ປກສ ຈຳປາສັກສາມາດມ້າງເຄືອຂ່າຍຢາເສບຕິດທີ່ອັນຕະລາຍ

- 4122 - ປກສ ຈຳປາສັກສາມາດມ້າງເຄືອຂ່າຍຢາເສບຕິດທີ່ອັນຕະລາຍ
- kitchen vibe - ປກສ ຈຳປາສັກສາມາດມ້າງເຄືອຂ່າຍຢາເສບຕິດທີ່ອັນຕະລາຍ

ເຈົ້າໜ້າທີ່ ປກສ ແຂວງ ຈໍາປາສັກ ໃຫ້ຮູ້ວ່າ: ເມື່ອບໍ່ດົນນີ້, ກໍາລັງເຈົ້າໜ້າທີ່ຂອງຕົນໄດ້ມ້າງເຄືອຂ່າຍຄ້າຢາເສບຕິດທີ່ອັນຕະລາຍຢູ່ບ້ານຫ້ວຍຍາງຄໍາເມືອງ ປາກເຊ ແລະ ສາມາດຈັບຕົວຜູ້ ຕ້ອງຫາໄດ້ຄື: ທ້າວ ພູໄທ ອາຍຸ 55 ປີຢູ່ບ້ານອອກເມືອງ, ທ້າວ ສີ ອາຍຸ 57 ປີຢູ່ບ້ານສຸລະ ແລະ ທ້າວ ໂຄລົບ ອາຍຸ 44 ປີຢູ່ ບ້ານ ບຸ້ງຄ້າເມືອງຊະນະສົມບູນ ແຂວງ ຈໍາປາສັກ, ພ້ອມຂອງ ກາງຢາບ້າຈໍານວນ 19.200 ເມັດ, ຈຶ່ງໄດ້ຢຶດໄວ້ເປັນຫລັກ ຖານໃນການດໍາເນີນຄະດີຕາມ ລະບຽບກົດໝາຍ.

 

- Visit Laos Visit SALANA BOUTIQUE HOTEL - ປກສ ຈຳປາສັກສາມາດມ້າງເຄືອຂ່າຍຢາເສບຕິດທີ່ອັນຕະລາຍ

 

+ ປກສ ຈຳປາສັກຈັບເຄືອຂ່າຍຄ້າຢາເສບຕິດມາດຳເນີນຄະດີ

+ ປກສ ​ເມືອງສີ​ສັດຕະ​ນາກຈັບຄົນຮ້າຍ​ລັກ​ຕັດ​ສາຍ​ໄຟ​ກ້ອງ​ວົງ​ຈອນ​ປິດ​ໃນຕົວເມືອງ

+ ປກສ ​ເມືອງ​ສີ​ສັດຕະ​ນາກສາມາດຈັບ​ຜູ້​ຕ້ອງ​ຫາປຸ້ນ​ຈີ້-ຊີງ​ຊັບຕົວ​ອັນຕະລາຍ​ມາ​ດຳ​ເນີນ​ຄະດີ

 

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ການ ມ້າງຂະບວນການຄ້າຂາຍຢາ ເສບຕິດເທື່ອນີ້, ແມ່ນການຂະ ຫຍາຍຜົນຈາກຄະດີຢາເສບ ຕິດທີ່ເຈົ້າໜ້າທີ່ສາມາດມ້າງໄດ້ ກ່ອນໜ້ານີ້ຢູ່ເຮືອນພັກແຫ່ງ ໜຶ່ງເຂດເມືອງບາຈຽງ, ໂດຍມີຜູ້ ຕ້ອງຫາຄື: ທ້າວ ສົມສັກ (ປ້ອງ) ອາຍຸ 48 ປີຢູ່ບ້ານທົ່ງກວ້າງ ເມືອງໂພນທອງ ແລະ ນາງ ເດືອນເພັນອາຍຸ 30 ປີຢູ່ ບ້ານ ຫົວ ເຊເມືອງບາຈຽງ ແຂວງ ຈໍາປາ ສັກ, ພ້ອມຂອງກາງຢາບ້າ 600 ເມັດ.

ຜ່ານການສືບສວນ-ສອບ ສວນຂອງເຈົ້າໜ້າທີ່ພວກ ເຂົາຮັບສາລະພາບວ່າ: ຢາເສບ ຕິດດັ່ງກ່າວໄດ້ຊື້ມາຈາກ ຂະ ບວນການຄ້າຢາເສບຕິດຢູ່ ເມືອງຊະນະສົມບູນ, ຈຶ່ງໄດ້ຈັດ ກໍາລັງລົງມ້າງ ແລະ ສາມາດຈັບ ຕົວຜູ້ຕ້ອງຫາມາດໍາເນີນຄະດີ ໄດ້ເພີ່ມອີກຄື: ທ້າວ ຈັນທອນ ອາຍຸ 31 ປີ, ທ້າວ ພອນສະຫວັນ ອາຍຸ 19 ປີ, ທ້າວ ບີຈອດ ອາຍຸ 17 ປີຢູ່ບ້ານໃໝ່ສໍາພັນ, ນາງ ເດືອນເພັນ ອາຍຸ 18 ປີ ແລະ ທ້າວ ວໍລະຈິດ ອາຍຸ 17 ປີຢູ່ບ້ານ ສຸລະ, ພ້ອມຂອງກາງຢາບ້າ ຈໍານວນ 18 ພັນເມັດ ແລະ ຄະດີຢາເສບຕິດລາຍນີ້ເຈົ້າ ໜ້າທີ່ຈະຂະຫຍາຍຜົນຫາຜູ້ ຮ່ວມຂະບວນການເພື່ອຈັບຕົວ ມາດໍາເນີນຄະດີຕາມລະບຽບ ກົດໝາຍ.

ຂ່າວໃຫ້ຮູ້ຕຶ່ມວ່າ: ເມື່ອບໍ່ ດົນມານີ້, ສານປະຊາຊົນ ແຂວງ ອຸດົມໄຊ ໄດ້ຕັດສີນລົງໂທດທ້າວ ລີແສງເລົ່າອາຍຸ 24 ປີຢູ່ບ້ານ ພູຂຽວ ແລະ ທ້າວ ຈັງຢາ ອາຍຸ 21 ປີຢູ່ບ້ານໂຮມໄຊເມືອງ ໄຊ ແຂວງອຸດົມໄຊ ຈໍາຄຸກຜູ້ລະ 5 ປີ ພ້ອມປັບໃໝ 10 ລ້ານກີບ, ໃນຂໍ້ ຫາຄ້າຂາຍຢາເສບຕິດ, ໂດຍທັງ ສອງຖືກເຈົ້າໜ້າທີ່ຈັບຕົວແຕ່ ທ້າຍປີ 2016 ຜ່ານມາ, ພ້ອມ ຂອງກາງຢາບ້າຫລາຍກວ່າ ພັນເມັດ.

- 3 - ປກສ ຈຳປາສັກສາມາດມ້າງເຄືອຂ່າຍຢາເສບຕິດທີ່ອັນຕະລາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!