ຫວຽດນາມຮັບນັກທ່ອງທ່ຽວຕ່າງປະເທດ ເພີ່ມຂຶ້ນ 21 ເທົ່າ ໄລຍະ 11 ເດືອນ

ຫວຽດນາມຮັບນັກທ່ອງທ່ຽວຕ່າງປະເທດ ເພີ່ມຂຶ້ນ 21 ເທົ່າ ໄລຍະ 11 ເດືອນ - dab11320 e0d0 11ec 80cd 0f911ab6fc54 original - ຫວຽດນາມຮັບນັກທ່ອງທ່ຽວຕ່າງປະເທດ ເພີ່ມຂຶ້ນ 21 ເທົ່າ ໄລຍະ 11 ເດືອນ
ຫວຽດນາມຮັບນັກທ່ອງທ່ຽວຕ່າງປະເທດ ເພີ່ມຂຶ້ນ 21 ເທົ່າ ໄລຍະ 11 ເດືອນ - kitchen vibe - ຫວຽດນາມຮັບນັກທ່ອງທ່ຽວຕ່າງປະເທດ ເພີ່ມຂຶ້ນ 21 ເທົ່າ ໄລຍະ 11 ເດືອນ

ວັນທີ 1 ທັນວາ, ສຳນັກງານສະຖິຕິແຫ່ງຊາດຫວຽດນາມ ເປີດເຜີຍວ່າ: ຫວຽດນາມຕ້ອນຮັບນັກເດີນທາງຕ່າງປະເທດປະມານ 3 ລ້ານຄົນ ໃນໄລຍະ 11 ເດືອນຂອງປີນີ້ ເພີ່ມຂຶ້ນ 21 ເທົ່າ ຈາກໄລຍະດຽວກັນຂອງປີຜ່ານມາ, ແຕ່ຍັງຕໍ່າກວ່າໄລຍະກ່ອນເກີດໂຄວິດ-19 ໃນປີ 2019.

ສຳນັກງານສະຖິຕິແຫ່ງຊາດຫວຽດນາມລະບຸວ່າ: ປະລິມານນັກເດີນທາງຕ່າງປະເທດທີ່ເດີນທາງເຂົ້າຫວຽດນາມທາງເຮືອບິນມີຫລາຍກວ່າ 2,6 ລ້ານຄົນ ລະຫວ່າງເດືອນມັງກອນຫາເດືອນພະຈິກ ຄິດເປັນ 88,9% ຂອງຈຳນວນນັກເດີນທາງຂາເຂົ້າທັງໝົດ.

ຫວຽດນາມຮັບນັກທ່ອງທ່ຽວຕ່າງປະເທດ ເພີ່ມຂຶ້ນ 21 ເທົ່າ ໄລຍະ 11 ເດືອນ - Visit Laos Visit SALANA BOUTIQUE HOTEL - ຫວຽດນາມຮັບນັກທ່ອງທ່ຽວຕ່າງປະເທດ ເພີ່ມຂຶ້ນ 21 ເທົ່າ ໄລຍະ 11 ເດືອນ

ໄລຍະເວລາດັ່ງກ່າວ, ຫວຽດນາມຕ້ອນຮັບນັກທ່ອງທ່ຽວຈາກອາຊີເກືອບ 2,1 ລ້ານຄົນ ເພີ່ມຂຶ້ນ 17 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ຫວຽດນາມຕ້ອນຮັບນັກເດີນທາງຕ່າງປະເທດຫລາຍກວ່າ 18 ລ້ານຄົນ ໃນປີ 2019 ກ່ອນຈະຫລຸດລົງມາຢູ່ 78,7% ແລະ 95,9% ໃນປີ 2020 ແລະ 2021 ຕາມລຳດັບ.

ທັງນີ້, ອົງການບໍລິຫານການທ່ອງທ່ຽວແຫ່ງຊາດຫວຽດນາມ (VNAT) ເປີດເຜີຍວ່າ: ຫວຽດນາມຕັ້ງເປົ້າໝາຍຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຫລາຍກວ່າ 5 ລ້ານຄົນໃນປີ 2022.

ຫວຽດນາມຮັບນັກທ່ອງທ່ຽວຕ່າງປະເທດ ເພີ່ມຂຶ້ນ 21 ເທົ່າ ໄລຍະ 11 ເດືອນ - 4 - ຫວຽດນາມຮັບນັກທ່ອງທ່ຽວຕ່າງປະເທດ ເພີ່ມຂຶ້ນ 21 ເທົ່າ ໄລຍະ 11 ເດືອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!