ອຸບັດຕິເຫດບົນທ້ອງຖະໜົນຫລຸດລົງໄດ້ ຖ້າທຸກຄົນມີສະຕິເຄົາລົບລະບຽບຈະລາຈອນ

ອຸບັດຕິເຫດບົນທ້ອງຖະໜົນຫລຸດລົງໄດ້ ຖ້າທຸກຄົນມີສະຕິເຄົາລົບລະບຽບຈະລາຈອນ - kitchen vibe - ອຸບັດຕິເຫດບົນທ້ອງຖະໜົນຫລຸດລົງໄດ້ ຖ້າທຸກຄົນມີສະຕິເຄົາລົບລະບຽບຈະລາຈອນ

ຍັງຄົງມີໃຫ້ເຫັນອຸບັດເຫດຕາມທ້ອງຖະໜົນຊຶ່ງຫລາຍກໍລະນີສ່ວນໃຫຍ່ຜູ້ຂັບຂີ່ບໍ່ປະຕິບັດຕາມກົດລະບຽບ ຈະລາຈອນຢ່າງເຄັ່ງຄັດ, ເມົາແລ້ວຂັບລົດ, ອຸບັດເຫດບາງເທື່ອກໍສ້າງຄວາມສະເທືອນໃຈເປັນແປ້ວໃນໃຈ, ຄົນໃນຄອບຄົວຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດກໍເສົ້າໝອງທີ່ສຸດ. ຍິ່ງກໍລະນີຂີ່ລົດຕຳຄົນແລ້ວໜີ ນອກ ຈາກເກີດສຽງວິພາກວິຈານຕ່າງໆນາໆຈາກສັງຄົມວ່າ ຜູ້ຂັບຂີ່ບໍ່ມີສາມັນສຳນຶກ ຍັງສະທ້ອນໃຫ້ເຫັນອີກມຸມໜຶ່ງວ່າ ກົດໝາຍມີ ກົດໝາຍສັກສິດແທ້, ແຕ່ລະເຫລີງການປະຕິບັດຢ່າງເຄັ່ງຄັດ.

ຍົກປະເດັນນີ້ຂຶ້ນມາເພື່ອສະທ້ອນໃຫ້ເຫັນວ່າ: ການຖືຄວາມຖືກຕ້ອງ, ຄວາມສັກສິດຂອງຕົວບົດກົດໝາຍ ຫລື ການຂາດນໍ້າໃຈ ຂາດມະນຸດສຳພັນ ຂອງຄົນບາງຈຳນວນພວມຈະເສື່ອມຖອຍທຸກຂະນະ ຊຶ່ງຜູ້ຂຽນຂໍຍົກບາງຕົວຢ່າງ ຄືກໍລະນີຂີ່ລົດຕຳຄົນແລ້ວໜີ ໂດຍມີບາງເຫດການເກີດຂຶ້ນທັງຜູ້ຖືກຕຳ ຫລື ຜູ້ເຫັນເຫດ ການບໍ່ສາມາດຈື່ປ້າຍທະບຽນລົດຂອງຄູ່ກໍລະນີໄດ້, ແຕ່ບາງເທື່ອຈຸດເກີດເຫດອາດມີກ້ອງວົງຈອນປິດ ເຈົ້າໜ້າທີ່ກໍສາມາດຈັບຜູ້ກະທໍາຜິດໄດ້ ແລະ ດຳເນີນຄະດີຄວາມຕາມກົດໝາຍ. ຂໍຕັ້ງໂຈດຂຶ້ນມາວ່າ: ກໍລະນີ ຜູ້ຂັບລົດຕຳແລ້ວໜີເປັນເດັກນ້ອຍທີ່ບໍ່ທັນເຖິງກະສຽນອາຍຸເດ ຈະຕັດສິນແນວໃດ?ຊຶ່ງຄວາມຈິງແລ້ວ, ກົດໝາຍບ້ານເຮົາ ບໍ່ອະນຸຍາດໃຫ້ເດັກນ້ອຍອາຍຸຕ່ຳກວ່າ 18 ປີຂັບຂີ່ຍານພາຫະນະທີ່ເປັນເຄື່ອງຈັກນັບແຕ່ 3 ລໍ້ຂຶ້ນໄປເພາະຖືວ່າຍັງບໍ່ທັນບັນລຸນິຕິພາວະ, ຄວາມຮັບຜິດຊອບ, ການຕັດສິນໃຈຍັງບໍ່ທັນສູງ, ແຕ່ເທົ່າທີ່ເຫັນໃນສັງຄົມບ້ານເຮົາ ເດັກນ້ອຍຈຳນວນໜຶ່ງທີ່ມີເງື່ອນໄຂ ໝາຍວ່າຜູ້ປົກຄອງ ອ່າວມີຖານະດີ ຈະໃຫ້ລູກຂັບລົດໃຫຍ່ ອາດຈະເນື່ອງຈາກບໍ່ມີເວລາໄປຮັບສົ່ງລູກຢູ່ໂຮງຮຽນ ແລະ ອີກຫລາຍເຫດຜົນ.

ຫລາຍທ່ານພາວະນາບໍ່ຢາກໃຫ້ເກີດອຸບັດເຫດຕາມທ້ອງຖະໜົນ ຊຶ່ງຄວາມຈິງແລ້ວມັນອາດບໍ່ເກີດ ຫລື ເກີດບໍ່ຖີ່ ຖ້າຜູ້ປົກຄອງ ເອົາໃຈໃສ່ເບິ່ງແຍງບອກເຕືອນລູກຫລານເລື່ອງຈາລິຍະທຳ ຄຸນນະທຳໃຫ້ຫລາຍຂຶ້ນກວ່າເກົ່າ ລວມເຖິງສະຖາບັນການສຶກສາ ກໍຕ້ອງສອດຫ້ອຍການອົບຮົມບົ່ມສອນຄຽງຄູ່ກັບວິຊາຮຽນເປັນປະຈຳເພື່ອໃຫ້ເຍົາວະຊົນ ທີ່ເປັນອະນາຄົດຂອງຊາດເຕີບໃຫຍ່ເປັນຄົນມີທັງຄວາມຮູ້ຄວາມສາມາດແລະ ຄຸນສົມບັດສິນທຳປະຕິວັດ. ສ່ວນຜູ້ໃຊ້ລົດໃຊ້ຖະໜົນ ແລະ ຜູ້ຂັບຂີ່ທັງຫລາຍກໍຕ້ອງມີສະຕິລະວັງຕົວເພີ່ມຂຶ້ນ, ນັບຖື ແລະ ປະຕິບັດກົດລະບຽບຈະລາຈອນຢ່າງເຄັ່ງຄັດເພື່ອຫລີກເວັ້ນອຸບັດເຫດຕ່າງໆ.

ອຸບັດຕິເຫດບົນທ້ອງຖະໜົນຫລຸດລົງໄດ້ ຖ້າທຸກຄົນມີສະຕິເຄົາລົບລະບຽບຈະລາຈອນ - 4 - ອຸບັດຕິເຫດບົນທ້ອງຖະໜົນຫລຸດລົງໄດ້ ຖ້າທຸກຄົນມີສະຕິເຄົາລົບລະບຽບຈະລາຈອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!