ປັນຈັກສີລັດເຈົ້າພາບ ເຈັບຈົນແຂ່ງບໍ່ໄຫວ, ຜູ້ຕັດສິນແກ້ບັນຫາດ້ວຍການໃຫ້ຊະນະໄປເລີຍ, ມີຄລິບ

ມີໃຫ້ເຫັນຕັ້ງແຕ່ມື້ທຳອິດຈົນຮອດມື້ສຸດທ້າຍ ສຳລັບ ຄວາມບໍ່ໂປ່ງໃສຂອງເຈົ້າພາບ ມາເລເຊຍ ໃນການແຂ່ງຂັນ ກິລາຊີເກມ 2017.
ຫຼ້າສຸດໃນໄລຍະບ່າຍ ຂອງວັນທີ 29 ສິງຫາຜ່ານມາ ກໍເກີດເຫດຂຶ້ນໃນການແຂ່ງ ຂັນປັນຈັກສີລັດ ປະເພດຕໍ່ສູ້ ຄາສ D ນ້ຳໜັກ 60-65- ກິ ໂລກຣາມຊາຍ ພົນເທບ ພູນ ແກ້ວ ເຈົ້າຂອງຫຼຽນຄຳຊີ ເກມເທື່ອທີ່ແລ້ວ ຖືກປັບໃຫ້ ເສຍຢ່າງໜ້າເສຍດາຍ.
ໂດຍເຫດການເກີດຂຶ້ນ ໄລຍະຍົກທີ 2 ນັກກິລາເຈົ້າ ພາບ ລົ້ມໂຕຫວັງຂັດຂາ ພົນ ເທບ ແຕ່ ພົນເທບ ຫຼົບການ ໂຈມຕີໄດ້ທັນ ກ່ອນເຕະເຂົ້າ ກາງລຳໂຕຄູ່ແຂ່ງ ຈົນອີກ ຝ່າຍຮ້ອງດ້ວຍຄວາມເຈັບ ປວດ ຄະນະແພດຈຶ່ງເຂົ້າມາ ເບິ່ງອາການ ແລະ ສຸດທ້າຍ ນັກກິລາເຈົ້າພາບກໍບໍ່ສາມາດແຂ່ງຂັນຕໍ່ໄປໄດ້ ແລະ ຈາກ ຄະແນນທີ່ນັກກິລາ ມາເລເຊຍ ນຳ ພົນເທບ ຢູ່ 3-1 ເຮັດໃຫ້ ກຳມະການຕັດສິນໃຫ້ຝັ່ງ ມາ ເລເຊຍ ເປັນຝ່າຍຊະນະໄປ ເລີຍ ໂດຍໃຫ້ເຫດຜົນຕາມກົດ ກະຕິກາກິລາປັນຈັກສີລັດ ນັ້ນ ມີການລະບຸວ່າ: “ຫ້າມຄູ່ແຂ່ງ ຕໍ່ສູ້ອອກອາວຸດໄປຍັງບໍລິເວນ ຫົວ, ຄໍ, ກະດູກສັນຫຼັງ ແລະ ລະຫວ່າງສ່ວນລຸ່ມ ແລະ ຫ້າມເຮັດໃຫ້ຄູ່ຕໍ່ສູ້ໄດ້ຮັບບາດ ເຈັບຈົນບໍ່ສາມາດເຮັດໃຫ້ແຂ່ງຂັນຕໍ່ໄດ້ ແລະ ຫາກມີການລະ ເມີດກະຕິກາຂໍ້ນີ້ ຈະຖືກໃຫ້ ອອກຈາກການແຂ່ງຂັນ ຫຼື ປັບໃຫ້ເສຍທັນທີ ເພາະຖືເປັນ ການເຮັດຜິດກົດຮ້າຍແຮງ”. ເຊິ່ງດ້ວຍເຫດຜົນນີ້ ເຮັດໃຫ້ ພົນເທບ ຖືກປັບເສຍໄປນັ້ນ ເອງ.
ຢ່າງໃດກໍດີ ທາງຝ່າຍ ທີມໄທ ໄດ້ກໍ່ການປະທ້ວງຄຳ ຕັດສິນທັນທີ ເນື່ອງຈາກເບິ່ງ ວານັກກິລາ ມາເລເຊຍ ທຳທ່າ ເຈັບເກີນເຫດ ແລະ ການຕັດ ສິນກໍບໍ່ເປັນທຳຕໍ່ຝັ່ງໄທ. ແຕ່ ຄຳປະທ້ວງກໍບໍ່ເປັນຜົນ ເຮັດ ໃຫ້ ພົນເທບ ເຖິງກັບເສຍໃຈ ນ່ັງຊຶມຢູ່ໃນສະໜາມດົນເຕີບ ຈົນສຸດທ້າຍທີມງານ ໄທ ຕ້ອງມາພາໂຕອອກຈາກ ສະໜາມໄປ.
https://www.youtube.com/watch?v=TlNTpZDYhN0