ຄະນະລັດຖະມົນຕີກະຊວງ ຮສສ ເຄື່ອນໄຫວວຽກຢູ່ ສ.ເກົາຫຼີ ເພື່ອ MOU ການຮ່ວມມືດ້ານແຮງງານ

ຄະນະລັດຖະມົນຕີກະຊວງ ຮສສ ເຄື່ອນໄຫວວຽກຢູ່ ສ.ເກົາຫຼີ ເພື່ອ MOU ການຮ່ວມມືດ້ານແຮງງານ - 320217767 676145560891560 641022792054491647 n - ຄະນະລັດຖະມົນຕີກະຊວງ ຮສສ ເຄື່ອນໄຫວວຽກຢູ່ ສ.ເກົາຫຼີ ເພື່ອ MOU ການຮ່ວມມືດ້ານແຮງງານ
ຄະນະລັດຖະມົນຕີກະຊວງ ຮສສ ເຄື່ອນໄຫວວຽກຢູ່ ສ.ເກົາຫຼີ ເພື່ອ MOU ການຮ່ວມມືດ້ານແຮງງານ - kitchen vibe - ຄະນະລັດຖະມົນຕີກະຊວງ ຮສສ ເຄື່ອນໄຫວວຽກຢູ່ ສ.ເກົາຫຼີ ເພື່ອ MOU ການຮ່ວມມືດ້ານແຮງງານ
ລະຫວ່າງວັນທີ 11-15 ທັນວາ 2022, ຄະນະລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ນຳໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງ ຮສສ ໄດ້ເດີນທາງໄປເຄື່ອນໄຫວວຽກຢູ່ ສາທາລະນະລັດ ເກົາຫຼີ ກ່ຽວກັບ ການຟື້ນຟູການແລກປ່ຽນ ແລະ ເສີມສ້າງການຮ່ວມມືທີ່ດີຂອງ ສອງຝ່າຍ ລະຫວ່າງ ແຂວງຊຸງຊອງນຳໂດ, ສາທາລະນະລັດ ເກົາຫຼີ ກັບ ກະຊວງແຮງງານ ແລະສະຫວັດດີການສັງຄົມ.
ຄະນະລັດຖະມົນຕີກະຊວງ ຮສສ ເຄື່ອນໄຫວວຽກຢູ່ ສ.ເກົາຫຼີ ເພື່ອ MOU ການຮ່ວມມືດ້ານແຮງງານ - 320457562 478942517698401 8486783358770899362 n 1024x683 - ຄະນະລັດຖະມົນຕີກະຊວງ ຮສສ ເຄື່ອນໄຫວວຽກຢູ່ ສ.ເກົາຫຼີ ເພື່ອ MOU ການຮ່ວມມືດ້ານແຮງງານ
ທ່ານລັດຖະມົນຕີ ພ້ອມຄະນະ ກໍໄດ້ເຂົ້າພົບປະ ທ່ານ ລີຢອງ ຊິກ ລັດຖະມົນຕີ ກະຊວງແຮງງານ ແລະ ການຈ້າງງານ ສ.ເກົາຫຼີ ເພື່ອແຈ້ງເຖິງຈຸດປະສົງຂອງການມາເຮັດວຽກໃນເທື່ອນີ້, ຈາກນັ້ນ ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ກໍໄດ້ ເຊັນບົດບັນທຶກຄວາມເຂົ້າໃຈກັບ 15 ເມືອງ ແລະ ໄດ້MOU ກັບເມືອງ ຢອງຊັງກຸນແຂວງກອງກິໂດ ເພື່ອເປັນການຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ແຫ່ງ ສປປລາວ ແລະ ແຂວງຊຸງຊອງນຳໂດ ສ.ເກົາຫຼີ ກ່ຽວກັບ ການຟື້ນຟູການແລກປ່ຽນ ແລະ ເສີມສ້າງການຮ່ວມມືທີ່ດີຂອງສອງຝ່າຍ ເພື່ອການແລກປ່ຽນການຮ່ວມມື ແລະ ຄວາມເປັນນໍ້າໜຶ່ງໃຈດຽວກັນຂອງສອງຝ່າຍ ໃນການສົ່ງເສີມການແລກປ່ຽນ ແລະ ເສີມສ້າງການຮ່ວມມືທີ່ດີຂອງສອງຝ່າຍ ເພື່ອຢືນຢັນເຈດຈຳນົງຂອງທັງສອງຝ່າຍ ໃນການສົ່ງເສີມການຮ່ວມມືທີ່ເປັນຜົນປະໂຫຍດຕໍ່ສອງຝ່າຍ ແລະ ພັດທະນາການເປັນຄູ່ຮ່ວມງານທີ່ໃກ້ຊິດ ໂດຍຜ່ານການສ້າງຄວາມເຂັ້ມແຂງດ້ານການຮ່ວມມືທີ່ດີ ລະຫວ່າງ ແຂວງ ຊຸງຊອງນຳໂດ, ສາທາລະນະລັດ ເກົາຫຼີ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຈາກນັ້ນ ວັນຕໍ່ມາ, ທ່ານລັດຖະມົນຕີ ພ້ອມຄະນະ ກໍໄດ້ເຂົ້າພົບປະ ທ່ານປະທານສະພານະຄອນ ຫຼວງເຊອຸນ ແລະ ເຂົ້າພົບປະກັບ ຫົວໜ້າ HRD ເພື່ອແລກປ່ຽນບົດຮຽນຮ່ວມກັນ ແລະ ປຶກສາຫາລືຄວາມເປັນໄປໄດ້ໃນການຈັດສົ່ງແຮງງານ ແລະ ການຄຸ້ມຄອງ, ປົກປ້ອງແຮງງານ ໃນຂະແໜງກະສິກຳ, ລວມທັງ ຂະແໜງເສດຖະກິດ, ວັດທະນາທຳ, ການສຶກສາ, ການທ່ອງທ່ຽວ ແລະ ສິ່ງແວດລ້ອມ ທີ່ມີແຜນການການຈະສົ່ງໃນຕໍ່ໜ້ານີ້້.
ຄະນະລັດຖະມົນຕີກະຊວງ ຮສສ ເຄື່ອນໄຫວວຽກຢູ່ ສ.ເກົາຫຼີ ເພື່ອ MOU ການຮ່ວມມືດ້ານແຮງງານ - 5 - ຄະນະລັດຖະມົນຕີກະຊວງ ຮສສ ເຄື່ອນໄຫວວຽກຢູ່ ສ.ເກົາຫຼີ ເພື່ອ MOU ການຮ່ວມມືດ້ານແຮງງານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!