ຫາລືລະດັບຊາດ ສ້າງຄວາມເຂັ້ມແຂງ ປະເມີນຜົນກະທົບທາງມໍລະດົກໃນ ສປປ ລາວ

ຫາລືລະດັບຊາດ ສ້າງຄວາມເຂັ້ມແຂງ ປະເມີນຜົນກະທົບທາງມໍລະດົກໃນ ສປປ ລາວ - 316942070 509090111238824 3850376621872542243 n - ຫາລືລະດັບຊາດ ສ້າງຄວາມເຂັ້ມແຂງ ປະເມີນຜົນກະທົບທາງມໍລະດົກໃນ ສປປ ລາວ
ຫາລືລະດັບຊາດ ສ້າງຄວາມເຂັ້ມແຂງ ປະເມີນຜົນກະທົບທາງມໍລະດົກໃນ ສປປ ລາວ - kitchen vibe - ຫາລືລະດັບຊາດ ສ້າງຄວາມເຂັ້ມແຂງ ປະເມີນຜົນກະທົບທາງມໍລະດົກໃນ ສປປ ລາວ

ວັນທີ 25 ພະຈິກ 2022 ທີ່  ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ອົງການເພື່ອການສຶກສາ ວິທະຍາສາດ ແລະ ວັດທະນະທໍາແຫ່ງອົງການອຸຍເນັດສະໂກ (UNESCO) ປະຈໍາລາວ ແລະ ພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ໄດ້ຈັດກອງປະຊຸມປຶກສາຫາລືລະດັບຊາດ ກ່ຽວກັບການສ້າງຄວາມເຂັ້ມແຂງໃນການປະເມີນຜົນກະທົບທາງດ້ານມໍລະດົກໃນ ສປປ ລາວ ໂດຍການເຂົ້າຮ່ວມຂອງທ່ານ ພະຂັນໄຊ ສີຂັນໄຊ ຫົວຫນ້າກົມມໍລະດົກ ກະຊວງ ຖວທ ແລະ ທ່ານນາງ ຊາຣາ ເຊັກເກນເນດ ຜູ້ປະສານງານອົງການເພື່ອການສຶກສາ ວິທະຍາສາດ ແລະ ວັດທະນະທໍາ ແຫ່ງອົງການອຸຍເນັດສະໂກ ປະຈໍາລາວ (UNESCO) ເພື່ອເຮັດໃຫ້ວຽກງານຄຸ້ມຄອງ ແລະ ປົກປັກຮັກສາມໍລະດົກທາງວັດທະນະທໍາ ປະຫວັດສາດ ແລະ ທໍາມະຊາດ ໃຫ້ມີຄວາມໝັ້ນຄົງ ຍືນຍົງ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງຊາດ ໃນອະນາຄົດ.

