ຮົງດູຣັສປະກາດສະຖານະການສຸກເສີນ ເພື່ອແກ້ໄຂບັນຫາອາດຊະຍາກຳ
ລັດຖະບານຮົງດູຣັສ ປະກາດສະຖານະການສຸກເສີນທົ່ວປະເທດ ເພື່ອຍົກລະດັບຄວາມໝັ້ນຄົງພາຍໃນ ໃນການແກ້ໄຂບັນຫາອາດຊະຍາກຳ ເຊິ່ງມີອັດຕາສູງເປັນອັນດັບຕົ້ນຂອງພາກພື້ນ.
ວັນທີ 26 ພະຈິກ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ນາງ ຊິໂອມາຣາ ຄາສໂຕຣ ລົງນາມໃນຄຳສັ່ງປະກາດສະຖານະການສຸກເສີນທົ່ວຮົງດູຣັສໃນວັນທີ 25 ພະຈິກຜ່ານມາ ເພື່ອແກ້ໄຂສະຖານະການອາດຊະຍາກຳໃນປະເທດທີ່ເພີ່ມສູງ ໂດຍສະເພາະກ່ຽວຂ້ອງກັບຢາເສບຕິດ ແລະ ແກ້ງອັນຕະພານ.
ຄຳສັ່ງດັ່ງກ່າວຂອງລັດຖະບານ ນຳໄປສູ່ການບັງຄັບໃຊ້ມາດຕະການ ລວມທັງການເພີ່ມກຳລັງຕຳຫລວດທົ່ວຮົງດູຣັສ, ຂະນະທີ່ທ່ານ ນາງ ຄາສໂຕຣ ເຊິ່ງສ້າງປະຫວັດສາດເປັນຜູ້ນຳຍິງຄົນທຳອິດຂອງຮົງດູຣັສ ໂດຍໄດ້ຮັບການເລືອກຕັ້ງໃນເດືອນມັງກອນປີນີ້ ກ່າວວ່າ: ການດຳເນີນງານຂອງລັດຖະບານຄືການປະກາດສົງຄາມກັບ “ການກັນໂຊກຊັບ” ເພື່ອຍົກລະດັບການແກ້ໄຂໃນລະດັບດຽວກັບສົງຄາມຕໍ່ຕ້ານຄວາມທຸກຍາກ ແລະ ປາບປາມຢາເສບຕິດ ພ້ອມທັງສະໜັບສະໜູນໃຫ້ເຈົ້າໜ້າທີ່ “ດຳເນີນການຂັ້ນເດັດຂາດ”.
ທັງນີ້, ຮົງດູຣັສ, ກົວເຕມາລາ ແລະ ເອລຊັລວາດໍ ເປັນປະເທດໃກ້ຄຽງສາມແຫ່ງ ເຊິ່ງໄດ້ຮັບການຂະໜານນາມວ່າ: “ສາມຫລ່ຽມແຫ່ງຄວາມຕາຍ” ເນື່ອງຈາກມີອັດຕາການເກີດອາດຊະຍາກຳໃນລະດັບສູງ ໂດຍສະຖິຕິຂອງຮົງດູຣັສທີ່ເຜີຍແຜ່ໃນປີ 2020 ລະບຸອັດຕາການເກີດຄະດີຄາດຕະກຳຄິດເປັນອັດຕາສ່ວນ 37,6 ຕໍ່ປະຊາກອນ 100.000 ຄົນ.