ເຈົ້າແຂວງເຊກອງ ເນັ້ນໃຫ້ຄະນະຄຸ້ມຄອງດ່ານສາກົນດາກຕະອອກ ອໍານວຍຄວາມສະດວກການເຂົ້າ-ອອກ ວ່ອງໄວ ແລະ ດີຂຶ້ນ

ໃນໂອກາດລົງເຄື່ອນໄຫວຊຸກຍູ້ວຽກງານ ແລະ ຕິດຕາມການເປີດທົດລອງນໍາໃຊ້ສາງຄ່ຽນຖ່າຍຕິດສັ່ງ ແລະ ເກັບມ້ຽນສິນຄ້າຢູ່ດ່ານສາກົນດາກຕະອອກ ໃນວັນທີ 23 ທັນວາ 2022 ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ໄດ້ຊີ້ນໍາຫລາຍບັນຫາສໍາຄັນໃຫ້ຄະນະຄຸ້ມຄອງ ແລະ ໜ່ວຍງານຕ່າງໆພາຍໃນດ່ານສາກົນດາກຕະອອກສືບຕໍ່ປະຕິບັດ ເພື່ອອໍານວຍຄວາມສະດວກໃຫ້ຜູ້ໃຊ້ບໍລິການມີຄວາມສະດວກ, ວ່ອງໄວ ແລະ ມີປະສິດທິຜົນດີຂຶ້ນ.
ຄະນະພັກ-ຄະນະຄຸ້ມຄອງດ່ານ ໄດ້ຂຶ້ນລາຍງານກ່ຽວກັບການເຄື່ອນໄຫວວຽກງານ ແລະ ການໃຫ້ບໍລິການດ້ານຕ່າງໆພາຍໃນດ່ານຕະຫລອດໄລຍະຜ່ານມາ ໂດຍສະເພາະການເປີດທົດລອງນໍາໃຊ້ສາງຄ່ຽນຖ່າຍຕິດສັ່ງ, ເກັບມ້ຽນສິນຄ້າ, ການຄຸ້ມຄອງການຂົນສົ່ງສິນຄ້າ ແລະ ວຽກງານອື່ນໆ ເພື່ອຊອກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ວິທີການແກ້ໄຂເພື່ອແນໃສ່ເຮັດໃຫ້ການບໍລິການໃນຕໍ່ໜ້າມີຄວາມສະດວກ, ວ່ອງໄວ, ຖືກຕ້ອງຕາມລະບຽບກົດໝາຍ ແລະ ສ້າງຄວາມເພິ່ງພໍໃຈແກ່ຜູ້ໃຊ້ບໍລິການ.
ພ້ອມນີ້, ທ່ານ ເຈົ້າແຂວງເຊກອງ ມີຄໍາເຫັນຊີ້ນໍາຫລາຍບັນຫາ ໂດຍສະເພາະແມ່ນໃຫ້ສືບຕໍ່ສຶກສາອົບຮົມການເມືອງແນວຄິດພະນັກງານ, ສະມາຊິກພັກໃຫ້ເປັນປົກກະຕິຕໍ່ເນື່ອງ ຕິດພັນກັບການປັບປຸງ, ກໍ່ສ້າງໜ່ວຍພັກ ແລະ ຂະຫຍາຍການຈັດຕັ້ງພັກ, ປັບປຸງແບບແຜນການນໍາພາ ແລະ ແບບແຜນວິທີເຮັດວຽກໃຫ້ມີຄຸນນະພາບດີຂຶ້ນ; ເປັນເຈົ້າການຕິດຕາມ, ກວດກາ ແລະ ຄຸ້ມຄອງຄົນເຂົ້າ-ອອກເມືອງ, ການຂົນສົ່ງ, ການສົ່ງອອກ-ນໍາເຂົ້າສິນຄ້າ ແລະ ການບໍລິການອື່ນໆໃຫ້ມີຄວາມສະດວກ, ວ່ອງໄວ ແລະ ດີຂຶ້ນເປັນກ້າວໆ.