ອົງການປະກັນສັງຄົມແຫ່ງຊາດລາວ ແລະ ປະກັນສັງຄົມ ຫວຽດນາມ ເພີ່ມທະວີຮ່ວມມືດ້ານວຽກງານປະກັນສັງຄົມ


ພິທີເຊັນບົດບັນທຶກຄວາມເຂົ້າໃຈທາງດ້ານວຽກງານປະກັນສັງຄົມ ລະຫວ່າງ ອົງການປະກັນສັງຄົມແຫ່ງຊາດລາວ ແລະ ປະກັນສັງຄົມ ຫວຽດນາມ ໄດ້ມີຂຶ້ນວັນທີ 22 ພະຈິກ 2022 ທີ່ແຂວງຫລວງພະບາງ, ໂດຍການເຂົ້າຮ່ວມ ແລະ ລົງນາມເຊັນຂອງ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ທ່ານ ດາວ ຫວຽດ ແອງ ຮອງຜູ້ອຳນວຍການປະກັນສັງຄົມ ຫວຽດນາມ.
ທ່ານ ຮອງລັດຖະມົນຕີ ຮສສ ກ່າວວ່າ: ໃນປີ 2022 ນີ້ຖືວ່າເປັນປີໜຶ່ງທີ່ມີຄວາມໝາຍຄວາມສຳຄັນ ທົ່ວປວງຊົນລາວ ແລະ ຫວຽດນາມ ໄດ້ພ້ອມກັນສະເຫລີມສະຫລອງສອງວັນປະຫວັດສາດສຳຄັນຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ລາວ ແລະ ຫວຽດນາມ ຄົບຮອບ 60 ປີ.
ໃນໄລຍະຜ່ານມາ, ການຮ່ວມມືສອງຊາດ ລະຫວ່າງ ລາວ-ຫວຽດນາມ ແມ່ນດຳເນີນໄປຢ່າງໃກ້ສິດ, ສະໜິດສະໜົມ ໂດຍສະເພາະໃນຂົງເຂດວຽກງານປະກັນສັງຄົມ ແມ່ນໄດ້ມີການປະສານສົມທົບເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ, ເຖິງແມ່ນວ່າໃນໄລຍະຜ່ານມາຈະພົບກັບບັນຫາຄວາມຫຍຸ້ງຍາກ ໃນການລະບາດຂອງພະຍາດໂຄວິດ-19, ແຕ່ທັງສອງຝ່າຍໄດ້ເອົາໃຈໃສ່ປະຕິບັດວຽກງານຮ່ວມກັນດ້ວຍຄວາມຮັບຜິດຊອບສູງ ໂດຍໄດ້ພ້ອມກັນເຄື່ອນໄຫວກິດຈະກຳແລກປ່ຽນໄປຢ້ຽມຢາມ, ປຶກສາຫາລືວຽກງານຕົວຈິງ ເພື່ອແລກປ່ຽນບົດຮຽນຮ່ວມກັນຕາມແຜນປະຕິບັດງານໃນບົດບັນທຶກຄວາມເຂົ້າໃຈທີ່ໄດ້ລົງນາມຮ່ວມກັນແລ້ວນັ້ນ.
ແຕ່ເຖິງຢ່າງໃດກໍຕາມ ຄຽງຄູ່ກັບດ້ານສໍາເລັດທີ່ສອງຝ່າຍຍາດມາໄດ້ ກໍປາສະຈາກບໍ່ໄດ້ບາງຂໍ້ຄົງຄ້າງທີ່ສອງຝ່າຍຈະໄດ້ຮ່ວມກັນສຶບຕໍ່ຈັດຕັ້ງປະຕິບັດ, ກະຊວງ ເຊື່ອໝັ້ນວ່າ ການສືບຕໍ່ຄົ້ນຄວ້າບັນດາແຜນການຮ່ວມມືກັນໃນຊຸມປີຕໍ່ຫນ້າຈະເປັນເງື່ອນໄຂສຳຄັນ ເພື່ອໃຫ້ທັງສອງຝ່າຍໄດ້ພ້ອມກັນສ້າງໂອກາດໃນການຊຸກຍູ້, ສົ່ງເສີມ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເຮັດໃຫ້ການພົວພັນຮ່ວມມືແໜ້ນແຟ້ນຂຶ້ນກວ່າເກົ່າ, ພ້ອມກັນປັບປຸງວຽກງານປະກັນສັງຄົມໃຫ້ມີການພັດທະນາຄຽງຄູ່ກັນໄປ, ລວມທັງພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ແລະ ປະກັນສັງຄົມຫວຽດນາມ ໃນຄັ້ງນີ້ດ້ວຍ. ເຊິ່ງທັງສອງອົງກອນ ກໍໄດ້ເຫັນດີເອກະພາບ ສືບຕໍ່ຮ່ວມມືແລກປ່ຽນ ແລະ ເພື່ອພັດທະນາວຽກງານປະກັນສັງຄົມໃນ 5 ປີຕໍ່ໜ້າ 2022-2025 ບາງດ້ານເປັນຕົ້ນ ການແລກປ່ຽນບົດຮຽນທາງດ້ານວິຊາການກ່ຽວກັບວຽກງານກວດກາປະກັນສັງຄົມ; ດ້ານວິຊາການກ່ຽວກັບວຽກຂໍ້ມູນຂ່າວສານເຕັກໂນໂລຊີ; ວຽກງານກ່ຽວກັບວຽກປະຊາສໍາພັນ (ປະກັນສັງຄົມຫວຽດນາມສະເໜີລົງປະຊາສຳພັນຕົວຈິງກັບປະກັນສັງຄົມລາວ); ການບໍລິການປະກັນສັງຄົມຜ່ານລະບົບອອນລາຍ; ວິທີການ, ຮູບການຂົນຂວາຍເອົາຜູ້ປະກັນຕົນແບບສະໝັກໃຈໃຫ້ເຂົ້າສູ່ລະບົບປະກັນສັງຄົມ; ການບໍລິການທີ່ທັນສະໄໝ ໂດຍຜ່ານແອັບພຣີເຄຊັນເທິງມືຖື; ການແລກປ່ຽນບົດຮຽນຂອງຄະນະສະພາບໍລິຫານອົງການປະກັນສັງຄົມແຫ່ງຊາດລາວ; ຈັດກອງປະຊຸມທົບທວນ ແລະ ປະເມີນການຈັດຕັ້ງປະຕິບັດກິດຈະກໍາ ໄລຍະ 2022-2025.