ຜູ້ຈັດການທີມ-ນັກເຕະ ຊາອຸດິອາຣະເບຍ ປະຕິເສດໄດ້ລົດຫລູຈາກເຈົ້າຊາຍເປັນຂອງຂວັນ ເກມໂຄ່ນອາເຈນຕີນາ
ຜູ້ຈັດການທີມ ແລະ ນັກເຕະທີມຊາດຊາອຸດິອາຣະເບຍ ອອກມາປະຕິເສດຂ່າວລືວ່າ ພວກເຂົາໄດ້ຮັບຂອງຂວັນຈາກເຈົ້າຊາຍເປັນລົດຫລູໂຣລສຣອຍ ຫລັງເກມໂຄ່ນ ອາເຈນຕີນາ ໃນການແຂ່ງຂັນບານໂລກ 2022.
ຫລັງຈາກທີ່ທີມບານເຕະທີມຊາດຊາອຸດິອາຣະເບຍ ພິກລັອກຍິງຊະນະ ອາເຈນຕີນາ ທີມເຕັງແຊ໊ມການແຂ່ງຂັນບານໂລກ 2022 ໃນເກມນັດປະເດີມສະໜາມກຸ່ມ ຊີ ນັດທຳອິດ ໂດຍເອົາຊະນະໄປ 2-1 ເຮັດໃຫ້ມີຂ່າວລືວ່າ ເຈົ້າຊາຍ ໂມຮຳເຫມັດ ບິນ ຊັລມານ ຫລື ມົງກຸດຣາຊະກຸມມານແຫ່ງຊາອຸດິອາຣະເບຍ ມອບຂອງຂວັນສຸດພິເສດໃຫ້ນັກເຕະທຸກຄົນ ນັ້ນກໍຄືລົດຫລູ ໂຣລສຣອຍ ຮຸ່ນ Rolls Royc Phantom.
ແນວໃດກໍຕາມເວັບໄຊ ອາຣັບນີວ ໄດ້ລາຍງານຂ່າວລະບຸວ່າ ຂ່າວການມອບລົດຫລູ ໂຣລສຣອຍ ໃຫ້ກັບນັກເຕະຊາອຸດິອາຣະເບຍນັ້ນເປັນພຽງຂ່າວລືເທົ່ານັ້ນ ໂດຍມາຈາກການຢືນຢັນຂອງ ແອກເວ ເຣີນາ ຜູ້ຈັດການທີມ ແລະ ຊາເລ ອັລ ເຊຣີ ກອງໜ້າຂອງທີມ ທີ່ອະທິບາຍເລື່ອງວ່າການຮັບໃຊ້ປະເທດຊາດເປັນລາງວັນດຽວທີ່ລາວຕ້ອງການ.
“ ເຮົາມານີ້ເພື່ອຮັບໃຊ້ປະເທດຂອງເຮົາ ແລະ ຈະເຮັດໃຫ້ດີທີ່ສຸດ ນັ້ນຄືຜົນຕອບແທນທີ່ຍິ່ງໃຫຍ່ທີ່ສຸດຂອງພວກເຮົາ ”.
ຂະນະທີ່ຜູ້ຈັດການທີມ ຊາອຸດິອາຣະເບຍ ກໍກ່າວເຖິງເລື່ອງນີ້ເຊ່ັນດຽວກັນໃນການສຳພາດຫລັງເກມທີ່ເສຍໃຫ້ກັບ ໂປແລນ ເມື່ອວັນທີ 26 ພະຈິກທີ່ຜ່ານມາ.
“ ເລື່ອງນີ້ບໍ່ແມ່ນເລື່ອງຈິງເລີຍ ພວກເຮົາມີກະຊວງກິລາກັບສະມາຄົມບານເຕະທີ່ເຮັດວຽກກັນຢ່າງຫນັກ ແລະ ເຄັ່ງຄຽດ ມັນບໍ່ແມ່ນເວລາທີ່ຈະມາເຮັດຫຍັງແບບນີ້ເລີຍ ”.
ຂະນະທີ່ ເດລີ ເມລ ສື່ຊັ້ນນຳໃນປະເທດອັງກິດລາຍງານວ່າ ຕົ້ນຕໍຂອງຂ່າວດັ່ງກ່າວນັ້ນມາຈາກຫມໍແຂ້ວຊາວປາກິດສະຖານຄົນຫນຶ່ງທີ່ມີອິດທິພົນດ້ານໂຊຊຽລອ່າວຫລາຍ ເຊິ່ງຂໍ້ມູນບໍ່ໄດ້ມີຄວາມເປັນຈິງແຕ່ຢ່າງໃດ.