ນິວຊີແລນຜ່ານກົດໝາຍຢາສູບສະບັບໃໝ່ ຫ້າມບໍ່ໃຫ້ຄົນເກີດຫລັງປີ 2009 ຊື້ຢາສູບໄດ້ນັບແຕ່ປີໜ້າ

ນິວຊີແລນຜ່ານກົດໝາຍຢາສູບສະບັບໃໝ່ ຫ້າມບໍ່ໃຫ້ຄົນເກີດຫລັງປີ 2009 ຊື້ຢາສູບໄດ້ນັບແຕ່ປີໜ້າ -           scaled - ນິວຊີແລນຜ່ານກົດໝາຍຢາສູບສະບັບໃໝ່ ຫ້າມບໍ່ໃຫ້ຄົນເກີດຫລັງປີ 2009 ຊື້ຢາສູບໄດ້ນັບແຕ່ປີໜ້າ
ນິວຊີແລນຜ່ານກົດໝາຍຢາສູບສະບັບໃໝ່ ຫ້າມບໍ່ໃຫ້ຄົນເກີດຫລັງປີ 2009 ຊື້ຢາສູບໄດ້ນັບແຕ່ປີໜ້າ - kitchen vibe - ນິວຊີແລນຜ່ານກົດໝາຍຢາສູບສະບັບໃໝ່ ຫ້າມບໍ່ໃຫ້ຄົນເກີດຫລັງປີ 2009 ຊື້ຢາສູບໄດ້ນັບແຕ່ປີໜ້າ

ວັນທີ 13 ທັນວາ, ລັດຖະສະພານິວຊີແລນໄດ້ຜ່ານຮ່າງກົດໝາຍຢາສູບສະບັບໃໝ່ໃນການພິຈາລະນາວາລະທີສາມ (Third Reading) ເຊິ່ງອອກຂໍ້ກຳນົດທີ່ຫ້າມບໍ່ໃຫ້ຜູ້ທີ່ເກີດໃນວັນທີ 1 ມັງກອນ 2009 ຫລື ຫລັງຈາກນັ້ນສາມາດຊື້ຢາສູບໄດ້.

ໜັງສືພິມ The Guardian ລາຍງານວ່າ: ນິວຊີແລນກຽມກ້າວຂຶ້ນເປັນປະເທດທຳອິດຂອງໂລກທີ່ອອກກົດໝາຍດັ່ງກ່າວມາເພື່ອຫ້າມບໍ່ໃຫ້ກຸ່ມຄົນລຸ້ນໃໝ່ຫັນມາເລີ່ມສູບຢາ ໂດຍຈະມີຜົນບັງຄັບໃຊ້ໃນປີ 2023 ເຊິ່ງເປັນສ່ວນໜຶ່ງຂອງເປົ້າໝາຍນິວຊີແລນທີ່ຫວັງເປັນປະເທດປອດຢາສູບໃນປີ 2025.

ນິວຊີແລນຜ່ານກົດໝາຍຢາສູບສະບັບໃໝ່ ຫ້າມບໍ່ໃຫ້ຄົນເກີດຫລັງປີ 2009 ຊື້ຢາສູບໄດ້ນັບແຕ່ປີໜ້າ - Visit Laos Visit SALANA BOUTIQUE HOTEL - ນິວຊີແລນຜ່ານກົດໝາຍຢາສູບສະບັບໃໝ່ ຫ້າມບໍ່ໃຫ້ຄົນເກີດຫລັງປີ 2009 ຊື້ຢາສູບໄດ້ນັບແຕ່ປີໜ້າ

