficiency Index ຊຶ່ງເປັນແພລັດຟອມ ທີ່ໃຫຍ່ທີ່ສຸດຂອງໂລກ ໃນການຈັດອັນດັບ ທັກສະພາສາອັງກິດ ຂອງປະເທດ ແລະ ເຂດແຄວ້ນ ທີ່ບໍ່ໄດ້ໃຊ້ພາສາອັງກິດເປັນຫຼັກ ດ້ວຍການວັດຄະແນນຜົນເສັງ ຈາກຜູ້ໃຫຍ່ ຈໍານວນ 2.1 ລ້ານຄົນ ໃນ 111 ປະເທດ ແລະ ເຂດແຄວ້ນ ປະຈໍາປີ 2022
ການຈັດລະດັບ ທັກສະພາສາອັງກິດອາຊຽນ ມີຄື:
1.
ສິງກະໂປ #2 ຂອງໂລກ

2.
ຟິລິປິນ #22 ຂອງໂລກ

3.
ມາເລເຊຍ #24 ຂອງໂລກ

4.
ຫວຽດນາມ #60 ຂອງໂລກ

5.
ອິນໂດເນເຊຍ #81 ຂອງໂລກ

6.
ມຽນມາ #93 ຂອງໂລກ

7.
ກໍາປູເຈຍ #94 ຂອງໂລກ

8.
ໄທ #97 ຂອງໂລກ

9.
ລາວ #111 ຂອງໂລກ

ບຣູໄນ (ບໍ່ມີຂໍ້ມູນ)
ການຈັດອັນດັບ ແມ່ນອີງໃສ່ຄະແນນຈາກການສອບເສັງ EF Standard English Test (EF SET) ຊຶ່ງເປັນເຄື່ອງມື ທົດສອບ ການໃຊ້ພາສາອັງກິດ ທີ່ນິຍົມໃຊ້ ໃນທົ່ວໂລກ.
ອັນດັບ 1 ທີ່ມີທັກສະ ການໃຊ້ພາສາອັງກິດ ດີທີ່ສຸດ ແມ່ນປະເທດ Netherlands 

ເບິ່ງຂໍ້ມູນເພີ່ມຕື່ມທີ່ລິ້ງ https://www.ef-czech.cz