ອັງກິດຮຽກຮ້ອງ UN ປະຊຸມດ່ວນ ເລື່ອງຊາວໂຣຮິງຢາ




ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດກຽມປະຊຸມສຸກເສີນກ່ຽວກັບສະຖານະການສູ້ຮົບຢູ່ລັດຍະໄຂ່ຂອງມຽນມາ ທີ່ມີຜູ້ເສຍຊີວິດແລ້ວຫລາຍກວ່າ 100 ຄົນ ຕາມການຮຽກຮ້ອງຂອງສະຫະລາຊະອານາຈັກ.
+ UN ຮຽກຮ້ອງບັງກະລາເທດ ເພີ່ມໂກຕ້າຮັບຜູ້ລີ້ໄພໂຣຮິງຢາ
+ ສຳນັກງານຂອງນາງ ອອງຊານ ຊູຈີ ຖະແຫລງຕອບໂຕ້ ກຸ່ມຕິດອາວຸດຊາວໂຣຮິງຢາ
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນນິວຢອກ ປະເທດອາເມລິກາ ໃນວັນທີ 29 ສິງຫາວ່າ: ທ່ານ ຍອມທິວ ໄຣຄອບ ເອກອັກຄະລາຊະທູດສະຫະລາຊະອານາຈັກປະຈຳສະຫະປະຊາຊາດ (U) ກ່າວໃນວັນທີ 29 ສິງຫາ ຮຽກຮ້ອງສະພາຄວາມໝັ້ນຄົງ ສປຊ (UNSC) ໃຫ້ຈັດການຫາລືເປັນວາລະສຸກເສີນກ່ຽວກັບສະຖານະການນອງເລືອດຮອບໃໝ່ຢູ່ລັດຍະໄຂ່ ທາງຕາເວັນຕົກສຽງເໜືອຂອງມຽນມາ ທີ່ເປັນການສູ້ຮົບລະຫວ່າງກອງທັບມຽນມາກັບກອງທັບກອບກູ້ໂຣຮິນຈາແຫ່ງອາຣະກັນ (ອາຣຊາ) ນັບແຕ່ອາທິດຜ່ານມາ ເປັນເຫດໃຫ້ມີຜູ້ເສຍຊີວິດແລ້ວຫລາຍກວ່າ 100 ຄົນ ແລະ ຊາວໂຣຮິນຈາເກືອບ 10.000 ຄົນພະຍາຍາມລີ້ໄພຂ້າມຊາຍແດນໄປບັງກະລາເທດ.


ເຖິງຢ່າງໃດກໍຕາມ, ສຳນັກງານລາດຕະເວນຊາຍແດນຂອງບັງກະລາເທດລາຍງານການຊຸກດັນຊາວໂຣຮິນຈາປະມານ 550 ຄົນ ກັບໄປມຽນມາ ຜ່ານຊ່ອງທາງຊາຍແດນທຳມະຊາດບໍລິເວນແມ່ນ້ຳນາບ, ແຕ່ລາຍງານຂອງ UN ລະບຸວ່າ: ບັງກະລາເທດຮັບຂຶ້ນທະບຽນຜູ້ລີ້ໄພຊາວໂຣຮິນຈາແລ້ວຫລາຍກວ່າ 8.700 ຄົນນັບແຕ່ວັນທີ 25 ສິງຫາ, ຫລັງປະກາດວ່າຈະບໍ່ຮັບເພີ່ມອີກ ເນື່ອງຈາກຮັບໃຫ້ການຊ່ວຍເຫລືອຜູ້ລີ້ໄພຊາວໂຣຮິນຈາຫລາຍກວ່າ 400.000 ຄົນໃນໄລຍະເວລາ 30 ປີຜ່ານມາ.