ເມືອງເຟືອງ ແຂວງວຽງຈັນ ກຽມຈັດງານບຸນເທສະການ ສາມໝື່ນຕູບເຟືອງ ເພື່ອສົ່ງເສີມຮີດຄອງປະເພນີ ແລະ ການທ່ອງທ່ຽວທໍາມະຊາດ ໃນວັນທີ 4-15 ທັນວາ 2022


ເພື່ອເປັນການອະນຸລັກຮັກສາ ແລະ ສົ່ງເສີມຮີດຄອງປະເພນີອັນດີງາມ ຕະຫລອດຮອດຕຳນານ ຫລື ເລື່ອງເລົ່າລືຊາຂອງຄົນຮຸ່ນກ່ອນກ່ຽວກັບປະຫວັດຄວາມເປັນມາຂອງເມືອງເຟືອງ (ຜາທໍ່ໜໍ່ຄຳ) ໃຫ້ຢູ່ຄຽງຄູ່ກັບຊາວເມືອງເຟືອງໄປຕະຫລອດການ ແລະ ເພື່ອເປັນການຈັດກິດຈະກໍາສົ່ງເສີມການທ່ອງທ່ຽວທໍາມະຊາດ ຕິດພັນກັບການທ່ອງທ່ຽວວັດທະນາທໍາ ຢູ່ພາຍໃນເມືອງເຟືອງໃຫ້ມີຂະບວນຟົດຟື້ນ, ທາງເປັນການໂຄສະນາກິດການທ່ອງທ່ຽວທີ່ຫລາກຫລາຍໃຫ້ນັກທ່ຽວທ່ອງທັງພາຍໃນ ແລະ ຕ່າງປະເທດໃຫ້ມາທ່ອງທ່ຽວເມືອງເຟືອງໃຫ້ນັບມື້ຫລາຍຂຶ້ນ. ດັ່ງນັ້ນ, ຫົວໜ້າຫ້ອງວ່າການເມືອງເຟືອງຈຶ່ງໄດ້ກໍານົດເອົາການຈັດງານບຸນເທສະການ ສາມໝື່ນຕູບເຟືອງ ຂຶ້ນໃນວັນທີ 4-15 ທັນວາ 2022 ນີ້ ເພື່ອໃຫ້ກາຍເປັນບຸນເທສະການປະຈໍາເມືອງເຟືອງໃນຕໍ່ໜ້າ ເຊິ່ງງານບຸນເທສະການດັ່ງກ່າວນີ້ແມ່ນຈະໄດ້ຈັດຂຶ້ນໃນແຕ່ລະປີ ແລະ ມີລາຍລະອຽດດັ່ງນີ້:


- ງານບຸນເທສະການສາມໝື່ນຕູບເຟືອງໃນປີ 2022 ນີ້ ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 4–15 ທັນວາ 2022, ມື້ເປີດງານເປັນທາງການຈະໄດ້ຈັດຂຶ້ນໃນວັນທີ 8 ທັນວາ 2022.
- ສະຖານທີ່ຈັດງານບຸນເທດສະການສາມໝື່ນຕູບເຟືອງແມ່ນຈະຈັດຂຶ້ນຢູ່ທົ່ງນາບ້ານນາທົ່ວ, ສົ້ນຂົວນໍ້າຕົງທາງທິດເໜືອໃກ້ກັບຜາທໍ່ໜໍ່ຄໍາ
- ງານບຸນຄັ້ງນີ້ມີຫລາກຫລາຍກິດຈະກໍາທີ່ຈະມາວາງສະແດງເຊັ່ນ: ວາງສະແດງຈໍາລອງໝູ່ບ້ານຕູບເຟືອງ, ວາງສະແດງສິນຄ້າປະເພດຜົນຜະລິດກະສິກໍາ, ຫັດຖະກໍາຂອງປະຊາຊົນຊາວເມືອງເຟືອງ, ເລົ່າຕໍານານປະຫວັດຄວາມເປັນມາຂອງສາມໝື່ນຕູບເຟືອງ ແລະ ສະແດງລະຄອນປະກອບ, ການວາງສະແດງເຄື່ອງນຸ່ງຊົນເຜົ່າຕ່າງໆຂອງຊາວເມືອງເຟືອງ, ການວາງສະແດງອຸປະກອນ ແລະ ເຄື່ອງມື ທໍາການຜະລິດກະສິກໍາໃນຍຸກກ່ອນ, ກິດຈະກໍາຟ້ອນລໍາວົງຢ້ອນຍຸກ, ກິດຈະກໍາວາງສະແດງສິນຄ້າທົ່ວໄປ(ຕະຫລາດນັດທົ່ວໄປ).
