ອິນໂດເນເຊຍເຝົ້າລະວັງຂັ້ນສູງສຸດ ຫລັງພູໄຟສູງທີ່ສຸດໃນເກາະຊາວາລະເບີດຢ່າງແຮງ ຈົນຕ້ອງກຳນົດເຂດຫ້າມເຂົ້າລັດສະໝີ 8 ກິໂລແມັດ
ປະຊາຊົນຫລາຍພັນຄົນໃນແຂວງຊາວາຕາເວັນອອກຂອງອິນໂດເນເຊຍຢູ່ໃນສະພາບແຕກຕື່ນ ແລະ ເຝົ້າລະວັງ ຫລັງພູໄຟເຊເມຣູ ເຊິ່ງເປັນພູໄຟທີ່ມີພະລັງສູງທີ່ສຸດໃນເກາະ ເກີດການລະເບີດຂຶ້ນຢ່າງຮຸນແຮງໃນວັນທີ 4 ທັນວາ ຈົນເຮັດໃຫ້ທາງການຕ້ອງກຳນົດເຂດຫ້າມເຂົ້າໃນລັດສະໝີ 8 ກິໂລແມັດຈາກຍອດພູ ແລະ ບັງຄັບອົບພະຍົບປະຊາຊົນໃນຫລາຍບ້ານອ້ອມພູໄຟ.
ຜົນຈາກການລະເບີດຂອງພູໄຟເຊເມຣູຄວາມສູງ 3.676 ແມັດ ໃຫ້ມີຂີ້ເຖົ່າພູໄຟຈຳນວນຫລາຍລອຍອອກມາປົກຄຸມເນື້ອທີ່ປູກຝັງ ແລະ ສິ່ງປຸກສ້າງອ້ອມຮອບ. ຂະນະທີ່ທ້ອງຟ້າເໜືອພູໄຟກາຍເປັນສີດຳ.
ໂດຍກະຊວງສິ່ງແວດລ້ອມອິນໂດເນເຊຍໄດ້ເຜີຍແພ່ວິດີໂອທີ່ສະແດງໃຫ້ເຫັນການໄຫລຂອງລາວາ, ກ້ອນຫີນ ແລະ ແກັສຮ້ອນ ລົງມາຕາມໄຫລ່ພູ.
ທັງນີ້, ໜ່ວຍງານຄົ້ນຫາ ແລະ ກູ້ໄພໃນແຂວງຊາວາຕາເວັນອອກໄດ້ສົ່ງທີມເຂົ້າໄປພື້ນທີ່ທີ່ໄດ້ຮັບຜົນກະທົບໜັກທີ່ສຸດໃກ້ກັບພູໄຟເຊເມຣູ ເພື່ອປະເມີນຄວາມເສຍຫາຍ ໂດຍປະລິມານຝົນທີ່ຕົກໜ້ອຍລົງເຮັດໃຫ້ການປະຕິບັດງານຂອງເຈົ້າໜ້າທີ່ເຮັດໄດ້ງ່າຍຂຶ້ນ.
ເບື້ອງຕົ້ນຍັງບໍ່ມີລາຍງານຜູ້ເສຍຊີວິດ ຫລື ບາດເຈັບຈາກການລະເບີດຂອງພູໄຟນີ້ ແລະ ຍັງບໍ່ພົບວ່າເກີດຜົນກະທົບຕໍ່ການເດີນທາງທາງອາກາດໃນພື້ນທີ່.
ຂະນະທີ່ສຳນັກງານບັນເທົາຜົນກະທົບດ້ານພູໄຟ ແລະ ທໍລະນີວິທະຍາຂອງອິນໂດເນເຊຍໄດ້ຍົກລະດັບເຝົ້າລະວັງພູໄຟເຊເມຣູເປັນລະດັບສູງສຸດ.
ເຖິງຢ່າງໃດກໍຕາມ, ໃນປີຜ່ານມາ ພູໄຟເຊເມຣູເກີດການລະເບີດຮຸນແຮງ ຈົນສົ່ງຜົນໃຫ້ມີຜູ້ເສຍຊີວິດຫລາຍກວ່າ 50 ຄົນ ແລະ ເຮັດໃຫ້ປະຊາຊົນຫລາຍພັນຄົນຕ້ອງອົບພະຍົບອອກຈາກພື້ນທີ່ອ້ອມຮອບພູໄຟ.
ອ້າງອີງ: