ຫາລືແກ້ໄຂບັນຫາສິ່ງແວດລ້ອມ ແລະ ສັງຄົມຂອງໂຮງໄຟຟ້າຫົງສາ

- image001 3 - ຫາລືແກ້ໄຂບັນຫາສິ່ງແວດລ້ອມ ແລະ ສັງຄົມຂອງໂຮງໄຟຟ້າຫົງສາ
- Untitled design 1 - ຫາລືແກ້ໄຂບັນຫາສິ່ງແວດລ້ອມ ແລະ ສັງຄົມຂອງໂຮງໄຟຟ້າຫົງສາ

ແຫລ່ງຂ່າວທ້ອງຖິ່ນລາຍງານໃຫ້ຮູ້ວ່າ: ໃນວັນທີ 28 ສິງຫານີ້, ຄະນະກໍາມະການຊີ້ນຳໂຄງການໄຟຟ້າຄວາມຮ້ອນຫົງສາໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບຄວາມຄືບໜ້າການຜະລິດຕິດພັນກັບການແກ້ໄຂບັນຫາສິ່ງແວດລ້ອມ ແລະ ສັງຄົມ ຂຶ້ນທີ່ແຂວງຫຼວງພະບາງ, ໂດຍການເປັນປະທານຂອງທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ຊຶ່ງໂຮງໄຟຟ້າພະລັງຄວາມຮ້ອນແຫ່ງນີ້, ເປັນໜຶ່ງໃນໂຄງການລົງທຶນຂະໜາດໃຫຍ່ຂອງຕ່າງປະເທດຢູ່ ສປປ ລາວ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ໂດຍໄດ້ກຳນົດເອົາການພັດທະນາອຸດສາຫະກຳພະລັງງານໄຟຟ້າເປັນບູລິມະສິດອັນດັບໜຶ່ງ.

ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ: ການພັດທະນາໂຄງການໄຟຟ້າຫົງສານີ້, ແມ່ນເພື່ອຜະລິດພະລັງງານໄຟຟ້າຕອບສະໜອງການຊົມໃຊ້ພາຍໃນ ແລະ ສົ່ງອອກໄປປະເທດໄທ, ຕາມບົດບັນທຶກຄວາມ ເຂົ້າໃຈການຊື້-ຂາຍໄຟຟ້າຮອດປີ 2020 ເມື່ອກ່ອນແມ່ນ 7.000 ເມກາວັດ ແລະ ມາຮອດປັດຈຸບັນເຫັນວ່າການພັດທະນາທາງດ້ານຂະແໜງພະລັງງານ ຂອງພວກເຮົາມີການຂະຫຍາຍຕົວເພີ່ມຂຶ້ນຢ່າງໄວວາ, ສະນັ້ນລັດຖະບານຂອງສອງຝ່າຍລາວ ແລະ ໄທ ຈຶ່ງໄດ້ຕົກລົງຂະຫຍາຍຄວາມຕ້ອງການໃນ ການຊື້-ຂາຍໄຟຟ້າຮອດປີ 2020 ເພີ່ມເປັນ 9.000 ເມກາວັດ.

ທ່ານ ໄຊປະເສີດ ພູມສຸພາ ຫົວໜ້າກົມທຸລະກິດກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈະທົບທວນຄືນການດຳເນີນງານຂອງໂຄງ ການໃນໜຶ່ງປີຜ່ານມາ ແລະ ຄວາມຄືບໜ້າໃນການແກ້ໄຂຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ, ເນື່ອງຈາກມີປະຊາຊົນ 450 ກວ່າຄອບຄົວໄດ້ຍົກ ຍ້າຍອອກຈາກເຂດໂຄງການແລ້ວໄປຕັ້ງຖິ່ນຖານໃໝ່, ພ້ອມທັງຫາລືດ້ານເຕັກນິກການຜະລິດ, ສະພາບການຂຸດຖ່ານຫີນເພື່ອມາເປັນເຊື້ອເພີງໃນຂະບວນການຜະລິດ, ການພັດທະນາຊຸມຊົນ, ການຮັກສາສິ່ງແວດລ້ອມ ແລະ ອື່ນໆ.

ສຳລັບການຟື້ນຟູອາຊີບຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການນີ້ເຫັນວ່າມີຜົນສໍາເລັດດີປະຊາຊົນໄດ້ຮັບການຈັດສັນເຮືອນຢູ່, ມີນະໂຍບາຍໃຫ້ສະມາຊິກຄອບຄົວ 1 ຄົນສາມາດເຂົ້າເຮັດວຽກນຳໂຄງການໄດ້, ພ້ອມທັງໄດ້ຮັບການຈັດສັນທີ່ດິນເພື່ອການຜະລິດຄອບຄົວລະ 2 ເຮັກຕາ, ໃນນັ້ນ 1 ເຮັກຕາແມ່ນປູກຢາງພາລາ ແລະ ອີກ 1 ເຮັກຕາປູກພືດຜັກຕ່າງໆເພື່ອເປັນສີນຄ້າ.

ທ່ານ ສົມມີ ໄຊຍະລາດ ຫົວໜ້າຄະນະກຳມະການຍົກຍ້າຍຈັດສັນ ແລະ ຟື້ນຟູອາຊີບຂອງປະຊາຊົນໃຫ້ຮູ້ວ່າ: ນັບແຕ່ປະຊາຊົນໄດ້ຍົກຍ້າຍມາຢູ່ເຮືອນຈັດສັນໃໝ່ແລ້ວ, ທາງໂຄງການເລັ່ງຈັດສັນອາຊີບທີ່ໝັ້ນຄົງໃຫ້ເຂົາເຈົ້າຢ່າງທົ່ວເຖິງ ແລະ ຈັດຝຶກອົບຮົມວິຊາຊີບການປູກ-ການລ້ຽງ, ຕັດຫຍິບ, ຊ່າງຈອດ, ຊ່າງສ້ອມແປງ ແລະ ອື່ນໆ, ເຊິ່ງມາຮອດປັດຈຸບັນປະຊາຊົນສ່ວນຫລວງຫລາຍໄດ້ມີລາຍຮັບ ແລະ ຊີວິດການເປັນຢູ່ດີຂຶ້ນເມື່ອທຽບໃສ່ແຕ່ກ່ອນ, ສ່ວນການຕິດຕາມຜົນກະທົບຕໍ່ສິ່ງແວດລ້ອມແມ່ນໄດ້ດໍາເນີນຢ່າງເປັນປົກກະຕິໃນແຕ່ເດືອນ, ເຊິ່ງພົບພຽງບັນຫາການເກີດຄາບຕະກອນຈາກຫີນປູນ ແລະ ສິ່ງເສດເຫລືອຕ່າງໆ ແລະ ກໍໄດ້ແກ້ໄຂຕາມມາດຕະຖານແລ້ວ.

-    AD conten website - ຫາລືແກ້ໄຂບັນຫາສິ່ງແວດລ້ອມ ແລະ ສັງຄົມຂອງໂຮງໄຟຟ້າຫົງສາ
- lattana banner 1 - ຫາລືແກ້ໄຂບັນຫາສິ່ງແວດລ້ອມ ແລະ ສັງຄົມຂອງໂຮງໄຟຟ້າຫົງສາ
- lattana banner - ຫາລືແກ້ໄຂບັນຫາສິ່ງແວດລ້ອມ ແລະ ສັງຄົມຂອງໂຮງໄຟຟ້າຫົງສາ
error: Alert: ເນື້ອຫາຂ່າວມີລິຂະສິດ !!