ຈະມີແສງສະຫວ່າງສ່ອງແຈ້ງ ໃນ 21 ເສັ້ນທາງຢູ່ນະຄອນຫລວງວຽງຈັນ ທີ່ໄດ້ສ້ອມແປງສຳເລັດໃນວັນທີ 13 ພະຈິກຜ່ານມາ
ເລີ່ມແຕ່ວັນທີ 17 ຕຸລາ 2022 ເປັນຕົ້ນມາ ຟຟລ ສາຂາໄຟຟ້ານະຄອນຫລວງວຽງຈັນ1 (ນວ1) ຫ້ອງການຄຸ້ມຄອງລະບົບແລະບໍລິການ ໜ່ວຍງານໄຟທາງ, ໄຟຈັກ, ຕາຂ່າຍ, ໝໍ້ແປງ ໄດ້ສ້ອມແປງໄຟເຍືອງທາງຖະໜົນສາຍຫລັກໃນນະຄອນຫລວງວຽງຈັນສ່ວນທີ 1 ໂດຍມີ 21 ເສັ້ນທາງ ແລະ ຈະໃຫ້ສຳເລັດໃນວັນທີ 13 ພະຈິກ 2022 ຜ່ານມາ.
ຖະໜົນທີ່ໄດ້ສ້ອມແປງສຳເລັດມີດັ່ງນີ້: ຖະໜົນຫລວງພະບາງ, ຖະໜົນສຸພານຸວົງ, ຖະໜົນເສດຖາທິລາດ, ຖະໜົນທ່າເດື່ອຊ່ວງ 1 ແລະ 2, ຖະໜົນຄູວຽງ, ຖະໜົນສາມແສນໄທ, ຖະໜົນເຈົ້າຟ້າງຸ່ມ, ຖະໜົນຂຸນບູລົມ, ຖະໜົນມະໂຫສົດ-ຫົວຂົວ, ຖະໜົນກົດໂກ້-ດົງປາຍນາ, ຖະໜົນເຈົ້າອານຸ (p2), ຖະໜົນ p3, ຖະໜົນອາຊ້ຽນ T2, ຖະໜົນລາວ-ໄທ, ຖະໜົນຄຸ້ມວັດຈັນ-ຊຽງຍືນ, ຖະໜົນໄກສອນພົມວິຫານ, ຖະໜົນດົງປ່າລານ, ຖະໜົນລ້ານຊ້າງ, ຖະໜົນ 23ສິງຫາ ແລະ ຖະໜົນໜອງບອນ.
ສ່ວນໃນໄລຍະທີ 2 ແມ່ນມີ 8 ຖະໜົນຄື: ຖະໜົນຕາຝັ່ງເຈື່ອນ, ເສັ້ນທາງດົງປ່າແຫລບ ຫາ ໄຟອຳນາດຕານມີໄຊ, ໄຟອຳນາດດົງໂດກ ຫາ ໄຟອຳນາດຕານມີໄຊ, ຖະໜົນເລກ 10 ແຕ່ວົງວຽນດອນໜູນ ຫາ ທ່າງ່ອນ, ຖະໜົນ 13 ໃຕ້ແຕ່ວົງວຽນດອນໜູນຫາສະໜາມກິລາຫລັກ 16, ຖະໜົນສະຫວ່າງຫາໄຟອຳນາດ ມຊ, ຖະໜົນເກົ້າລ້ຽວແຕ່ໄຟອຳນາດສີໄຄຫາສາມແຍກໂນນຂີ້ເຫລັກແລະ ຖະໜົນຈີນາຍໂມ້ ແລະ ໃນໄລຍະທີ 2 ນີ້ແມ່ນສ້ອມແປງສຳເລັດແລ້ວ2 ເສັ້ນທາງຄື: ຖະໜົນຕາຝັ່ງເຈື່ອນ (ແຄມຂອງ) ແລະ ຖະໜົນດົງປ່າແຫລບຫາໄຟອຳນາດຕານມີໄຊ. ສ່ວນຖະໜົນທີ່ເຫລືອຄາດວ່າຈະສ້ອມແປງໃຫ້ສຳເລັດ100% ພາຍໃນທ້າຍປີນີ້.