ຄວາມຈຳເປັນໃນການສ້າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ

ຄວາມຈຳເປັນໃນການສ້າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ - 320473264 836841164219771 8855571571093675709 n e1671246291737 - ຄວາມຈຳເປັນໃນການສ້າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ
ຄວາມຈຳເປັນໃນການສ້າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ - kitchen vibe - ຄວາມຈຳເປັນໃນການສ້າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ

ການສ້າງກົດໝາຍວ່າດ້ວຍໜັງສືຜ່ານແດນ ແມ່ນຄວາມຈຳເປັນພາວະວິໄສ ເພື່ອຄຸ້ມຄອງ ແລະ ຕິດຕາມກວດກາວຽກງານໜັງສືຜ່ານແດນ ໃຫ້ລວມສູນ ແລະ ເປັນເອກກະພາບໃນການປະຕິບັດວຽກງານໜັງສືຜ່ານແດນມີຄວາມຖືກຕ້ອງ, ຊັດເຈນ, ສະດວກ, ວ່ອງໄວ, ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນກວ່າເກົ່າ ກໍຄືການຫັນຂະແໜງການການຕ່າງປະເທດໄປສູ່ການຄຸ້ມຄອງລັດດ້ວຍກົດໝາຍເທື່ອລະກ້າວ.

ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ (ສ້າງໃໝ່) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 16 ທັນວາ ນີ້ ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດກ່າວວ່າ: ເນື່ອງຈາກບັນດານິຕິກຳທີ່ມີໃນປັດຈຸບັນຍັງບໍ່ທັນຄົບຖ້ວນ, ຮັດກຸມ ແລະສອດຄ່ອງກັບສະພາບຕົວຈິງ ເປັນຕົ້ນ ລະບຽບການ ແລະ ຂັ້ນຕອນການອອກໜັງສືຜ່ານແດນແຕ່ລະຊະນິດ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຍັງບໍ່ທັນຈະແຈ້ງ, ການຄຸ້ມຄອງການນຳໃຊ້ໜັງສືຜ່ານແດນ ກໍຍັງບໍ່ທັນຮັດກຸມ ຈຶ່ງພາໃຫ້ເກີດມີການນຳໃຊ້ທີ່ບໍ່ຖືກເປົ້າໝາຍ, ບໍ່ທັນໄດ້ກຳນົດ ກ່ຽວກັບຖານຂໍ້ມູນໜັງສືຜ່ານແດນ ທີ່ສາມາດຮັບປະກັນການຮັກສາໄວ້ຍາວນານ, ເປັນລະບົບ, ຮັກສາຄວາມລັບສ່ວນບຸກຄົນ, ທີ່ຕັ້ງ, ພາລະບົດບາດ ແລະ ໂຄງປະກອບຂອງການຈັດຕັ້ງທີ່ຮັບຜິດຊອບວຽກງານໜັງສືຜ່ານແດນ ກໍຍັງບໍ່ທັນໄດ້ກຳນົດແຈ້ງ, ລະບຽບການ ກ່ຽວກັບການໂຈະ ແລະ ປະຕິເສດ, ການລຶບລ້າງ ແລະ ຖອນຄືນ ໜັງສືຜ່ານແດນ ຍັງມີລັກສະນະກວມລວມ ຊຶ່ງເຮັດໃຫ້ມີຄວາມຫຍຸ້ງຍາກໃນເວລາຈັດຕັ້ງປະຕິບັດຕົວຈິງ, ໃນນັ້ນລະບຽບການດັ່ງກ່າວກໍຍັງບໍ່ທັນກວມເອົາໜັງສືຜ່ານແດນຮູບແບບເອເລັກໂຕຣນິກ ທີ່ໄດ້ເລີ່ມນຳໃຊ້ມາແຕ່ປີ 2016 ຜ່ານມາ ຈຶ່ງບໍ່ມີປະສິດທິພາບ ແລະ ປະສິດທິຜົນສູງເທົ່າທີ່ຄວນ ຊຶ່ງມີຄວາມຈຳເປັນຕ້ອງປັບປຸງແກ້ໄຂ ເພື່ອໃຫ້ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ກໍຄື ສະພາບການໄປມາຫາສູ່ລະຫວ່າງປະເທດ ທີ່ນັບມື້ນັບເປີດກວ້າງຍິ່ງຂຶ້ນ.

