ປິດຂົວຫ້ວຍທົນ ເມືອງໂພນໂຮງ ຊົ່ວຄາວ ແຕ່ວັນທີ 28 ພະຈິກ ຫາ 28 ທັນວາ 2022

ປິດຂົວຫ້ວຍທົນ ເມືອງໂພນໂຮງ ຊົ່ວຄາວ ແຕ່ວັນທີ 28 ພະຈິກ ຫາ 28 ທັນວາ 2022 - kitchen vibe - ປິດຂົວຫ້ວຍທົນ ເມືອງໂພນໂຮງ ຊົ່ວຄາວ ແຕ່ວັນທີ 28 ພະຈິກ ຫາ 28 ທັນວາ 2022

ວັນທີ 28 ພະຈິກ 2022 ນີ້ ບໍລິສັດຮັບເໝົາກໍ່ສ້າງ ໄດ້ປະກາດປິດຂົວບ້ານ ຫ້ວຍທົນ ເມືອງໂພນໂຮງ ແຂວງວຽງຈັນ (ເສັ້ນທາງ 13 ເໜືອ) ຊົ່ວຄາວ ຕັ້ງແຕ່ວັນທີ 28 ພະຈິກ ຫາ 28 ທັນວາ 2022 ເພື່ອເຮັດໃຫ້ໂຄງການກໍ່ສ້າງຂົວໃນໂຄງການກໍ່ສ້າງເສັ້ນທາງເລກທີ 13 ເໜືອ ໃຫ້ສຳເລັດຕາມແຜນການທີ່ໄດ້ກຳນົດໄວ້.
ປະຊາຊົນ ຫລື ຜູ້ສັນຈອນທົ່ວໄປທີ່ຈຸດປະສົງທີ່ຈະເດີນທາງໄປ-ມາ ຜ່ານຈຸດດັ່ງກ່າວ ແມ່ນໃຫ້ໃຊ້ທາງເວັ້ນຕາມປ້າຍແຈ້ງເຕືອນຢູ່ຈຸດຕ່າງໆທີ່ທາງບໍລິສັດກຳນົດໃຫ້ ດັ່ງນີ້:
– ສຳລັບ ລົດກະບະ, ລົດເກັງ ແລະ ລົດຈັກ ສາມາດຜ່ານທາງເວັ້ນຊົ່ວຄາວ ຢູ່ຈຸດທີ່ມີການກໍ່ສ້າງຂົວໄດ້ເລີຍ.
– ສຳລັບຍານພາຫະນະ 6 ລໍ້ ຂຶ້ນໄປ ທີ່ເດີນທາງມາແຕ່ນະຄອນຫລວງວຽງຈັນ ຫລື ຫລັກ 52 ຈະຜ່ານຂົວຫ້ວຍທົນ ແມ່ນໃຫ້ໄປຂຶ້ນຢູ່ສະຖານີທາງດ່ວນຢູ່ຈຸດໂພນຄຳ ຫລື ໄປເສັ້ນທາງ 3 ແຍກທາງແບ່ງນາໂພ ແລ້ວລ້ຽວຂວາໄປຕາມເສັ້ນທາງດັ່ງກ່າວ ອອກໄປຫາວົງວຽນ 3 ແຍກ ໂພນໂຮງ.
– ສຳລັບຍານພາຫະນະ 6 ລໍ້ ຂຶ້ນໄປທີ່ເດີນທາງມາແຕ່ວັງວຽງ ຫລື ຫີນເຫີບ ທີ່ຈະຜ່ານຂົວຫ້ວຍທົນ ແມ່ນໃຫ້ລ້ຽວຊ້າຍຢູ່ 3 ແຍກວົງວຽນໂພນໂຮງ ຫລື ຈະໄປຂຶ້ນຢູ່ສະຖານີທາງດ່ວນ ຢູ່ຈຸດບ້ານນ້ຳລິນ

ດັ່ງນັ້ນຈຶ່ງຂໍໃຫ້ຜູ້ໃຊ້ຍານພາຫະນະຜ່ານຂົວດັ່ງກ່າວໃຫ້ຄວາມຮ່ວມມື ແລະ ປະຕິບັດຕາມປ້າຍສັນຍານຈາລະຈອນ ແລະ ການແນະນຳຂອງເຈົ້າໜ້າທີ່ ທີ່ປະຈຳການຢູ່ແຕ່ລະຈຸດ.

ປິດຂົວຫ້ວຍທົນ ເມືອງໂພນໂຮງ ຊົ່ວຄາວ ແຕ່ວັນທີ 28 ພະຈິກ ຫາ 28 ທັນວາ 2022 - Visit Laos Visit SALANA BOUTIQUE HOTEL - ປິດຂົວຫ້ວຍທົນ ເມືອງໂພນໂຮງ ຊົ່ວຄາວ ແຕ່ວັນທີ 28 ພະຈິກ ຫາ 28 ທັນວາ 2022
ປິດຂົວຫ້ວຍທົນ ເມືອງໂພນໂຮງ ຊົ່ວຄາວ ແຕ່ວັນທີ 28 ພະຈິກ ຫາ 28 ທັນວາ 2022 - 4 - ປິດຂົວຫ້ວຍທົນ ເມືອງໂພນໂຮງ ຊົ່ວຄາວ ແຕ່ວັນທີ 28 ພະຈິກ ຫາ 28 ທັນວາ 2022
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!