ບຸກຄະລິກ 4 ດ້ານທີ່ທຸກຄົນຄວນຮູ້ເພື່ອຮ່ວມງານກັບຜູ້ອື່ນໄດ້ດີຍິ່ງຂຶ້ນ

- 022908 2017 -      ບຸກຄະລິກ 4 ດ້ານທີ່ທຸກຄົນຄວນຮູ້ເພື່ອຮ່ວມງານກັບຜູ້ອື່ນໄດ້ດີຍິ່ງຂຶ້ນ
- kitchen vibe -      ບຸກຄະລິກ 4 ດ້ານທີ່ທຸກຄົນຄວນຮູ້ເພື່ອຮ່ວມງານກັບຜູ້ອື່ນໄດ້ດີຍິ່ງຂຶ້ນ

ບຸກຄະລິກທັງ 4 ດ້ານຕໍ່ໄປນີ້ ເປັນສິ່ງສຳຄັນຕໍ່ການຈັດການບັນຫາຕ່າງໆໃນການເຮັດວຽກຮ່ວມກັບຜູ້ອື່ນຫລວງຫລາຍ. ດັ່ງນັ້ນ, ການໃສ່ໃຈກັບປະເພດບຸກຄະລິກກະພາບຂອງຕົນເອງ ແລະ ຜູ້ຮ່ວມງານ ຈຶ່ງເຮັດໃຫ້ທ່ານເຮັດວຽກຮ່ວມກັນໄດ້ດີຍິ່ງຂຶ້ນ.

  1. ມັກເຂົ້າສັງຄົມ (Extrovert) ຫລື ມັກຢູ່ຄົນດຽວ (Introvert) :

     – ບັນຫາທີ່ອາດເກີດ : ຄົນທີ່ມັກເຂົ້າສັງຄົມມັກທີ່ຈະຄິດໂດຍການສົນທະນາແບ່ງປັນກັບຜູ້ອື່ນ, ສ່ວນຄົນທີ່ມັກຢູ່ຄົນດຽວຈະຢາກສົນທະນາກໍຕໍ່ເມື່ອໄດ້ໃຊ້ເວລາຄິດຢູ່ຄົນດຽວພໍສົມຄວນແລ້ວ ມັນອາດເກີດບັນຫາໄດ້ຫາກຄົນ 2 ປະເພດນີ້ບໍ່ເຂົ້າໃຈທຳມະຊາດຂອງກັນ ແລະ ກັນ.

- Visit Laos Visit SALANA BOUTIQUE HOTEL -      ບຸກຄະລິກ 4 ດ້ານທີ່ທຸກຄົນຄວນຮູ້ເພື່ອຮ່ວມງານກັບຜູ້ອື່ນໄດ້ດີຍິ່ງຂຶ້ນ

     – ວິທີທີ່ອາດແກ້ໄຂ : ເມື່ອຢູ່ໃນການປະຊຸມ ຫລື ຕ້ອງເຮັດໂຄງການຮ່ວມກັນ ໃຫ້ລອງສະເໜີແຜນການເຮັດວຽກຂອງທ່ານໃຫ້ເພື່ອນຮ່ວມງານຟັງເພື່ອໃຫ້ໝັ້ນໃຈວ່າຄົນອື່ນໆເພິງພໍໃຈທີ່ຈະເຮັດນຳບໍ່ ໂດຍອາດຖາມວ່າ : ຂ້ອຍຢາກໃຫ້ພວກເຮົາລະດົມຄວາມຄິດໃໝ່ໆກັນ ພວກທ່ານເຫັນດີບໍ່ ? ຫລື ຂ້ອຍຢາກກັບໄປຄິດຄົນດຽວກ່ອນ ແລ້ວຄ່ອຍມາເວົ້າໃຫ້ຟັງໄດ້ບໍ່ ?

