ພັກໂປ ບໍ່ປິດໂອາດຍ້າຍໄປແມນຢູ ເດືອນມັງກອນນີ້
ໂຄດີ ພັກໂປ ປີກຊາວເນເທີແລນ ບໍ່ປິດໂອກາດຍ້າຍໄປ ແມນເຊສເຕີ ຢູໄນເຕັດ ເດືອນມັງກອນນີ້ ແຕ່ຢືນຢັນຕອນນີ້ມີສະມາທິກັບການສ້າງຜົນງານໃຫ້ ເນເທີແລນ ໃນບານເຕະໂລກເທົ່ານັ້ນ.
ໂຄດີ ພັກໂປ ປີກຟອມຮ້ອນທີມຊາດເນເທີແລນຂອງ ພີເອສວີ ໄຮໂຮເຟັນ ທີມໃຫຍ່ແຫ່ງວົງການບານເຕະເນເທີແລນ ບໍ່ປິດໂອກາດທີ່ຈະຍ້າຍ ສັງກັດໃນໄລຍະເປີດຕະຫລາດນັກເຕະເດືອນມັງກອນນີ້ ຫລັງຕົກເປັນຂ່າວເຊື່ອມໂຍງກັບ ແມນເຊສເຕີ ຢູໄນເຕັດ ທີມດັງຂອງອັງກິດຢ່າງຕໍ່ເນື່ອງ.
ແນວໃດກໍຕາມ ພັກໂປ ເຊິ່ງຍິງໄປແລ້ວ 2 ປະຕູຈາກການລົງສະໜາມ 2 ນັດໃຫ້ ເນເທີແລນ ໃນການແຂ່ງຂັນບານໂລກ 2022 ຢືນຢັນວ່າ ບໍ່ໄດ້ໃສ່ໃຈກັບຂ່າວລືເລື່ອງອະນາຄົດຂອງຕົນເອງ ແລະ ຕ້ອງການມີສະມາທິກັບການສ້າງຜົນງານໃຫ້ ເນເທີແລນ ໃນບານໂລກ ທີ່ກາຕ້າເທົ່ານັ້ນ.
ພັກໂປ ກ່າວວ່າ : “ ຂ້ອຍຍັງວຸ້ນວາຍກັບທີມຊາດເນເທີແລນ ຂ້ອຍຈະຖ້າເບິ່ງອີກເທື່ອຫນຶ່ງວ່າຈະເກີດຫຍັງຂຶ້ນໃນລະດູໜາວ ໃນບານໂລກອັນໃດກໍສາ ມາດເກີດຂຶ້ນໄດ້ທັງນັ້ນ ຕອນນີ້ຂ້ອຍສົນຈແຕ່ບານໂລກ ມັນເປັນເລື່ອງດີທີ່ມີຄົນກ່າວເຖິງ ແຕ່ຂ້ອຍສົນໃຈແຕ່ເວລານີ້ ແລະ ຢາກຫລິ້ນໃຫ້ດີທີ່ສຸດ ”.
“ ຂ້ອຍບໍ່ໄດ້ຕື່ນເຕັ້ນກັບຂ່າວລື ແຕ່ບານໂລກເປັນກິລາປະເພດທີມ ບໍ່ແມ່ນເລື່ອງຂອງໃຜຄົນໃດຄົນຫນຶ່ງ ມັນເປັນເລື່ອງດີທີ່ມີຄົນຂຽນຂ່າວເຖິງເຈົ້າ ແຕ່ຂ້ອຍບໍ່ໄດ້ໃສ່ໃຈມັນຫລາຍດອກ ”.