ປີ 2022 ນີ້ ມີນັກໂທດ 1.882 ຄົນ ໄດ້ຮັບການອະໄພຍະໂທດ ຍ້ອນມີການປະພຶດຕົນດີ ແລະ ມີຄວາມກ້າວໜ້າ

ອີງຕາມຄວາມສະຫງົບ ລາຍງານວ່າ: ປີ 2022 ນີ້, ປະທານປະເທດ ອອກລັດຖະດໍາລັດວ່າດ້ວຍການໃຫ້ອະໄພຍະໂທດ ໂດຍຕົກລົງອະໄພຍະໂທດໃຫ້ແກ່ນັກໂທດທັງໝົດ 1.882 ຄົນ ຍິງ 264 ຄົນ; ໃນນີ້, ໃຫ້ອະໄພຍະໂທດດ້ວຍການຫລຸດຜ່ອນໂທດ 1.564 ຄົນ ແລະ ໃຫ້ອະໄພຍະໂທດດ້ວຍການປ່ອຍຕົວ 318 ຄົນ.
ທ່ານ ພົອ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກໍາມະການອະໄພຍະໂທດລະດັບຊາດ ໄດ້ຖະແຫລງການກ່ຽວກັບວຽກງານອະໄພຍະໂທດປະຈໍາປີ 2022 ໃນວັນທີ 30 ພະຈິກ ນີ້ວ່າ: ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 2 ທັນວາ 2022 ຄົບຮອບ 47 ປີ, ຄະນະກໍາມະການອະໄພຍະໂທດລະດັບຊາດ ໄດ້ຄົ້ນຄ້ວາ, ນຳສະເໜີອະໄພຍະໂທດ, ຜ່ອນໂທດໃຫ້ແກ່ນັກໂທດທີ່ເປັນຄົນລາວ ແລະ ນັກໂທດທີ່ເປັນຄົນຕ່າງປະເທດ ທີ່ມີການປະພຶດດີ, ມີຄວາມກ້າວໜ້າ, ຮູ້ສຶກກິນແໜງແຄງໃຈຕໍ່ການກະທໍາຜິດ ແລະ ໄດ້ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງ ຕະຫລອດໄລຍະເວລາປະຕິບັດໂທດ ປະຈໍາປີ 2022; ກ່ອນສັງລວມແລ້ວສົ່ງໃຫ້ລັດຖະບານ ພິຈາລະນາ ສະເໜີຕໍ່ປະທານປະເທດ ອອກລັດຖະດໍາລັດ ວ່າດ້ວຍການໃຫ້ອະໄພຍະໂທດ.
ຜ່ານການກວດກາ, ຄົ້ນຄ້ວາຢ່າງລະອຽດ, ຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສຂອງລະບົບຍຸຕິທໍາປະທານປະເທດ ໄດ້ອອກລັດຖະດໍາລັດ ວ່າດ້ວຍການໃຫ້ອະໄພຍະໂທດ ແກ່ນັກໂທດສະບັບ ເລກທີ 206/ປປທ, ລົງວັນທີ 30 ພະຈິກ 2022 ຕົກລົງອະໄພຍະໂທດໃຫ້ແກ່ນັກໂທດທັງໝົດ 1.882 ຄົນ ຍິງ 264 ຄົນ, ນັກໂທດທີ່ເປັນຄົນຕ່າງປະເທດ 23 ຄົນ ຍິງ 6 ຄົນ; ໃນນີ້, ໃຫ້ອະໄພຍະໂທດດ້ວຍການຫລຸດຜ່ອນໂທດ 1.564 ຄົນ ຍິງ 226 ຄົນ, ຄົນຕ່າງປະເທດ 21 ຄົນ ຍິງ 5 ຄົນ; ໃຫ້ອະໄພຍະໂທດດ້ວຍການປ່ອຍຕົວ 318 ຄົນ ຍິງ 38 ຄົນ, ຄົນຕ່າງປະເທດ 2 ຄົນ ຍິງ 1 ຄົນ.
ພ້ອມນີ້, ວຽກງານອະໄພຍະໂທດເປັນວຽກງານໜຶ່ງທີ່ສໍາຄັນ, ເຊິ່ງສະແດງໃຫ້ເຫັນແນວທາງນະໂຍບາຍອັນຖືກຕ້ອງ, ເປັນທໍາຂອງພັກ, ລັດຖະບານ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ເພື່ອໃຫ້ຜູ້ທີ່ຫລົງຜິດໄດ້ກໍ່ສ້າງຕົນເອງໃຫ້ກາຍເປັນພົນລະເມືອງດີຂອງຊາດ ແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ສ້າງເງື່ອນໄຂໃຫ້ມີການປະກອບສ່ວນເຂົ້າໃນການປົກປັກຮັກສາ, ພັດທະນາປະເທດຊາດ ໃຫ້ມີຄວາມມັ່ງຄັ່ງ, ເຂັ້ມແຂງ, ປະຊາຊົນຮັ່ງມີ, ສັງຄົມສີວິໄລ ແລະ ຍຸຕິທໍາ ເພື່ອປະຕິບັດແນວທາງນະໂຍບາຍດ້ານມະນຸດສະທໍານັ້ນ; ໃນແຕ່ລະປີ, ຄະນະຮັບຜິດຊອບໄດ້ມີການຄົ້ນຄວ້າ, ນຳສະເໜີອະໄພຍະໂທດ, ຜ່ອນໂທດໃຫ້ແກ່ນັກໂທດທີ່ເປັນຄົນລາວ ແລະ ນັກໂທດທີ່ເປັນຄົນຕ່າງປະເທດທີ່ມີການປະພຶດດີ, ມີຄວາມກ້າວໜ້າ, ຮູ້ສຶກກິນແໜງແຄງໃຈຕໍ່ການກະທໍາຜິດ, ໄດ້ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງຕະຫລອດໄລ ຍະເວລາປະຕິບັດໂທດ. ໂດຍແນວທາງນະໂຍບາຍດ້ານມະນຸດສະທໍາດັ່ງກ່າວແມ່ນໄດ້ຈັດຕັ້ງປະຕິບັດຜ່ານມາຫລາຍປີແລ້ວ; ເຊິ່ງແມ່ນຄະນະກໍາມະການອະໄພຍະໂທດຢູ່ແຕ່ລະຂັ້ນເປັນຜູ້ຄົ້ນຄວ້າ, ນຳສະເໜີຕາມຂັ້ນຕອນ ແລະ ລະບຽບການທີ່ໄດ້ກໍານົດໄວ້.