  1. ຜູ້ສ້າງ (Creator) ຫລື ຜູ້ດຳເນີນການ (Operator) :

     – ບັນຫາທີ່ອາດເກີດ : ຜູ້ສ້າງມັກການພັດທະນາ ແລະ ເຮັດໃຫ້ວຽກມີຄຸນນະພາບຫລາຍທີ່ສຸດ, ພວກເຂົາມັກທີ່ຈະຄິດຫາລະບົບທີ່ດີກ່ວາເກົ່າ ແລະ ຄົ້ນຫາຄວາມຄິດໃໝ່ໆຢູ່ສະເໝີ, ໃນທາງກົມກັນຂ້າມ ຜູ້ດຳເນີນການຈະຢູ່ກັບສິ່ງທີ່ມີຢູ່ ແລະ ຍັງມີປະສິດທິພາບດີ ເປັນຫຍັງຕ້ອງສ້ອມອັນໃດທີ່ຍັງບໍ່ທັນເພ ? ຜູ້ດຳເນີນການຈະຮູ້ສຶກສະບາຍໃຈເມື່ອວຽກຂອງຕົນມີແຜນຕາຍໂຕຢູ່ແລ້ວ, ແຕ່ຜູ້ສ້າງຈະມັກການສ້າງສິ່ງໃໝ່ຂຶ້ນມາເອງແລ້ວລືມກົດເກົ່າໆໄປ.

     – ວິທີທີ່ອາດແກ້ໄຂໄດ້ : ພະຍາຍາມເຮັດຄວາມເຂົ້າໃຈວ່າເພື່ອນຮ່ວມງານຂອງທ່ານມີລັກສະນະເປັນຜູ້ສ້າງ ຫລື ຜູ້ປະຕິບັດ ເພາະການເຮັດວຽກຈະເປັນໄປໄດ້ຢ່າງຍາກລຳບາກຖ້າຄົນທັງສອງປະເພດນີ້ຕ້ອງເຮັດສິ່ງທີ່ກົງກັນຂ້າມກັບທຳມະຊາດຂອງໂຕເອງ ເຊິ່ງທ່ານສາມາດໃຊ້ຄວາມຮູ້ນີ້ໃນການແບ່ງວຽກໃຫ້ແຕ່ລະຄົນໄດ້ຢ່າງເໝາະສົມໄດ້.

  1. ນັກຄິດ (Thinker) ຫລື ນັກໃຊ້ຄວາມຮູ້ສຶກ (Feeler) :

     – ບັນຫາທີ່ອາດເກີດ : ຄົນສອງປະເພດນີ້ອາດຕ່າງກັນຄົນລະດ້ານ, ຄົນທີ່ຖືເປັນນັກຄິດຈະຕ້ອງການຫຍັງທີ່ມີເຫດຜົນ ແລະ ຂໍ້ມູນຮອງຮັບ, ແຕ່ນັກໃຊ້ຄວາມຮູ້ສຶກມັກຈະໃຊ້ອາລົມ ແລະ ສັນຊາດຕະຍານຂອງຕົນຫລາຍກ່ວາ.

     – ວິທີທີ່ອາດແກ້ໄຂໄດ້ : ນັກໃຊ້ຄວາມຮູ້ສຶກອາດຈະເກັ່ງເລື່ອງການບໍລິຫານເບິ່ງແຍງຄົນຫລາຍກ່ວາ ເພາະພວກເຂົາໃຊ້ຄວາມຮູ້ສຶກເປັນຫລັກ. ສ່ວນກຸ່ມນັກຄິດນັ້ນຈະເຮັດວຽກກັບຂໍ້ມູນ ແລະ ການວິເຄາະໄດ້ດີ ເນື່ອງຈາກພວກເຂົາເກັ່ງເລື່ອງການຄຳນວນ ໂດຍທັງສອງບຸກຄະລິກນີ້ຈະເຮັດວຽກຊ່ວຍເຫລືອກັນໄດ້ດີຫາກໄດ້ຮຽນຮູ້ທີ່ຈະເຄົາລົບມຸມມອງເຊິ່ງກັນ ແລະ ກັນ.

