ເຈົ້າໜ້າທີ່ທຳລາຍສິນຄ້າເກືອດຫ້າມປະເພດຕີນໄກ່ ແລະ ກົກປີກໄກ່ ລວມນໍ້າໜັກ 250 ກິໂລກຣາມ ທີ່ລັກລອບນໍາເຂົ້າຈາກປະເທດເພື່ອນບ້ານ

ເຈົ້າໜ້າທີ່ທຳລາຍສິນຄ້າເກືອດຫ້າມປະເພດຕີນໄກ່ ແລະ ກົກປີກໄກ່ ລວມນໍ້າໜັກ 250 ກິໂລກຣາມ ທີ່ລັກລອບນໍາເຂົ້າຈາກປະເທດເພື່ອນບ້ານ - 8501 e1670321158197 - ເຈົ້າໜ້າທີ່ທຳລາຍສິນຄ້າເກືອດຫ້າມປະເພດຕີນໄກ່ ແລະ ກົກປີກໄກ່ ລວມນໍ້າໜັກ 250 ກິໂລກຣາມ ທີ່ລັກລອບນໍາເຂົ້າຈາກປະເທດເພື່ອນບ້ານ
ເຈົ້າໜ້າທີ່ທຳລາຍສິນຄ້າເກືອດຫ້າມປະເພດຕີນໄກ່ ແລະ ກົກປີກໄກ່ ລວມນໍ້າໜັກ 250 ກິໂລກຣາມ ທີ່ລັກລອບນໍາເຂົ້າຈາກປະເທດເພື່ອນບ້ານ - kitchen vibe - ເຈົ້າໜ້າທີ່ທຳລາຍສິນຄ້າເກືອດຫ້າມປະເພດຕີນໄກ່ ແລະ ກົກປີກໄກ່ ລວມນໍ້າໜັກ 250 ກິໂລກຣາມ ທີ່ລັກລອບນໍາເຂົ້າຈາກປະເທດເພື່ອນບ້ານ

ອີງຕາມປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ (ນວ) ລາຍງານວ່າ: ວັນທີ 5 ທັນວາ 2022 ນີ້, ພະແນກຕໍາຫລວດສິ່ງແວດລ້ອມ ຫ້ອງຕໍາຫລວດ ປກສ ນວ ສົມທົບກັບພະແນກອຸດສາຫະກໍາ ແລະ ການຄ້າ ນວ, ພະແນກກະສິກໍາ ແລະ ປ່າໄມ້ ນວ ຈັດພິທີທຳລາຍສິນຄ້າເກືອດຫ້າມ, ປະເພດຕີນໄກ່ ແລະ ກົກປີກໄກ່ ລວມນໍ້າໜັກ 250 ກິໂລກຣາມ ທີ່ລັກລອບນໍາເຂົ້າຈາກປະເທດເພື່ອນບ້ານ ຢູ່ເຂດບ້ານຈຳປາ ເມືອງສີໂຄດຕະບອງ ນວ.

ທ່ານ ພັຕ ອານຸສອນ ວົງພະຈັນ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 30 ພະຈິກ 2022, ເຈົ້າໜ້າທີ່ພະແນກຕໍາຫລວດສິ່ງແວດລ້ອມ ໄດ້ຮັບລາຍງານວ່າມີລົດກະບະ ຢີ່ຫໍ ວີໂກ້ສີຂາວແກ່ສິນຄ້າເກືອດຫ້າມເພື່ອຈະຂົນສົ່ງສູ່ຕະຫລາດ ຢູ່ເຂດບ້ານໜອງໜ່ຽງ ເມືອງໄຊເສດຖາ ນວ, ຈາກນັ້ນເຈົ້າໜ້າທີ່ຕຳຫລວດສິ່ງແວດລ້ອມ ຈຶ່ງໄດ້ລົງກວດກາ ແລ້ວຢຶດໄວ້ ແລ້ວນຳເອົາໄປທໍາລາຍຖິ້ມ ເພື່ອເປັນການສະກັດກັ້ນຫລີກຫລ່ຽງ ບໍ່ໃຫ້ປະຊາຊົນໄດ້ບໍລິໂພກອາຫານທີ່ບໍ່ສະອາດ, ມີຄວາມສ່ຽງຕໍ່ຊີວິດ ແລະ ສຸຂະພາບ, ອາຫານບໍ່ຜ່ານການກວດກາຈາກອົງການ ແລະ ຢາ.

ເຈົ້າໜ້າທີ່ທຳລາຍສິນຄ້າເກືອດຫ້າມປະເພດຕີນໄກ່ ແລະ ກົກປີກໄກ່ ລວມນໍ້າໜັກ 250 ກິໂລກຣາມ ທີ່ລັກລອບນໍາເຂົ້າຈາກປະເທດເພື່ອນບ້ານ - Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ທຳລາຍສິນຄ້າເກືອດຫ້າມປະເພດຕີນໄກ່ ແລະ ກົກປີກໄກ່ ລວມນໍ້າໜັກ 250 ກິໂລກຣາມ ທີ່ລັກລອບນໍາເຂົ້າຈາກປະເທດເພື່ອນບ້ານ

ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງປະຊາຊົນ ໂດຍສະເພາະຊາວ ນວ ຈົ່ງມີສະຕິໃນການບໍລິໂພກອາຫານ ເພື່ອປົກປ້ອງຊິວິດ ແລະ ສຸຂະພາບ ພ້ອມທັງຊ່ວຍເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ຖ້າພົບເຫັນໃຫ້ແຈ້ງເຈົ້າໜ້າທີ່ ພະແນກຕໍ່ວັດສິ່ງແວດລ້ອມ ນວ ເພື່ອສະກັດກັ້ນຢ່າງຮີບດ້ວຍທັນເວລາ.

ເຈົ້າໜ້າທີ່ທຳລາຍສິນຄ້າເກືອດຫ້າມປະເພດຕີນໄກ່ ແລະ ກົກປີກໄກ່ ລວມນໍ້າໜັກ 250 ກິໂລກຣາມ ທີ່ລັກລອບນໍາເຂົ້າຈາກປະເທດເພື່ອນບ້ານ - 5 - ເຈົ້າໜ້າທີ່ທຳລາຍສິນຄ້າເກືອດຫ້າມປະເພດຕີນໄກ່ ແລະ ກົກປີກໄກ່ ລວມນໍ້າໜັກ 250 ກິໂລກຣາມ ທີ່ລັກລອບນໍາເຂົ້າຈາກປະເທດເພື່ອນບ້ານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!