ເຫັນດີໃຫ້ເອກະຊົນເຊົ່າທີ່ດິນລັດ 52 ກວ່າເຮັກຕາ ເພື່ອສ້າງໂຮງງານຜະລິດປຸງແຕ່ງໂຊດາໄຟ ເປັນເວລາ 30ປີ

- IMG 9645 1024x683 1 - ເຫັນດີໃຫ້ເອກະຊົນເຊົ່າທີ່ດິນລັດ 52 ກວ່າເຮັກຕາ ເພື່ອສ້າງໂຮງງານຜະລິດປຸງແຕ່ງໂຊດາໄຟ ເປັນເວລາ 30ປີ
- kitchen vibe - ເຫັນດີໃຫ້ເອກະຊົນເຊົ່າທີ່ດິນລັດ 52 ກວ່າເຮັກຕາ ເພື່ອສ້າງໂຮງງານຜະລິດປຸງແຕ່ງໂຊດາໄຟ ເປັນເວລາ 30ປີ

ວັນທີ 18 ພະຈິກ 2022 ຜ່ານມານີ້, ກະຊວງການເງິນ, ໄດ້ຕາງໜ້າລັດຖະບານລົງນາມເຊັນສັນຍາເຫັນດີໃຫ້ບໍລິສັດເອກະຊົນເຊົ່າທີ່ດິນຂອງລັດຈໍານວນ 52 ເຮັກຕາກັບ 474 ຕາແມັດ, ຊຶ່ງຕັ້ງຢູ່ບ້ານດົງໃຕ້, ເມືອງທ່າແຂກ ແຂວງຄໍາມ່ວນ, ເພື່ອດໍາເນີນໂຄງການສ້າງໂຮງງານຜະລິດປຸງແຕ່ງໂຊດາໄຟ ຊຶ່ງພື້ນທີ່ດັ່ງກ່າວແມ່ນອນຢູ່ໃນເຂດ 2, ໂດຍມີກໍານົດອາຍຸສັນຍາເຊົ່າທີ່ດິນຂອງລັດ 30 ປີ, ເລີ່ມແຕ່ປີ 2022 ເຖິງ 2052.

ສໍາລັບອັດຕາຄ່າເຊົ່າແມ່ນປະຕິບັດຕາມລັດຖະບັນຍັດຂອງປະທານປະເທດວ່າດ້ວຍອັດຕາຄ່າເຊົ່າ ແລະ ຄ່າສໍາປະທານທີ່ດິນຂອງລັດ ສະບັບເລກທີ 02/ປປທ, ລົງວັນທີ 18 ພະຈິກ 2009 ມາດຕາ 6, ເພື່ອກິດຈະການອຸດສາຫະກໍາຂໍ້ທີ 15 ໃນອັດຕາ 800 ໂດລາສະຫະລັດ/ເຮັກຕາ/ປີ, ຊຶ່ງເລີ່ມເກັບຄ່າເຊົ່ານັບແຕ່ປີ 2022 ເປັນຕົ້ນໄປ ແລະ ທຸກໆ 5 ປີໃດໃຫ້ເພີ່ມຂຶ້ນ 5% ຂອງອັດຕາເຊົ່າທີ່ດິນຂອງລັດ.

ນອກນັ້ນ, ບໍລິສັດຍັງເຫັນດີມອບເງິນບ້ວງເງິນຕິດຕາມສັນຍາເຊົ່າ-ສໍາປະທານທີ່ດິນຂອງລັດຈໍານວນ 1.000 ໂດລາສະຫະລັດ/ປີນໍາອີກດ້ວຍ. 

- 3 - ເຫັນດີໃຫ້ເອກະຊົນເຊົ່າທີ່ດິນລັດ 52 ກວ່າເຮັກຕາ ເພື່ອສ້າງໂຮງງານຜະລິດປຸງແຕ່ງໂຊດາໄຟ ເປັນເວລາ 30ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!