ບັນດາບໍລິສັດ, ຫົວໜ່ວຍແຮງງານ ແລະ ໂຄງການລົງທຶນຕ່າງໆ ໃນລາວ ມີຄວາມຕ້ອງການແຮງງານ 11.000 ຕຳແໜ່ງ
November 20, 2022 - 12:48 PM
ວັນທີ 17-20 ພະຈິກ 2022 ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ (ຮສສ ນວ) ເປີດງານນັດພົບແຮງງານ ປະຈໍາປີ 2022 ມີບັນດາບໍລິສັດ, ຫົວໜ່ວຍແຮງງານ ແລະ ໂຄງການລົງທຶນຕ່າງໆ ທີ່ມີຄວາມຕ້ອງການແຮງງານເຖິງ 11.000 ຕຳແໜ່ງ ລໍຖ້າຮັບສະໝັກ ຄາດວ່າຈະມີກໍາລັງແຮງງານ ທີ່ພວມຊອກວຽກເຮັດ, ຜູ້ວ່າງງານ, ຜູ້ຕ້ອງການປ່ຽນວຽກໃໝ່ ແລະ ນັກຮຽນ-ນັກສຶກສາທີ່ຮຽນຈົບຈາກສະຖາບັນການສຶກສາແຫ່ງຕ່າງໆຈະເຂົ້າຮ່ວມຫລາຍກ່ວາ 3.000 ຄົນ, ມີຜູ້ມາຊອກວຽກເຮັດງານທຳເຖິງ 2.000 ກວ່າຄົນ ແລະ ຄາດວ່າຈະມີຜູ້ໄດ້ບັນຈຸເຂົ້າເຮັດວຽກເຖິງ 1.000 ກວ່າຄົນ.
ງານນັດພົບແຮງງານຄັ້ງນີ້, ແມ່ນການສືບຕໍ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງ ນວ ເພື່ອບັນລຸຄາດໝາຍດ້ານແຮງງານ ແນໃສ່ເຮັດໃຫ້ອັດຕາການວ່າງງານຫລຸດລົງ ທັງເປັນການສົ່ງເສີມການມີວຽກເຮັດງານທຳໃຫ້ຊາວໜຸ່ມ ແລະ ເປັນການແກ້ໄຂບັນຫາຄວາມທຸກຍາກ ໃຫ້ແກ່ປະຊາຊົນ, ພ້ອມນັ້ນ ຍັງເປັນການຊຸກຍູ້ສົ່ງເສີມການມີວຽກເຮັດງານທຳໃຫ້ແກ່ກຳລັງແຮງງານ ແລະ ສ້າງໂອກາດໃຫ້ຜູ້ອອກແຮງງານ ໄດ້ເຂົ້າເຖິງຂໍ້ມູນຂ່າວ ສານການຕະຫລາດແຮງງານ ຢ່າງກວ້າງຂວາງ ສາມາດດັດສົມຄວາມຕ້ອງການ ແລະ ການສະໜອງຂອງຕະຫລາດແຮງງານ ເປັນໂອກາດດີໃຫ້ບັນດາຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ຫລື ຜູ້ກຳລັງຊອກວຽກເຮັດງານທຳຜູ້ຕ້ອງ ການປ່ຽນວຽກໃໝ່ ບັນດາຊາວໜຸ່ມຍິງ-ຊາຍທີ່ຮຽນຈົບ ແລະ ກຳລັງຈະຮຽນຈົບ ຫລື ກຳລັງສຶກສາຮໍ່າຮຽນວິຊາຊີບຢູ່ຕາມສະຖາບັນການສຶກສາຕ່າງໆ ໄດ້ມາພົບກັນ ເພື່ອຮັບສະໝັກງານ ແລະ ວາງແຜນແນະແນວອາຊີບຂອງຕົນເອງ. ນອກນັ້ນ, ຍັງສ້າງໂອກາດໃຫ້ສູນຝຶກວິຊາຊີບ ແລະ ຜູ້ຕ້ອງການຝຶກ ເພື່ອຍົກລະດັບສີມືແຮງງານຂອງຕົນໄດ້ມາພົບປະກັນ ເພື່ອຂຶ້ນທະບຽນໃນການຝຶກວິຊາຊີບ.
ງານນັດພົບແຮງງານ ປະຈຳປີ 2022 ໄດ້ມີການຕັ້ງໂຕະຮັບສະໝັກງານຂອງຫົວໜ່ວຍທຸລະກິດ, ຫົວໜ່ວຍການຜະລິດການບໍລິການ ແລະ ບໍລິສັດຈັດຫາງານ ເພື່ອໃຫ້ຄຳແນະນຳກ່ຽວກັບຂັ້ນຕອນສະໝັກງານ ການຈັດຈ້າງງານ ໂດຍມີບັນດາສູນຝຶກວິຊາຊີບ, ວິທະຍາໄລ ມາສາທິດການຝຶກວິຊາຊີບ, ການແຂ່ງຂັນສີມືແຮງງານ ແລະ ແນະ ນຳສາຂາວິຊາອາຊີບຮຽນ.
ນອກຈາກນີ້, ຍັງມີບັນດາການຈັດຕັ້ງຈາກພາກລັດ ທີ່ກ່ຽວຂ້ອງກັບວຽກແຮງງານມາແນະນໍາໃຫ້ຄວາມຮູ້ກ່ຽວກັບກົດໝາຍແຮງງານ, ລະບຽບການອອກແຮງງານ, ດ້ານສະຫວັດດີການສັງຄົມ ເພື່ອໃຫ້ຊາວຜູ້ອອກແຮງງານ ໄດ້ຮັບຜົນປະໂຫຍດອັນສູງສຸດໃນການອອກແຮງງານ.