UN ຮຽກຮ້ອງບັງກະລາເທດ ເພີ່ມໂກຕ້າຮັບຜູ້ລີ້ໄພໂຣຮິງຢາ
ສະຫະປະຊາຊາດຮຽກຮ້ອງບັງກະລາເທດເພີ່ມການຮັບຜູ້ລີ້ໄພຊາວໂຣຮິງຢາ ເຊິ່ງພະຍາຍາມຫລົບໜີຈາກສະຖານະການນອງເລືອດຮອບໃໝ່ຢູ່ລັດຍະໄຂ່ຂອງມຽນມາ ທີ່ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຫລາຍກວ່າ 100 ຄົນ.
+ ມີສຽງປືນໃກ້ຊາຍແດນ ບັງກະລາເທດ-ມຽນມາ
+ ສຳນັກງານຂອງນາງ ອອງຊານ ຊູຈີ ຖະແຫລງຕອບໂຕ້ ກຸ່ມຕິດອາວຸດຊາວໂຣຮິງຢາ
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຢາງກຸ້ງ ປະເທດມຽນມາ ໃນວັນທີ 29 ສິງຫານີ້ວ່າ: ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ (UN) ກ່າວໃນວັນທີ 28 ສິງຫາ ສະແດງຄວາມກັງວົນຕໍ່ສະຖານະການນອງເລືອດຮອບໃໝ່ຢູ່ລັດຍະໄຂ່ ທີ່ຢູ່ທາງຕາເວັນຕົກສຽງເໜືອຂອງມຽນມາ ຈາກການສູ້ຮົບລະຫວ່າງເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງກັບກອງທັບກອບກູ້ໂຣຮິນຈາແຫ່ງອາຣະກັນ (ອາຣຊາ) ທີ່ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວ 104 ຄົນ ນັບແຕ່ວັນທີ 24 ສິງຫາ ສ່ວນຫລາຍເປັນນັກຮົບສະມາຊິກອາຣຊາ ເຊິ່ງໃຫ້ເຫດຜົນວ່າເປັນການຕໍ່ສູ້ເພື່ອປົກປ້ອງສິດທິຂອງຊາວໂຣຮິນຈາ.
ທັງນີ້, ສະຖານະການທີ່ເກີດຂຶ້ນສົ່ງຜົນໃຫ້ມີຊາວໂຣຮິນຈາກຸ່ມໃໝ່ອີກປະມານ 5.000 ຄົນພະຍາຍາມລີ້ໄພຂ້າມຊາຍແດນທຳມະຊາດໄປບັງກະລາເທດ ເຊິ່ງຮັບໃຫ້ການຊ່ວຍເຫລືອຜູ້ລີ້ໄພຊາວໂຣຮິນຈາແລ້ວຫລາຍກວ່າ 400.000 ຄົນ ໂດຍຕັ້ງສູນອາໄສຢູ່ເມືອງຄອກບາຊາ ແລະ ຢືນຢັນມາຕະຫລອດວ່າ: ຈະບໍ່ມີການຮັບເພີ່ມອີກ. ເຖິງຢ່າງໃດກໍຕາມ, ເລຂາທິການ UN ຮຽກຮ້ອງໃຫ້ລັດຖະບານບັງກະລາເທດເພີ່ມໂກຕ້າໃນການຮັບຜູ້ລີ້ໄພຊາວໂຣຮິນຈາທີ່ຫລົບໜີຄວາມຮຸນແຮງຢູ່ມຽນມາ. ກະທັ້ງທາງການບັງກະລາເທດຊຸກດັນຊາວໂຣຮິນຈາປະມານ 90 ຄົນກັບໄປມຽນມາ ໃນວັນທີ 28 ສິງຫາ ແລະ ເຊີນອຸປະທູດມຽນມາປະຈຳສະຖານເອກອັກຄະລາຊະທູດຢູ່ນະຄອນຫລວງທາກາເຂົ້າພົບ ເພື່ອຫາລືກ່ຽວກັບສະຖານະການທີ່ເກີດຂຶ້ນ.