- ການກະກຽມແຕ່ລະກິດຈະກໍາມີດັ່ງນີ້: ກິດຈະກໍາວາງສະແດງຈໍາລອງຫມູ່ບ້ານຕູບເຟືອງ, ກິດຈະກໍາເຄື່ອງນຸ່ງທີ່ເປັນເອກະລັກຊົນເຜົ່າຕ່າງໆ, ແລະ ກິດຈະກໍາວາງສະແດງອຸປກອນ ແລະ ເຄື່ອງມືທໍາການຜະລິດກະສິກໍາໃນຍຸກ ກ່ອນແມ່ນ ມອບໃຫ້ຜູ້ປະກອບການກຸ່ມນັກທຸລະກິດເຮືອນແພ ເປັນຜູ້ຮັບຜິດຊອບ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງເມືອງ; ກິດຈະກໍາວາງສະແດງສິນຄ້າປະເພດກະສິກໍາ ແລະ ຫັດຖະກໍາ ແມ່ນມອບໃຫ້ຫົວໜ້າກຸ່ມ ບ້ານໃນທົ່ວເມືອງເຟືອງເປັນຜູ້ລະດົມປະຊາຊົນໃຫ້ເອົາສິນຄ້າຜົນຜະລິດກະສິກໍາໄປວາງສະແດງ ແລະ ຂາຍຢູ່ສະຖານທີທີ່ທາງຄະນະຮັບຜິດຊອບໄດ້ຈັດສັນໃຫ້ໄວ້, ໂດຍມອບ ໃຫ້ກຸ່ມບ້ານ ແລະ ບ້ານເປັນຜູ້ຮັບຜິດຊອບໃນການກະກຽມຮ້ານ(ຕູບວາງສະແດງ) ເອງ, ເຊິ່ງຄະນະກໍາມະການຈັດງານບຸນຈະເປັນຜູ້ກໍານົດພື້ນທີ່ບ່ອນຕັ້ງຮ້ານໃຫ້ຕາມຄວາມເໝາະສົມ; ກິດຈະກໍາເລື່ອງເລົ່າຕໍານານປະຫວັດຄວາມເປັນມາຂອງສາມໝື່ນຕູບເຟືອງ ແລະ ສະແດງລະຄອນປະກອບ, ການຟ້ອນລໍາວົງຢ້ອນຍຸກ ແລະ ວາງສະແດງສີນຄ້າທົ່ວໄປມອບໃຫ້ຄະນະ ຮັບຜິດຊອບຂັ້ນເມືອງຄົ້ນຄ້ວາໃຫ້ລະອຽດຖືກຕ້ອງ ແລະ ເໝາະສົມກ່ອນຈະມາຈັດຕັ້ງປະຕິບັດຕົວຈິງ.
- ສໍາລັບການກໍານົດຈຸດສ້າງຕັ້ງຕູບເຟືອງ, ຈຸດວາງສະແດງສິນຄ້າກະສິກໍາ, ຫັດຖະກໍາ ແລະ ຈຸດອື່ນໆ ໃຫ້ປະສານສົມທົບກັບຄະນະກໍາມະການຂະບວນການ, ສະຖານທີ່ ແລະ ປະດັບປະດາຢູ່ສະຖານທີ່ຈັດງານເລີ່ມແຕ່ນີ້ເປັນຕົ້ນໄປ ແລະ ໃຫ້ສໍາເລັດກ່ອນວັນທີ 30 ພະຈິກ 2022, ເບີໂທຕິດຕໍ່: ທ່ານ ນາງ ສົມຄິດ ຈິດດາວົງ 020 5665 9988, ທ່ານ ອາດ ວິໄລພົນ 020-2295 3003, 020-9295 2888.
ດັ່ງນັ້ນ, ແຈ້ງການມາຍັງບັນດາທ່ານເພື່ອຊາບ ແລະ ພ້ອມກັນເຂົ້າຮ່ວມການຈັດງານບຸນເທສະການ ສາມໝື່ນຕູບເຟືອງ ປະຈໍາປີ 2022.