ທ່ານ ພະຂັນໄຊ ສີຂັນໄຊ ກ່າວມີຄໍາເຫັນວ່າ: ພາຍຫຼັງທີ່ປະເທດຊາດໄດ້ຮັບການສະຖາປະນາໃນປີ 1975 ເປັນຕົ້ນມາ ພັກ ແລະ ລັດຖະບານ ຍາມໃດກໍໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນຕໍ່ຂົງເຂດວຽກງານຄຸ້ມຄອງ ແລະ ປົກປັກຮັກສາມໍລະດົກວັດທະນະທໍາ ປະຫວັດສາດ ແລະ ທໍາມະຊາດຂອງຊາດຢ່າງບໍ່ຢຸດຢັ້ງ ໄດ້ສະແດງໃຫ້ພວກເຮົາເຫັນວ່າ:  ຈາກເມື່ອກ່ອນພວກເຮົາບໍ່ເຄີຍມີມໍລະດົກແຫ່ງຊາດ ຈັກແຫ່ງ ແຕ່ມາຮອດປີ 1993 ພວກເຮົາສາມາດສໍາເລັດການຂຶ້ນບັນຊີມໍລະດົກລະດັບຊາດ ຈໍານວນ 15 ແຫ່ງ ແລະ ມາຮອດປັດຈຸບັນ ສາມາດສໍາເລັດການນໍາສະເໜີເອົາມໍລະດົກແຫ່ງຊາດທາງດ້ານວັດທະນະທໍາທີ່ເປັນວັດຖຸ ເຂົ້າເປັນມໍລະດົກໂລກໄດ້ແລ້ວ 3 ແຫ່ງ ຄື: ເມືອງ ຫຼວງພະບາງ (1995) ວັດພູຈໍາປາສັກ (2001) ແລະ ທົ່ງໄຫຫີນຊຽງຂວາງ (2019) ພ້ອມກັນນັ້ນ ພວກເຮົາຍັງໄດ້ສໍາເລັດການນໍາສະເໜີເອົາ ສຽງແຄນເຊື້ອຊາດລາວ ເຂົ້າເປັນມໍລະດົກທາງດ້ານນາມມະທໍາຂອງມວນມະນຸດຊາດ ໃນປີ 2017 ແລະ ໃນປັດຈຸບັນ ພວກເຮົາກໍາລັງ ປະກອບເອກະສານຄໍາຮ້ອງເພື່ອນໍາສະເໜີເອົາພູມປັນຍາການຕໍ່າລາຍນາກ ລໍາວົງລາວ ເຂົ້າເປັນມໍລະດົກໂລກທາງດ້ານນາມມະທໍາ ແລະ ກໍາລັງຂຸ້ນຂ້ຽວປະກອບເອກະສານຄໍາຮ້ອງເພື່ອສະເໜີເອົາອຸດທິຍານແຫ່ງຊາດຫີນຫນາມຫນໍ່ ເມືອງບົວລະພາ ແຂວງຄໍາມ່ວນ ເຂົ້າເປັນ ມໍລະດົກໂລກຮ່ວມຊາຍແດນແບບເຊື່ອມຕໍ່ກັບສວນອຸດທິຍານແຫ່ງຊາດຟອງຫຍາແກ່ບາງ ມໍລະດົກໂລກຂອງ ສສ ຫວຽດນາມ ຄາດວ່າຈະໃຫ້ສໍາເລັດ ແລະ ຍື່ນສະເໜີຕໍ່ອົງການອຸຍເນັດສະໂກ ເພື່ອພິຈາລະນາໃນຕົ້ນເດືອນກຸມພາ 2023 ນີ້.

ຫາລືລະດັບຊາດ ສ້າງຄວາມເຂັ້ມແຂງ ປະເມີນຜົນກະທົບທາງມໍລະດົກໃນ ສປປ ລາວ - Visit Laos Visit SALANA BOUTIQUE HOTEL - ຫາລືລະດັບຊາດ ສ້າງຄວາມເຂັ້ມແຂງ ປະເມີນຜົນກະທົບທາງມໍລະດົກໃນ ສປປ ລາວ
ຫາລືລະດັບຊາດ ສ້າງຄວາມເຂັ້ມແຂງ ປະເມີນຜົນກະທົບທາງມໍລະດົກໃນ ສປປ ລາວ - Visit Laos Visit SALANA BOUTIQUE HOTEL - ຫາລືລະດັບຊາດ ສ້າງຄວາມເຂັ້ມແຂງ ປະເມີນຜົນກະທົບທາງມໍລະດົກໃນ ສປປ ລາວ

ທ່ານຫົວຫນ້າກົມມໍລະດົກ ກ່າວອີກວ່າ: ເພື່ອເຮັດໃຫ້ວຽກງານຄຸ້ມຄອງ ແລະ ປົກປັກຮັກສາມໍລະດົກທາງວັດທະນະທໍາ ປະຫວັດສາດ ແລະ ທໍາມະຊາດ ໃຫ້ສາມາດຮັບປະກັນໄດ້ຄວາມຫມັ້ນຄົງ ຍືນຍົງ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ- ສັງຄົມຂອງຊາດ ກະຊວງ ຖວທ ໄດ້ສຸມໃສ່ປັບປຸງກົດຫມາຍ ວ່າດ້ວຍມໍລະດົກແຫ່ງຊາດ ທີ່ຖືກຮັບຮອງຢ່າງເປັນທາງການໃນທ້າຍປີ 2021 ກົດຫມາຍວ່າດ້ວຍມໍລະດົກແຫ່ງຊາດສະບັບປັບປຸງນີ້ ໄດ້ບັນຈຸໃຫ້ມີຂໍ້ກໍານົດໃຫມ່ກ່ຽວກັບການປະເມີນຜົນກະທົບຕໍ່ມໍລະດົກ ວັດທະນະທໍາ ປະຫວັດສາດ ແລະ ທໍາມຊາດຂອງຊາດ ໂດຍລະບຸວ່າ: “ທຸກໆໂຄງການພັດທະນາ ຫຼື ກິດຈະກໍາການເຄື່ອນໄຫວທາງດ້ານເສດຖະກິດ-ສັງຄົມ ເປັນຕົ້ນ ການພັດທະນາອຸດສາຫະກໍາ ກະສິກໍາ ແລະ ພື້ນຖານໂຄງລ່າງ ອາດສົ່ງຜົນກະທົບໂດຍກົງ ຫຼື ທາງອ້ອມຕໍ່ມໍລະດົກແຫ່ງຊາດທາງ ດ້ານວັດທະນະທໍາ ປະຫວັດສາດ ແລະ ທໍາມະຊາດ ຕ້ອງໄດ້ເຮັດການປະເມີນຜົນກະທົບຕໍ່ມໍລະດົກດັ່ງກ່າວ ພ້ອມທັງສ້າງບົດລາຍງານ ແລະ ແຜນການກ່ຽວກັບວິທີການຄຸ້ມຄອງ ຕິດຕາມ ແລະ ກວດກາ”.

