ສສຊ 7 ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ສະເໜີໃຫ້ພາກສ່ວນກ່ຽວຂ້ອງວຽກງານກວດສອບ-ກວດກາ ກຳແໜ້ນຄວາມຮັບຜິດຊອບໃຫ້ຮັດກຸມ
ວັນທີ 23 ທັນວາ 2022 ນີ້, ທ່ານ ນາງ ວັນນາ ພົມວິສອນ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ມີຄຳເຫັນຕໍ່ບົດລາຍງານວຽກງານອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໂດຍສະເໜີວ່າ: ຢາກໃຫ້ພາກສ່ວນກ່ຽວຂ້ອງກຳແໜ້ນຄວາມຮັບຜິດຊອບ ເພາະໃນປັດຈຸບັນເຫັນວ່າຖ້າມີຄົນຜິດພວກເຮົາຍັງຈົ່ງໄວ້ ບາງບ່ອນຕົກຕັ່ງຍັງໄປນັ່ງສະໂລ່ງ, ໃນດ້ານຜູ້ທີ່ີເຮັດດີການຍ້ອງຍໍຊົມເຊີຍກໍຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ ເຊິ່ງສະແດງອອກໃນໄລຍະຜ່ານມາ, ການຍ້ອງຍໍຊົມເຊີຍເຮັດແບບເຈົ້າທາດ ໄດ້ອັນໃຫຍ່ໆກໍມີແຕ່ຜູ້ໃຫຍ່ໄດ້ ແລະ ໃນຄວາມຮູ້ດ້ານວິຊາການ ມີຄວາມຮູ້ຫລາຍກວ່າຜູ້ໃຫຍ່ກວມເອົາ 70% ທີ່ພາຍໃນວາງອອກ.
ອີກບັນຫາໜຶ່ງ ແມ່ນການສ້າງຕັ້ງສານກວດສອບກວດກາ ບໍ່ຈຳເປັນເທື່ອໃນການສ້າງຕັ້ງ, ເນື່ອງຈາກວ່າພວກເຮົາມີນິຕິກຳຫລາຍຢ່າງສານອົງການປົກຄອງເຮົາກໍມີ ແຕ່ການປະຕິບັດໜ້າທີ່ດັ່ງກ່າວຍັງບໍ່ຮັດກຸມເຊິ່ງສະແດງອອກໃນຕົວເລກທີ່ລະເມີດມີຫລາຍ, ແຕ່ຕົວເລກໃນການປະຕິບັດຢູ່ໃນສານອົງການປົກຄອງຍັງບໍ່ທັນມີຫລາຍເທົ່າທີ່ຄວນ ເຊິ່ງໃນກົດໝາຍໄດ້ລະບຸແລ້ວໄວ້ຢ່າງຊັດເຈນແລ້ວ ຖ້າລະເມີດຂັ້ນໃດໃຫ້ພວກເຮົາປະຕິບັດຕາມກົດໝາຍ.