ກົດໝາຍ ວ່າດ້ວຍໜັງສືຜ່ານແດນ ປະກອບດ້ວຍ 9 ພາກ, 11 ໝວດ ແລະ 72 ມາດຕາ,ຖ້າກົດໝາຍສະບັບນີ້ ຖືກຮັບຮອງ, ລັດຈະມີກົດໝາຍ ທີ່ເປັນລະບົບຄົບຊຸດ, ສອດຄ່ອງ ແລະ ຮັດກຸມ ເພື່ອເປັນບ່ອນອີງໃຫ້ແກ່ການຄຸ້ມຄອງ, ຕິດຕາມ ກວດກາ ວຽກງານໜັງສືຜ່ານແດນ, ລັດຈະມີນະໂຍບາຍ ທີ່ເໝາະສົມສໍາລັບວຽກງານໜັງສືຜ່ານແດນ ເພື່ອເຮັດໃຫ້ການປະຕິບັດວຽກງານດັ່ງກ່າວມີປະສິດທິພາບ ແລະ ປະສິດທິຜົນຂຶ້ນກວ່າເກົ່າ, ຈະເປັນບ່ອນອີງທາງດ້ານກົດໝາຍທີ່ສຳຄັນໃຫ້ແກ່ກະຊວງການຕ່າງປະເທດ ກໍຄືລັດຖະບານ ເພື່ອຄຸ້ມຄອງວຽກງານໜັງສືຜ່ານແດນ, ເປັນບ່ອນອີງໃນການກໍານົດໂຄງປະກອບການຈັດຕັ້ງທີ່ປະຕິບັດວຽກງານໜັງສືຜ່ານແດນ, ການກໍານົດຂັ້ນຕອນ ແລະ ຄຳຮ້ອງ ກໍຄື ເອກະສານປະກອບຕ່າງໆ ທີ່ລະອຽດ ຈະແຈ້ງ ຈະເປັນບ່ອນອີງໃຫ້ບຸກຄະລາກອນຂອງອົງການໜັງສືຜ່ານແດນໃນການກວດກາ ແລະ ພິຈາລະນາ ອອກ, ໂຈະ ແລະ ປະຕິເສດ, ລຶບລ້າງ ແລະ ຖອນຄືນ ໜັງສືຜ່ານແດນ ກໍຄື ການອໍານວຍຄວາມສະດວກ ແລະ ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງສາທາລະນະຊົນທີ່ຂໍນໍາໃຊ້ ຫຼື ປ່ຽນ ໜັງສືຜ່ານແດນ, ກຳນົດໃຫ້ມີການສ້າງຖານຂໍ້ມູນໜັງສືຜ່ານແດນ ດ້ວຍລະບົບອີເລັກໂຕຣນິກ ຊຶ່ງຈະຊ່ວຍໃຫ້ການຄຸ້ມຄອງ, ນຳໃຊ້ ແລະ ປ້ອນຂໍ້ມູນ ມີຄວາມວ່ອງໄວ, ທັນສະໄໝ, ຮັບປະກັນ ແລະ ຍາວນານ, ມີກົນໄກການປະສານສົມທົບ ລະຫວ່າງ ການຈັດຕັ້ງລັດທີ່ກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ກົມກຽວ ແລະ ຈະແຈ້ງ ຊຶ່ງຈະຊ່ວຍໃຫ້ວຽກງານໜັງສືຜ່ານແດນ ມີຄວາມຄ່ອງຕົວ, ມີຄຸນນະພາບ ແລະ ປະສິດທິພາບສູງຂຶ້ນກວ່າເກົ່າ, ມີການກຳນົດຄວາມຮັບຜິດຊອບຂອງຜູ້ຖືໜັງສືຜ່ານແດນ ກໍຄື ຂໍ້ຫ້າມຕ່າງໆຢ່າງຈະແຈ້ງ ຊຶ່ງຈະຊ່ວຍຫຼຸດຜ່ອນການນໍາໃຊ້ທີ່ບໍ່ຖືກຕ້ອງກັບເປົ້າໝາຍ ລວມທັງການກະທຳຜິດ ຫຼື ການກໍ່ອາຊະຍາກໍາ ທີ່ກ່ຽວຂ້ອງກັບໜັງສືຜ່ານແດນ

ຄວາມຈຳເປັນໃນການສ້າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ - 4 - ຄວາມຈຳເປັນໃນການສ້າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!