ແຂວງສະຫວັນນະເຂດ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 788 ເລື່ອງ ພາຍໃນປີ 2022

ແຂວງສະຫວັນນະເຂດ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 788 ເລື່ອງ ພາຍໃນປີ 2022 - WhatsApp Image 2022 12 21 at 09 - ແຂວງສະຫວັນນະເຂດ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 788 ເລື່ອງ ພາຍໃນປີ 2022
ແຂວງສະຫວັນນະເຂດ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 788 ເລື່ອງ ພາຍໃນປີ 2022 - kitchen vibe - ແຂວງສະຫວັນນະເຂດ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 788 ເລື່ອງ ພາຍໃນປີ 2022

ພົຈວ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ລາຍງານຕໍ່ກອງປະຊຸມສະຫລຸບວຽກງານປ້ອງກັນຄວາມສະຫງົບປະຈຳປີ 2022 ແລະ ທິດທາງວຽກງານຈຸດສຸມປີ 2023 ໃນວັນທີ 15 ທັນວາ ວ່າ: ໃນ 1 ປີ ຜ່ານມາ ມີປະກົດການຫໍ້ທໍ້ເກີດຂຶ້ນທັງໝົດ 788 ເລື່ອງ, ໃນນີ້ມ້າງຄະດີຢາເສບຕິດໄດ້ທັງໝົດ 370ເລື່ອງ, ຜູ້ຖືກຫາ 604 ຄົນ , ຂອງກາງຄະດີ ຢາບ້າ 5.181.991 ເມັດ, ຢາໄອສ 75 ຖົງ, ຢາເຄ 2 ຖົງ, ຢາອີ 467 ເມັດ, ກັນຊາ 193 ກິໂລກຣາມ , 194 ແທ່ງ, ໃບກະທ່ອມ 31 ຖົງ, ເງິນກີບ 395.697.000 ກີບ, ເງິນບາດ 933.600 ບາດ, ເງິນໂດລາ 865 ໂດລາ, ລົດໃຫຍ່ 51 ຄັນ, ລົດຈັກ 97 ຄັນ ໂທລະສັບ 414 ໜ່ວຍ, ອາວຸດລ່າເນື້ອ 31 ກະບອກ, ປືນປະດິດ 3 ກະບອກ, ອາວຸດເສິກ 5 ກະບອກພ້ອມລູກກະສູນ 140 ລູກ ແລະ ວັດຖຸສຳຄັນອີກຫລາຍລາຍການ.

ຄະດີອາຍາເກີດຂຶ້ນທັງໝົດ 358 ເລື່ອງ, ຜູ້ຖືກຫາ 402 ຄົນ, ຜົນເສຍຫາຍລົດໃຫຍ່ 5 ຄັນ, ລົດຈັກ 123 ຄັນ, ເຮືອ 1 ລຳ, ເງິນກີບ 24.183.000.000 ກີບ, ເງິນບາດ 3.992.000 ບາດ, ເງິນໂດລາ 70.000 ໂດລາ, ໂທລະສັບ 15 ໜ່ວຍ ແລະ ເຄື່ອງໃຊ້ອື່ນໆອີກ 40 ລາຍການ ໃນນີ້ສາມາດເກັບກູ້ຄືນໄດ້ ລົດໃຫຍ່ 2 ຄັນ, ລົດຈັກ 31 ຄັນ, ເຮືອ 1 ລຳ ເງິນກີບ 113.000.000 ກີບ, ເງິນບາດ 447.000 ບາດ, ເງິນໂດລາ 605 ໂດລາ ແລະ ເຄື່ອງຂອງອື່ນໆອີກ 14 ລາຍການ.

ແຂວງສະຫວັນນະເຂດ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 788 ເລື່ອງ ພາຍໃນປີ 2022 - Visit Laos Visit SALANA BOUTIQUE HOTEL - ແຂວງສະຫວັນນະເຂດ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 788 ເລື່ອງ ພາຍໃນປີ 2022
ແຂວງສະຫວັນນະເຂດ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 788 ເລື່ອງ ພາຍໃນປີ 2022 - Visit Laos Visit SALANA BOUTIQUE HOTEL - ແຂວງສະຫວັນນະເຂດ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 788 ເລື່ອງ ພາຍໃນປີ 2022

ຄະດີເສດຖະກິດມີ 49 ເລື່ອງ, ຜູ້ຖືກຫາ 12 ຄົນ, ຜົນເສຍຫາຍ ມີເງິນກີບ 34.081.376.930 ກີບ, ເງິນບາດ 98.012.020 ບາດ, ເງິນໂດລາ 2.161.505 ໂດລາ, ລົດໃຫຍ່ 9 ຄັນ, ລົດຈັກ 8 ຄັນ, ໃບຕາດິນ 5 ໃບ: ສາມາດຢຶດຂອງກາງໄດ້ ເງິນກີບ 1.133.000 ກີບ, ຄອວພິວເຕີ 31 ຊຸດ, ໂທລະສັບ 14 ໜ່ວຍ ແລະ ເຈ້ຍລະຫັດຢູເຊີ 3.514 ໃບ, ພ້ອມທັງສຶກສາອົບຮົມເປົ້າໝາຍຜູ້ຂາຍບັດເຊີໄດ້ 142 ຄົນ.

ຄະດີຄ້າມະນຸດເກີດຂຶ້ນ 11 ເລື່ອງ, ຜູ້ຖືກຫາ 13 ຄົນ, ຜູ້ຖືກເຄາະຮ້າຍ 8 ຄົນ ຍິງ 7 ຄົນ.

ແຂວງສະຫວັນນະເຂດ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 788 ເລື່ອງ ພາຍໃນປີ 2022 - 4 - ແຂວງສະຫວັນນະເຂດ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 788 ເລື່ອງ ພາຍໃນປີ 2022
ແຂວງສະຫວັນນະເຂດ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 788 ເລື່ອງ ພາຍໃນປີ 2022 - 3 - ແຂວງສະຫວັນນະເຂດ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 788 ເລື່ອງ ພາຍໃນປີ 2022
ແຂວງສະຫວັນນະເຂດ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 788 ເລື່ອງ ພາຍໃນປີ 2022 - 5 - ແຂວງສະຫວັນນະເຂດ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 788 ເລື່ອງ ພາຍໃນປີ 2022