ເຈົ້າໜ້າທີ່ກວດກາແຮງງານຕ້ອງເຂັ້ມງວດເຂັ້ມງວດວຽກງານຈຶ່ງຈະມີປະສິດທິຜົນ
ວັນທີ 29 ສິງຫານີ້, ທ່ານຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ແຈ້ງໃຫ້ຊາບວ່າ: ເພື່ອເຮັດໃຫ້ການກວດກາແຮງງານມີປະສິດທິຜົນ ແລະ ສຳເລັດຕາມແຜນງານທີ່ກຳນົດໄວ້ໃນແຕ່ລະໄລຍະ, ພ້ອມທັງຮັບປະກັນໃຫ້ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ໄດ້ປະຕິບັດພັນທະຊຶ່ງກັນ ແລະ ກັນຢ່າງຖືກຕ້ອງຕາມລະບຽບການ, ໂດຍ ຫລີກລ່ຽງບັນຫາຂໍ້ຂັດແຍ່ງແຮງງານ ແລະ ເພື່ອປົກປ້ອງສິດຜົນປະໂຫຍດໃຫ້ແກ່ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານນັ້ນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍຄືກົມຄຸ້ມຄອງແຮງງານ ໄດ້ບັງຄັບໃຊ້ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງເຈົ້າໜ້າທີ່ກວດກາແຮງງານ ສະບັບເລກທີ 4277/ຮສສ, ໄດ້ລະບຸໄວ້ວ່າ: ເຈົ້າໜ້າທີ່ກວດກາແຮງງານທີ່ຖືກຄັດເລືອກ ແລະ ແຕ່ງຕັ້ງຊຸດໃໝ່ນີ້ ຖືວ່າເປັນເຈົ້າໜ້າທີ່ແຫ່ງຊາດ ປະຈຳຢູ່ສູນກາງ ແລະ ທ້ອງຖິ່ນ ລວມມີທັງໝົດ 77 ຄົນ, ໂດຍຫລຸດລົງຈາກ 348 ຄົນໃນເມື່ອກ່ອນ, ຊຶ່ງເຈົ້າໜ້າທີ່ທຸກຄົນມີໜ້າທີ່ເປັນນັກພັດທະນາສະຖານທີ່ເຮັດວຽກ, ນັກໂຄສະນາກົດໝາຍ, ເປັນຜູ້ບັງຄັບໃຊ້ກົດໝາຍ ແລະ ລະບຽບການຄຸ້ມຄອງແຮງງານຢູ່ຫົວໜ່ວຍແຮງງານທົ່ວປະເທດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ໂດຍມີການວາງແຜນຕິດຕາມກວດກາ ແລະ ຈັດຕັ້ງປະຕິບັດວຽກງານກວດກາແຮງງານຢ່າງເຂັ້ມງວດ ແລະ ຮູ້ນຳໃຊ້ມາດຕະການລົງໂທດດ້ວຍການປັບໄໝ, ຮັບປະກັນການສະໜອງຂໍ້ມູນທາງດ້ານວິຊາການ ແລະ ໃຫ້ຄຳແນະນຳແກ່ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງານໃຫ້ສ່ອດຄ່ອງ ແລະ ຮູ້ນຳເອົາບັນຫາທີ່ເຫັນວ່າມີການລະເມີດ, ມາແຈ້ງຕໍ່ອົງການກ່ຽວຂ້ອງທັນທີ, ພ້ອມລາຍງານຜົນການກວດກາປະຈຳເດືອນໃຫ້ຄະນະເປັນປົກກະຕິ, ບໍ່ສ້າງຜົນປະໂຫຍດໃຫ້ກັບຝ່າຍໃດຝ່າຍໜຶ່ງ, ບໍ່ສ້າງຄວາມເສື່ອມເສຍໃຫ້ແກ່ອົງກອນ ແລະ ບໍ່ເປັນຜົນກະທົບທາງລົບຕໍ່ສາຍພົວພັນລະຫວ່າງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານຢ່າງເດັດຂາດ.
ຂະນະດຽວກັນ, ເຈົ້າໜ້າທີ່ກວດກາແຮງງານ ສາມາດເຂົ້າໄປດຳເນີນການກວດກາແຮງງານຢູ່ທຸກຫົວໜ່ວຍແຮງງານ ແລະ ສະຖານທີ່ເຮັດວຽກໄດ້ທຸກເວລາທັງກາງເວັນ ແລະ ກາງຄືນ, ໂດຍບໍ່ມີການແຈ້ງໃຫ້ຫົວໜ່ວຍທຸລະກິດຊາບລ່ວງໜ້າກໍໄດ້, ດຳເນີນການກວດກາທຸກໜ້າວຽກ, ທຸກຂະບວນການເຮັດວຽກ, ເຄື່ອງຈັກ, ເຄື່ອງມື, ວັດຖຸ ແລະ ອຸປະກອນທຸກຢ່າງໄດ້ໃນທັນທີ, ພ້ອມທັງ ສາມາດສອບຖາມເອົາຂໍ້ມູນ ແລະ ເອກະສານກ່ຽວຂ້ອງຈາກຜູ້ໃຊ້ແຮງງານ, ຜູ້ອອກແຮງງານໄດ້ທຸກເວລາ, ນອກນີ້ ຖ້າພົບບັນຫາທຸລະກິດບໍ່ຖືກຕ້ອງ, ເຈົ້າໜ້າທີ່ສາມາດສັ່ງໂຈະການຜະລິດຊົ່ວຄາວແຕ່ບໍ່ເກີນ 15 ວັນ, ໂດຍຜູ້ໃຊ້ແຮງງານຕ້ອງຈ່າຍຄ່າແຮງງານໃຫ້ຜູ້ອອກແຮງງານເຕັມຕາມປົກກະຕິ, ສ່ວນການຈະສືບຕໍ່ໃຫ້ດຳເນີນການຜະລິດ ຫລື ຢຸດການຜະລິດຖາວອນນັ້ນ ແມ່ນຂຶ້ນກັບຜົນການວິເຄາະທີ່ມີຫລັກຖານຮັດກຸມ ແລະ ສອດຄ່ອງຕາມລະບຽບກົດໝາຍ ພິເສດ ເຈົ້າໜ້າທີ່ ມີສິດສະແດງຕົວດ້ວຍການແຈ້ງບັດເຈົ້າໜ້າທີ່ກວດກາແຮງງານ ຫລື ບໍ່ສະແດງຕົວຕໍ່ຫົວໜ່ວຍແຮງງານກໍໄດ້ ໃນກໍລະ ນີຫາກເຫັນວ່າການສະແດງຕົວນັ້ນ ອາດມີຜົນກະທົບຕໍ່ການປະຕິບັດໜ້າທີ່ ຫລື ອາດມີຄວາມເປັນອັນຕະລາຍຕໍ່ຕົນເອງ.