ປີ 2022 ເມືອງສັງທອງ ມີເຫດການລັກລົດຈັກ 23 ຄັ້ງ ສາມາດຈັບຜູ້ຖືກຫາໄດ້ 19 ຄົນ
December 23, 2022 - 4:37 PM
ທ່ານ ພັທ ສີວິໄລ ພູມນະໄຊ ລາຍງານ ໂອກາດລົງພົບປະຢ້ຽມຢາມ ຂອງທ່ານ ພົຈວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນວ ວັນທີ 21 ທັນວາ 2022 ນີ້ວ່າ ໃນໄລຍະ 1 ປີຜ່ານມາ ທົ່ວເມືອງມີຄະດີອາຍາເກີດຂຶ້ນ 46 ເລື່ອງ, ມ້າງໄດ້ 35 ເລື່ອງ, ກັກຕົວຜູ້ຖືກຫາດຳເນີນຄະດີ 43 ຄົນ, ຍິງ 1 ຄົນ, ສຸມໃສ່ແກ້ໄຂເປົ້າໝາຍ 11 ປະເພດອາຊະຍາກຳ, ໃນນີ້ເກີດຂຶ້ນຫຼາຍກວ່າໝູ່ ແມ່ນບັນຫາລັກລັກລົດຈັກ 23 ເລື່ອງ, ມ້າງໄດ້ 12 ເລື່ອງ, ກັກຕົວຜູ້ຖືກຫາ 19 ຄົນ, ຜົນເສຍຫາຍ ມີລົດຈັກ 14 ຄັນ, ງົວ 3 ໂຕ, ເງິນກີບ 76.130.000 ກີບ, ເງິນບາດ 25.000 ບາດ, ໝໍ້ເກັບໄຟ 28 ໜ່ວຍ ແລະ ສາຍໄຟຟ້າຈໍານວນໜຶ່ງ; ສ່ວນເປົ້າໝາຍຢາເສບຕິດສາມາດແກ້ໄຂໄດ້ທັງໝົດ 51 ເລື່ອງ, ກັກຕົວຜູ້ຖືກຫາດຳເນີນຄະດີ 79 ຄົນ, ຍິງ 8 ຄົນ,ຢຶດຂອງກາງຢາບ້າ ຈໍານວນ 289.152 ເມັດ, ຢາໄອ້ 6 ຖົງນ້ອຍ, ຢາອີ 24 ເມັດ, ຄາເຟອິນ 1.997 ກິໂລກຣາມ, ປືນສັ້ນ 11 ກະບອກ ແລະ ລົດໃຫຍ່ 3 ຄັນ.