ຜົນຂອງການພົວພັນຮ່ວມມືລາວ-ຈີນ ຕາມແຜນແມ່ບົດວ່າດ້ວຍຄູ່ຮ່ວມຊະຕາກຳລາວ-ຈີນ
ນັບແຕ່ ສປປ ລາວ ແລະ ສປ ຈີນ ສ້າງຕັ້ງສາຍພົວພັນການທູດຮ່ວມກັນໃນວັນທີ 25 ເມສາ 1961 ເປັນຕົ້ນມາ, ການພົວພັນ ແລະ ຮ່ວມມື 2 ຝ່າຍ ໄດ້ຮັບການເສີມຂະຫຍາຍ ແລະ ນັບມື້ເລິກເຊິ່ງຈາກຄູ່ຮ່ວມມືຍຸດທະສາດຮອບດ້ານໜັ້ນຄົງຍາວນານ ແລະ ການພົວພັນຮ່ວມມືຕາມທິດ 4 ດີກາຍມາເປັນຄູ່ຮ່ວມ ຊະຕາກໍາ ລາວ-ຈີນ ເຊິ່ງທັງ 2 ຝ່າຍໄດ້ບັນລຸ ແລະ ລົງນາມໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນໃນເດືອນເມສາ 2019. ແຜນແມ່ບົດດັ່ງກ່າວ ໄດ້ເອົາການເມືອງເປັນພື້ນຖານ, ເສດຖະ ກິດເປັນໃຈກາງ ແລະ ວັດທະນະທໍາ-ສັງຄົມ ເປັນການສົ່ງເສີມການທ່ອງທ່ຽວ ແລະ ການໄປມາຫາສູ່ກັນ. ຖືວ່າເປັນຂີດໝາຍສໍາຄັນທາງປະຫວັດສາດສູງສຸດຂອງການພົວພັນລະຫວ່າງສອງພັກ, ສອງລັດກໍຄືປະຊາ ຊົນສອງຊາດລາວ-ຈີນທີ່ໄດ້ປະກອບສ່ວນສໍາຄັນຈັດຕັ້ງປະຕິບັດຍຸດທະສາດປິ່ນອ້ອມຕ່າງໆໄດ້ຮັບຜົນປະໂຫຍດສູງສຸດ ໂດຍສະເພາະການສະໜັບສະໜູນຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ເປັນແນວຄິດຂອງປະທານ ສີ ຈິ້ນຜິງ ກໍຄື ເສັ້ນທາງລົດໄຟ ລາວ-ຈີນ ທີ່ເປັນໜຶ່ງໃນໝາກຜົນຂອງຂໍ້ລິເລີ່ມດັ່ງກ່າວ.
ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ ໄດ້ກໍານົດຫລັກການສໍາລັບການພົວພັນຮ່ວມມື ລາວ-ຈີນໄລຍະ 5 ປີ (2021-2025)ໂດຍມີເນື້ອໃນສໍາຄັນປິ່ນອ້ອມ 5 ຂົງເຂດ ຄືການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມເພື່ອການພັດທະນາແບບຍືນຍົງ ເຊິ່ງສອງຝ່າຍຍຶດໝັ້ນ ແລະ ເຄົາລົບ 5 ຫລັກການຢູ່ຮ່ວມກັນໂດຍສັນຕິ, ເຊື່ອໝັ້ນ, ໄວ້ເນື້ອເຊື່ອໃຈກັນດ້ານຍຸດທະສາດ, ເສີມສ້າງຄູ່ຮ່ວມຊະຕາກໍາບົນພື້ນຖານການພົວພັນຮ່ວມມືທີ່ແໜ້ນແຟ້ນດ້ານການເມືອງ ໂດຍການເພີ່ມທະວີການໄປມາຫາສູ່ກັນລະຫວ່າງການນໍາຂັ້ນສູງຂອງສອງພັກ ແລະ ສອງລັດ ກໍຄື ແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງອົງການຈັດຕັ້ງຂັ້ນສູນກາງລົງຮອດທ້ອງຖິ່ນຢ່າງເປັນປົກກະຕິ, ເພີ່ມທະວີການແລກປ່ຽນບົດຮຽນຄຸ້ມຄອງພັກ-ບໍລິຫານລັດ ແລະ ສືບຕໍ່ຈັດຕັ້ງປະຕິບັດແຜນການຝຶກອົບຮົມກໍ່ສ້າງພະນັກງານຫລັກແຫລ່ງຂອງລາວຢູ່ຈີນໃນໄລຍະໃໝ່ໃຫ້ມີຄຸນນະພາບ; ສອງຝ່າຍຍຶດໝັ້ນການຮ່ວມມືຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ປະສົບຜົນສໍາເລັດຮ່ວມກັນນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ໂດຍການເຊື່ອມໂຍງລະຫວ່າງຍຸດທະສາດ “ການຫັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລເປັນປະເທດເຊື່ອມໂຍງເຊື່ອມຈອດ”ຂອງລາວ ແລະ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງ ເສັ້ນທາງ” ຂອງຈີນ ລວມທັງການຈັດຕັ້ງປະຕິບັດຂອບການຮ່ວມມືແລວທາງເສດຖະກິດລາວ-ຈີນ ໃຫ້ມີປະສິດທິຜົນສູງ ໂດຍຖືເອົາໂຄງການເສັ້ນທາງລົດໄຟ ລາວ-ຈີນ ເປັນໂຄງການພື້ນຖານເພື່ອຊຸກຍູ້ການຮ່ວມມືເສດຖະ ກິດ-ການຄ້າ, ການລົງທຶນ ແລະ ການຮ່ວມມືໃນຂົງເຂດຕ່າງໆຂອງສອງຝ່າຍເພື່ອຊຸກຍູ້ການພັດທະນາຂອງລາວໃຫ້ສາມາດເຊື່ອມຈອດກັບຕະຫລາດຂອງພາກພື້ນ ແລະ ຂອງໂລກໃຫ້ຫລາຍຂຶ້ນກວ່າເກົ່າ. ຊຸກຍູ້ການແລກປ່ຽນບົດຮຽນແກ້ໄຂບັນຫາຄວາມທຸກຍາກຂອງປະຊາຊົນ ແລະ ສືີບຕໍ່ປະສານສົມທົບກັບກົນໄກການຮ່ວມມືພາກພື້ນ ແລະ ສາກົນຢ່າງຕັ້ງໜ້າ; ສອງຝ່າຍຢຶດໝັ້ນການຮ່ວມມື ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ໜັກແໜ້ນຍິ່ງຂຶ້ນໂດຍການເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານລະຫວ່າງພາກສ່ວນກ່ຽວຂ້ອງຂອງສອງຝ່າຍ, ສືບຕໍ່ຮັກສາການພົວພັນແລກປ່ຽນທັດສະນະ ແລະ ພ້ອມກັນຍົກສູງຄວາມສາມາດຮັກສາສະຖຽນລະພາບພາຍໃນ, ການຮ່ວມມືປະຕິບັດກົດ ໝາຍ, ການສະກັດກັ້ນ ແລະ ປາບປາມການກໍ່ອາຊະຍາກໍາຂ້າມຊາດເພື່ອຮັບມືກັບກົນອຸບາຍຫັນປ່ຽນໂດຍ ສັນຕິຂອງອິດທິກໍາລັງປໍລະປັກຈາກພາຍນອກ, ສອງຝ່າຍຈະຮ່ວມມືກັນຕ້ານ ແລະ ສະກັດກັ້ນການຄ້າມະ ນຸດທຸກຮູບແບບ, ການເຂົ້າ-ອອກເມືອງຜິດກົດໝາຍ, ການກໍ່ການຮ້າຍ, ຮ່ວມມືກັນຮັບປະກັນຄວາມປອດໄພທັງຊີວິດ ແລະ ຊັບສິນຂອງປະຊາຊົນສອງປະເທດກໍຄືຮັກສາຄວາມປອດໄພຂອງບັນດາໂຄງການຮ່ວມມືຂະໜາດໃຫຍ່ລະຫວ່າງສອງຝ່າຍທັງຈະສືບຕໍ່ປະສານສົມທົບກັນໃນເວທີພາກພື້ນ ແລະ ສາກົນກ່ຽວກັບຄວາມໝັ້ນຄົງ; ເພີ່ມທະວີຄວາມເຂົ້າໃຈ ແລະ ໄປມາຫາສູ່ກັນຂອງປະຊາຊົນສອງຊາດໂດຍການແລກປ່ຽນ ວັດທະນະທໍາ, ຮ່ວມມືດ້ານການສຶກສາ, ສາທາລະນະສຸກ, ຖະແຫລງຂ່າວສື-ີ່ມວນຊົນ, ການທ່ອງທ່ຽວແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງປະເທດ, ສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງອົງການຈັດ ຕັ້ງມະຫາຊົນ, ວິສາຫະກິດ, ສະມາຄົມໃນຂະແໜງການຕ່າງໆນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ລວມທັງສົ່ງເສີມການສ້າງບ້ານ, ເມືອງ, ແຂວງມິດຕະພາບນໍາກັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນແມ່ບົດ ການເປັນຄູ່ຮ່ວມຊະຕາກໍາເຂົ້າສູ່ຈິດໃຈຂອງປະຊາຊົນລາວ-ຈີນຢ່າງແທ້ຈິງ; ສອງຝ່າຍຍຶດໝັ້ນການພັດທະ ນາຕາມທິດສີຂຽວ ກໍຄືການພັດທະນາແບບຍືນຍົງໂດຍສືບຕໍ່ຮ່ວມມືກັນດ້ານສິ່ງແວດລ້ອມ ແລະ ລະບົບນິ ເວດ ເຊິ່ງສອງຝ່າຍຈະຮ່ວມມືກັນກໍານົດມາດຖານລະບຽບກົດໝາຍສິ່ງແວດລ້ອມ, ການປົກປັກຮັກສາ ຊັບ ພະຍາກອນທໍາມະຊາດ ແລະ ລະບົບນິເວດ, ສ້າງເປັນໂຄງການຕົວແບບການຮ່ວມມືຮັບມືກັບການປ່ຽນ ແປງສະພາບດິນຟ້າອາກາດ, ປະເມີນຜົນສິ່ງແວດລ້ອມ, ການແກ້ໄຂບັນຫາມົນລະພິດ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງກັບສິ່ງແວດລ້ອມ ລວມທັງການສ້າງຂີດຄວາມສາມາດການປະເມີນຜົນ, ຕິດຕາມກວດກາ, ຄຸ້ມຄອງ ແລະ ແກ້ໄຂບັນຫາສິ່ງແວດລ້ອມເພື່ອຮັບປະກັນໃຫ້ທັງສອງປະເທດພັດທະນາໄປຕາມທິດສີຂຽວ ກໍຄື ບັນລຸເປົ້າໝາຍການພັດທະນາແບບຍືນຍົງ.
ພາຍຫລັງແຜນແມ່ບົດດັ່ງກ່າວ ໄດ້ລົງນາມໃນເດືອນ ເມສາ 2019 ເປັນຕົ້ນມາ ເຖິງວ່າທັງສອງປະເທດ ຈະໄດ້ຮັບຜົນກະທົບຢ່າງໜັກຈາກການແພ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການນຳສອງຝ່າຍ ນັບແຕ່ຂັ້ນສູນກາງຮອດທ້ອງຖິ່ນ ບໍ່ໄດ້ມີໂອກາດເດີນທາງຢ້ຽມຢາມ ແລະ ພົບປະກັນເຊິ່ງໜ້າ ລວມເຖິງການໄປມາຫາສູ່ຂອງປະຊາຊົນສອງຊາດກໍຖືກຢຸດສະງັກ ເນື່ອງຈາກມາດຕະການປິດເມືອງ, ປິດປະເທດ, ແຕ່ຍ້ອນຄວາມພະຍາຍາມຂອງທັງສອງພັກ, ສອງລັດ ເຮັດໃຫ້ການພົວພັນຮ່ວມມືສືບຕໍ່ໄດ້ຮັບການເສີມຂະ ຫຍາຍໂດຍການນຳສອງຝ່າຍ ໄດ້ຈັດກອງປະຊຸມພົບປະຜ່ານລະບົບວິດີໂອ ແລະ ໂທລະສັບທາງໄກ ເປັນປົກກະຕິ ເຮັດໃຫ້ສາມາດປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ເຊິ່ງກັນ ແລະ ກັນ ເປັນຕົ້ນໄລຍະປີ 2021 ເປັນປີທີ່ມີຫລາຍເຫດການສຳຄັນຂອງສອງຊາດລາວ-ຈີນ ໂດຍສະເພາະເປັນປີຄົບຮອບ 60 ປີ ການສ້າງຕັ້ງສາຍພົວພັນການທູດລາວ-ຈີນ ແລະ ປີມິດຕະພາບລາວ-ຈີນຊຶ່ງໂອກາດດັ່ງກ່າວ, ທ່ານ ທອງ ລຸນ ສີສຸລິດ ປະທານປະເທດແຫ່ງສປປ ລາວ ແລະ ສີ ຈິ້ນຜິງ ປະທານປະເທດແຫ່ງສປ ຈີນ ໄດ້ໂທ ລະສັບອວຍພອນເຊິ່ງກັນ ແລະ ກັນ. ຂະນະດຽວກັນ, ທ່ານ ທອງລຸນ ສີສຸລິດ ກໍໄດ້ສົ່ງສານຊົມເຊີຍເຖິງ ປະທານ ສີ ຈິ້ນຜິງ ໃນໂອກາດຄົບຮອບ 100 ປີ (1/7/1921-1/7/2021) ວັນສ້າງຕັ້ງພັກກອມມູນິດຈີນ ແລະ ວັນທີ 3 ທັນວາ 2021, ປະທານປະເທດ ສປປ ລາວ ແລະ ສປ ຈີນ ກໍໄດ້ເຂົ້າຮ່ວມພິທີເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ຢ່າງເປັນທາງການໂດຍຜ່ານວີດີໂອທາງໄກ.
ດ້ານການຄ້າ ແລະ ການລົງທຶນ ຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍ ເຖິງວ່າຍັງຢູ່ໃນໄລຍະການລະບາດຂອງພະຍາດໂຄວິດ-19. ສປ ຈີນຍັງເປັນຄູ່ຄ້າສຳຄັນອັນດັບ 2 ຂອງລາວຖັດຈາກໄທ, ສະເພາະປີ2021 ມູນຄ່າການຄ້າຂອງສອງຝ່າຍມີທ່າອ່ຽງເພີ່ມຂຶ້ນ ເຊິ່ງບັນລຸ 4,35 ຕື້ໂດລາ ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 21,4%. ພິເສດ, ພາຍຫລັງເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ໃນວັນທີ 3 ທັນວາ 2021 ເປັນຕົ້ນມາ ໄດ້ອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າລະຫວ່າງສອງປະເທດສະດວກສະບາຍ ແລະ ວ່ອງ ໄວຂຶ້ນ. ຕາມຂໍ້ມູນມາຮອດເດືອນພຶດສະພາ 2022, ການຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ ບັນລຸ 481 ຖ້ຽວ ແລະ ປະລິມານຂົນສົ່ງສະສົມ 617.639 ໂຕນ, ຂົນສົ່ງຜູ້ໂດຍສານ 411 ຖ້ຽວ, 403.276 ເທື່ອຄົນ. ໂຄງການທາງລົດໄຟລາວ-ຈີນ ຖືເປັນໜຶ່ງໃນຜົນສໍາເລັດຂອງການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊະຕາກຳລາວ-ຈີນ ແລະ ເປັນໜຶ່ງໃນຜົນສໍາເລັດຂອງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”. ດ້ານການລົງທຶນ, ສປ ຈີນ ຍັງສືບຕໍ່ເປັນປະເທດທີ່ລົງທຶນຢູ່ ສປປ ລາວ ອັນດັບໜຶ່ງ ໃນ 53 ປະເທດທີ່ລົງທຶນຢູ່ ສປປ ລາວ ເຊິ່ງມາເຖິງປັດຈຸບັນມີ 821 ໂຄງການ ລວມມູນຄ່າ 16,07 ຕື້ໂດລາສະ ຫະລັດ, ສະເພາະປີ 2021 ມີ 20 ໂຄງການ ມູນຄ່າ 1 ຕື້ກວ່າໂດລາສະຫະລັດ. ໃນໄລຍະການແພ່ລະ ບາດຂອງພະຍາດໂຄວິດ-19 ແຕ່ປີ 2020 ມາເຖິງປັດຈຸບັນດ ລັດຖະບານທັງສອງຊາດ ໄດ້ຊ່ວຍເຫລືອກັນມາໂດຍຕະຫລອດ ໂດຍສະເພາະຝ່າຍຈີນ ໄດ້ສົ່ງຊ່ຽວຊານແພດໝໍ, ອຸປະກອນການແພດ ແລະ ສະໜອງວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ສປປ ລາວ ແຕ່ປີ 2021 ມາເຖິງປັດຈຸບັນ(ກຸມພາ 2022 ) 6 ລ້ານ 6 ແສນກວ່າໂດສ.
ທັງໝົດນີ້, ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງການນຳສອງພັກ, ສອງລັດ ທີ່ໄດ້ເອົາໃຈໃສ່ຊີ້ນຳຂະແໜງການຕ່າງໆຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງທີ່ການນຳສອງຝ່າຍໄດ້ລົງນາມຮ່ວມກັນໃຫ້ເປັນຮູບປະທຳ ແລະ ເກີດປະໂຫຍດສູງສຸດຕໍ່ປະຊາຊົນສອງຊາດ ໂດຍສະພາະແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກຳລາວ-ຈີນ.
Comment
Comments are closed.