  1. ຄິດຢ່າງເປັນລະບົບ (Structured) ຫລື ຄິດບໍ່ເປັນລະບົບ (non–structured) :

     – ບັນຫາທີ່ອາດເກີດ : ອົງກອນສ່ວນຫລາຍຈະໄປໃນທິດທາງທີ່ເນັ້ນໂຄງສ້າງທີ່ເປັນລະບົບ ດັ່ງນັ້ນຄົນທີ່ບໍ່ມັກການວາງແຜນ ອາດເປັນທີ່ຍອມຮັບໄດ້ຍາກ, ແຕ່ສ່ວນຫລາຍພວກທີ່ຄິດບໍ່ເປັນລະບົບນີ້ມັກຈະມີຄວາມສ້າງສັນ ແລະ ວິທີຄິດໃນແບບຂອງໂຕເອງ ພຽງແຕ່ຄົນອື່ນອາດເບິ່ງບໍ່ເຫັນ. ດັ່ງນັ້ນ, ອິດສະລະທາງຄວາມຄິດຈຶ່ງສຳຄັນ ເພາະການວາງແຜນແບບລະອຽດອາດໄປຂັດຂວາງຄວາມຄິດສ້າງສັນຂອງພວກເຂົາໄດ້ຄືກັນ. ສ່ວນກຸ່ມຄົນທີ່ຄິດຢ່າງເປັນລະບົບກໍຕ້ອງການວາງແຜນການຈັດການ ແລະ ຮູບແບບການເຮັດວຽກໃຫ້ສຳເລັດລຸລ່ວງເຊັ່ນດຽວກັນ.

     – ວິທີທີ່ອາດແກ້ໄຂໄດ້ : ບຸກຄະລິກກະພາກສ່ວນນີ້ອາດເຮັດໃຫ້ເກີດຄວາມຂັດແຍ່ງກັນຫລວງຫລາຍ ທ່ານຕ້ອງຮູ້ຈັກໂຕເອງ ກ່ອນ ແລ້ວຄ່ອຍຊອກບໍລິສັດທີ່ມີວັດທະນະທຳອົງກອນທີ່ເຂົ້າກັບທ່ານໄດ້, ຢ່າຟ້າວຕັດສິນຄົນອື່ນຫາກທ່ານກຳລັງພະເຊີນກັບບັນ ຫານີ້ຢູ່, ໃຫ້ສະມາຊິກແຕ່ລະຄົນໄດ້ບອກເລົ່າແນວຄິດໃນການເຮັດວຽກຂອງຕົນ ເພື່ອຫາຈຸດເຄິ່ງກາງໃນການເຮັດວຽກຮ່ວມກັນ ເຖິງວ່າໂລກທຸລະກິດໂດຍສ່ວນຫລາຍຈະມີຄວາມເປັນລະບົບລະບຽບ, ມີໂຄງສ້າງຈະແຈ້ງ ຈຶ່ງເຮັດໃຫ້ຄົນເຮັດວຽກທີ່ຄິດຢ່າງ ເປັນລະບົບມີຫລາຍກ່ວາຄົນອີກປະເພດໜຶ່ງຢູ່ແລ້ວ, ແຕ່ກໍຢ່າຟ້າວສູນເສຍຄວາມໝັ້ນໃຈ ຖ້າທ່ານບໍ່ແມ່ນຄົນຄິດຢ່າງເປັນລະບົບ ລອງຊອກຫາວຽກທີ່ເປີດພື້ນທີ່ໃຫ້ທ່ານໄດ້ໃຊ້ຄວາມສາມາດນີ້ໃນແບບຂອງໂຕເອງໃຫ້ເກີດປະໂຫຍດຫລາຍທີ່ສຸດເບິ່ງກ່ອນ.

 

 

- 4 -      ບຸກຄະລິກ 4 ດ້ານທີ່ທຸກຄົນຄວນຮູ້ເພື່ອຮ່ວມງານກັບຜູ້ອື່ນໄດ້ດີຍິ່ງຂຶ້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!