ດິນຖະຫລົ່ມ ເກາະອີສເກຍ ປະເທດອີຕາລີ ກວາດລົດຫລາຍຄັນໄຫລລົງທະເລ
November 27, 2022 - 11:40 AM
ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 26 ພະຈິກ 2022 ນີ້, ເກີດດິນຖະຫລົ່ມ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ດິນຈຳນວນມະຫາສານ ແລະ ເສດຊາກສິ່ງຂອງຕ່າງໆ ພັດເຂົ້າອາຄານບ້ານເຮືຶອນຂອງປະຊາຊົນ ທີ່ເກາະອີສເກຍ ເມືອງເນເີສ ພາກໃຕ້ຂອງອີຕາລີ ສົ່ງຜົນໃຫ້ອາຄານ, ສິ່ງກໍ່ສ້າງຫລາຍແຫ່ງພັງທະລາຍລົງມາ ລວມທັງຍັງພັດພາເອົາລົດຫລາຍຄັນລົງໄປທະເລ.
ມີລາຍງານວ່າ: ພົບຮ່າງຂອງຜູ້ຍິງຄົນໜຶ່ງທີ່ຢູ່ໃຕ້ດິນ ແລະ ຍັງມີອີກຫລາຍຄົນທີ່ຍັງສູນຫາຍ ບ້ານເຮືອນຫລາຍສິບຫລັງຖືກຕັດຂາດ, ທັງນີ້ ສຳນັກງານອຸຕຸນິຍົມໄດ້ອອກຄຳເຕືອນສະພາບອາກາດວ່າ ອາດຈະມີຝົນຕົກໜັກ ແລະ ລົມພັດແຮງຕະຫລອດອາທິດນີ້.