ຈີນ ຜະລິດກັງຫັນລົມນອກແຄມຝັ່ງໃຫຍ່ສຸດໃນໂລກ
November 26, 2022 - 4:20 PM
ສຳນັກຂ່າວຊິນຮວາ ຂອງສປຈີນ, ກັງຫັນລົມ ນອກແຄມຝັ່ງ ຂະໜາດໃຫຍ່ ຊຶ່ງມີກຳລັງການຜະລິດຕໍ່ໜ່ວຍໃຫຍ່ທີ່ສຸດໃນໂລກໄດ້ນຳອອກຈາກສາຍການຜະລິດໃນແຂວງຟູຈຽນທາງຕາເວັນອອກຂອງຈີນ, ກັງຫັນລົມຂະໜາດ 16 ເມກາວັດຕິດຕັ້ງຄຸມໃບພັດຢູ່ສູງ 146 ແມັດທຽບເທົ່າກັບອາຄານ 50 ຊັ້ນ, ມີໃບພັດເສັ້ນຜ່າສູນກາງຍາວທີ່ສຸດໃນໂລກທີ່ 252 ແມັດ ແລະ ນໍ້າໜັກຕໍ່ເມກາວັດເບົາທີ່ສຸດໃນໂລກ.
ກັງຫັນລົມນີ້ ຮ່ວມພັດທະນາໂດຍບໍລິສັດໄຊນ່າ ທຣິຈໍສະຄອບເປີເຣຊັນ(CTG) ແລະ ບໍລິສັດ ວິທະຍາສາດ ແລະ ເຕັກໂນໂລຊີ ຊິນຈຽງ ໂກລວິນ ຈຳກັດ(Goldwind) , ລາຍງານລະບຸວ່າ: ກັງຫັນລົມນີ້ຖືເປັນຄວາມກ້າວໜ້າຂອງການຜະລິດກັງຫັນລົມຂັ້ນສູງ ແລະ ສາມາດຜະລິດໄຟຟ້າໄດ້34,2 ກິໂລວັດໂມງ