ທັງນີ້, ສາລະສຳຄັນຂອງຮ່າງກົດໝາຍ Smokefree Environments and Regulated Products (Smoked Tobacco) Amendment Bill ມີຢູ່ 3 ປະການ ຄືນອກເໜືອຈາກການຫ້າມບໍ່ໃຫ້ຜູ້ທີ່ເກີດວັນທີ 1 ມັງກອນ 2009 ຫລື ຫລັງຈາກນັ້ນສາມາດຊື້ຢາສູບໄດ້ແລ້ວ ຍັງກຳນົດໃຫ້ຫລຸດປະລິມານນິໂຄຕິນໃນຢາສູບລົງ ແລະ ບັງຄັບໃຫ້ວາງຈຳໜ່າຍໄດ້ສະເພາະໃນຮ້ານຂາຍຢາສູບເທົ່ານັ້ນ ຈາກທີ່ສາມາດຫາຊື້ໄດ້ຕາມຮ້ານຄ້າທົ່ວໄປ ແລະ ຊຸບເປີມາເກັດ ໂດຍຮ້ານຄ້າທີ່ສາມາດຈຳໜ່າຍຢາສູບໄດ້ທົ່ວໄປຈະຫລຸດລົງຈາກ 10 ເທົ່າ ຫລື ເຫລືອບໍ່ເກີນ 600 ແຫ່ງທົ່ວປະເທດພາຍໃນປີໜ້າ ຈາກປັດຈຸບັນມີປະມານ 6.000 ແຫ່ງ.

Ayesha Verrall ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: “ຄົນຫລາຍພັນຄົນຈະມີອາຍຸຍືນຍາວຂຶ້ນ ແລະ ສຸຂະພາບແຂງແຮງຂຶ້ນ. ຂະນະທີ່ລະບົບສຸຂະພາບຈະປະຢັດເງິນໄດ້ເຖິງ 5 ພັນລ້ານໂດລາຈາກການທີ່ບໍ່ຕ້ອງປິ່ນປົວພະຍາດທີ່ເກີດຈາກການສູບຢາເຊັ່ນ: ມະເຮັງຫລາຍຊະນິດ, ພາວະຫົວໃຈວາຍ, ເສັ້ນເລືອດໃນສະໝອງຕີບ ແລະ ການຕັດອະໄວຍະວະ.

ເຖິງຢ່າງໃດກໍຕາມ, ກົດໝາຍໃໝ່ບໍ່ໄດ້ສັ່ງຫ້າມການຈຳໜ່າຍຢາສູບໄຟຟ້າ ເຊິ່ງມີຂໍ້ມູນບົ່ງບອກວ່າ: ຊາວນິວຊີແລນຫລາຍຄົນໄດ້ປ່ຽນພຶດຕິກຳຈາກການສູບຢາປົກກະຕິມາເປັນຜະລິດຕະພັນຊະນິດດັ່ງກ່າວ ໂດຍຂໍ້ມູນໃນເດືອນພະຈິກລະບຸວ່າ: ຈຳນວນຜູ້ສູບຢາປົກກະຕິເປັນປະຈຳທຸກວັນຫລຸດລົງມາຢູ່ 8% ຈາກລະດັບ 9,4% ໃນປີ 2021. ຂະນະທີ່ຕົວເລກຂອງຜູ້ສູບຢາສູບໄຟຟ້າເປັນປະຈຳມີ 8,3% ເພີ່ມຂຶ້ນຈາກລະດັບຂອງປີຜ່ານມາເຊິ່ງມີ 6,2%.

ອ້າງອີງ:

ນິວຊີແລນຜ່ານກົດໝາຍຢາສູບສະບັບໃໝ່ ຫ້າມບໍ່ໃຫ້ຄົນເກີດຫລັງປີ 2009 ຊື້ຢາສູບໄດ້ນັບແຕ່ປີໜ້າ - 3 - ນິວຊີແລນຜ່ານກົດໝາຍຢາສູບສະບັບໃໝ່ ຫ້າມບໍ່ໃຫ້ຄົນເກີດຫລັງປີ 2009 ຊື້ຢາສູບໄດ້ນັບແຕ່ປີໜ້າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!