ຢ່າງໃດກໍຕາມ ເນື່ອງຈາກການຈັດຕັ້ງປະຕິບັດວຽກງານປະເມີນຜົນກະທົບດ້ານມໍລະດົກ ຍັງບໍ່ທັນມີການຈັດຕັ້ງປະຕິບັດຢ່າງເປັນລະບົບ ແລະ ຍັງບໍ່ທັນມີເຄື່ອງມືດ້ານນິຕິກໍາທີ່ເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ ດັ່ງນັ້ນ ກະຊວງ ຖວທ ຈຶ່ງໄດ້ຂໍຄວາມຊ່ວຍເຫຼືອນໍາອົງການອຸຍ ເນັສໂກ ໃຫ້ມີການຮ່ວມມື ແລະ ສະໜູນສະໜູນເພື່ອສ້າງເຄື່ອງມືທາງດ້ານນິຕິກໍາໃຫ້ເປັນບ່ອນອີງ ແລະ ຄູ່ມືໃນການຈັດຕັ້ງປະຕິບັດວຽກງານປະເມີນຜົນກະທົບຕໍ່ມໍລະດົກຂອງຊາດໃນອະນາຄົດ.

ພ້ອມກັນນັ້ນ ບັນດາຜູ້ເຂົ້າຮ່ວມໃນກອງປະຊຸມ ຍັງໄດ້ຮັບຟັງການທົບທວນການປະເມີນຜົນກະທົບທາງດ້ານສິ່ງແວດລ້ອມໃນ ສປປ ລາວ ທົບທວນການປະເມີນຜົນກະທົບທາງດ້ານມໍລະດົກດ້ວຍຫຼາຍມາດຕະຖານສາກົນ ທົບທວນແຜນການສ້າງຄວາມເຂັ້ມແຂງໃຫ້ແກ່ການປົກ ປັກຮັກສາມໍລະດົກໂລກໃນສະພາບການທີ່ມີໂຄງການພັດທະນາຕ່າງໆ ພ້ອມທັງສົນທະນາ ປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນຢ່າງ ກົງໄປກົງມາ ເພື່ອເຮັດໃຫ້ການສ້າງເຄື່ອງມືດ້ານນິຕິກໍາ ແລະ ຄູ່ມື ມີເນື້ອໃນສົມບູນ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ.

 

ຫາລືລະດັບຊາດ ສ້າງຄວາມເຂັ້ມແຂງ ປະເມີນຜົນກະທົບທາງມໍລະດົກໃນ ສປປ ລາວ - 4 - ຫາລືລະດັບຊາດ ສ້າງຄວາມເຂັ້ມແຂງ ປະເມີນຜົນກະທົບທາງມໍລະດົກໃນ ສປປ ລາວ
ຫາລືລະດັບຊາດ ສ້າງຄວາມເຂັ້ມແຂງ ປະເມີນຜົນກະທົບທາງມໍລະດົກໃນ ສປປ ລາວ - 5 - ຫາລືລະດັບຊາດ ສ້າງຄວາມເຂັ້ມແຂງ ປະເມີນຜົນກະທົບທາງມໍລະດົກໃນ ສປປ ລາວ
ຫາລືລະດັບຊາດ ສ້າງຄວາມເຂັ້ມແຂງ ປະເມີນຜົນກະທົບທາງມໍລະດົກໃນ ສປປ ລາວ - 3 - ຫາລືລະດັບຊາດ ສ້າງຄວາມເຂັ້ມແຂງ ປະເມີນຜົນກະທົບທາງມໍລະດົກໃນ ສປປ ລາວ