ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງຊາດ ກຳປູເຈຍ ຮ່ວມມືເສີມຂະຫຍາຍຂະແໜງການເງິນ-ເງິນຕາ


ກອງປະຊຸມທະວິພາຄີປະຈໍາປີ 2022 ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງຊາດ ກຳປູເຈຍ ໄດ້ມີຂຶ້ນໃນວັນທີ 21 ພະຈິກ 2022 ທີ່ນະຄອນພະນົມ, ຣາຊະອານາຈັກ ກຳປູເຈຍ, ຕາງໜ້າໂດຍ ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ທ່ານ ເຈຍ ຈັນໂຕ ຜູ້ວ່າການ ທະນາຄານແຫ່ງຊາດ ກຳປູເຈຍ ພ້ອມດ້ວຍຄະນະກົມຕາງໜ້າຈາກສອງທະນາຄານກາງ ແລະ ທ່ານເລຂານຸການເອກ, ສະຖານເອກອັກຄະລັດຖະທູດ ປະຈໍາ ສປປ ລາວ ຣາຊະອານາຈັກ ກຳປູເຈຍ ເຂົ້າຮ່ວມ.


ເພື່ອເປັນການສະຫລຸບໝາກຜົນການຮ່ວມມືຂອງຂະແໜງການເງິນ-ເງິນຕາ ໃນໄລຍະ 1 ປີຜ່ານມາ ແລະ ແລກປ່ຽນທັດສະນະໃນການວາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍໄດ້ມີການປຶກສາຫາລື ແລະ ແລກປ່ຽນບົດຮຽນຮ່ວມກັນໃນຫລາຍບັນຫາສໍາຄັນຕົ້ນຕໍຄື: ສະພາບເສດຖະກິດມະຫາພາກ, ການດຳເນີນນະໂຍບາຍເງິນຕາ, ວຽກງານຄຸ້ມຄອງທະນາຄານທຸລະກິດລັດ, ການຮ່ວມມືທາງດ້ານວິຊາການ ແລະ ບັນຫາອື່ນໆ ທີ່ສອງຝ່າຍໃຫ້ຄວາມສົນໃຈຮ່ວມກັນ. ນອກນັ້ນ, ຍັງໄດ້ເປີດໂອກາດໃຫ້ຕາງໜ້ານັກທຸລະກິດຂອງສອງປະເທດ ລາວ-ກຳປູເຈຍ ລາຍງານການດຳເນີນທຸລະກິດ ແລະ ແລກປ່ຽນຂໍ້ຄິດເຫັນນໍາ ການນໍາທະນາຄານກາງຂອງສອງປະເທດ
ໃນກອງປະຊຸມທະວິພາຄີປະຈໍາປີ 2022 ຄັ້ງນີ້, ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງຊາດ ກຳປູເຈຍ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານນະວັດຕະກຳທາງການເງິນ ແລະ ລະບົບການຊຳລະ ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງຊາດ ກຳປູເຈຍ


ພ້ອມນີ້, ທະນາຄານແຫ່ງຊາດ ກໍາປູເຈຍ ຍັງໄດ້ມີວາລະພິເສດ ເພື່ອແລກປ່ຽນບົດຮຽນ ແລະ ປະສົບການກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ (Sharing FX management experience) ໃຫ້ແກ່ຜູ້ແທນທະນາຄານແຫ່ງ ສປປ ລາວ ຊຶ່ງເປັນບົດຮຽນອັນລໍ້າໃຫ້ແກ່ ທະນາຄານແຫ່ງ ສປປ ລາວ ນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຂອງຂະແໜງການທະນາຄານ.