ຫນໍ່ຫົວຜັກທຽມມີດີ… ຫ້າມຖິ້ມ!

- kitchen vibe - ຫນໍ່ຫົວຜັກທຽມມີດີ… ຫ້າມຖິ້ມ!

- Garlic 300x158 - ຫນໍ່ຫົວຜັກທຽມມີດີ… ຫ້າມຖິ້ມ!ຫົວຜັກທຽມຂຶ້ນຫນໍ່ ມີສານຕ້ານອະນຸມູນອິດສະລະສູງບຳລຸງຫົວໃຈ
ຫາກທ່ານຈະເລືອກກິນຫົວຜັກທຽມບຳລຸງຮ່າງກາຍແລ້ວຄວນຈະເລືອກກີບທີ່ມີຫນໍ່ກຳລັງງອກຂຶ້ນ ເພາະຈະໃຫ້ສານຕ້ານອະນຸມູນອິດສະລະມີສັບພະຄຸນບຳລຸງຫົວໃຈເຫນືອກວ່າຫົວຜັກທຽມສົດ.
ຈາກການທົດລອງໃນຫ້ອງປະຕິບັດການ ຫົວຜັກທຽມທີ່ມີຫນໍ່ຫງອກ ເປັນຫົວຜັກທຽມທີ່ເກັບ ມາໄດ້ 5 ມື້ ມີສັບພະຄຸນຫລາຍກວ່າຫົວຜັກທຽມທີ່ສົດກວ່າ ເນື່ອງຈາກສານສະກັດ ທີ່ໄດ້ຈາກຫົວຜັກທຽມເຫລົ່ານີ້ຈະສາມາດຄຸ້ມກັນເຊລຈາກຄວາມເສຍຫາຍບາງຢ່າງໄດ້ດີ.
ມະນຸດເຮົາຮູ້ຈັກສັບພະຄຸນຂອງຫົວຜັກທຽມທາງຢາມາຕັ້ງຫລາຍພັນປີແລ້ວ ແລະ ກິນຫົວຜັກທຽມດິບ ຫລື ເຮັດອາຫານ ເພື່ອໃນການຫລຸດໄຂມັນໃນເລືອດ ແກ້ຄວາມດັນເລືອດສູງ ແລະ ໂຣກຫົວໃຈ ນອກຈາກນັ້ນຍັງເຊື່ອວ່າສາມາດສູ້ກັບມະເຮັງໄດ້.
ດັ່ງນີ້ ຫາກທ່ານເຫັນຫົວຜັກທຽມທີ່ມີຫນໍ່ຂຶ້ນ ຢ່າຟ້າວຖິ້ມ ໃບທີ່ງອກອອກມາກໍຍັງສາມາດກິນໄດ້ ແລະ ສັບພະຄຸນດີເລີດກວ່າຫົວຜັກທຽມດິບນຳອີກ.

- 5 - ຫນໍ່ຫົວຜັກທຽມມີດີ… ຫ້າມຖິ້ມ!
- 3 - ຫນໍ່ຫົວຜັກທຽມມີດີ… ຫ້າມຖິ້ມ!
- 4 - ຫນໍ່ຫົວຜັກທຽມມີດີ… ຫ້າມຖິ້ມ!
- Visit Laos Visit SALANA BOUTIQUE HOTEL - ຫນໍ່ຫົວຜັກທຽມມີດີ… ຫ້າມຖິ້ມ!