ພາຍຸລະດູໜາວພັດຖະຫລົ່ມຫລາຍລັດໃນອາເມລິກາ ເສຍຊີວິດແລ້ວ 23 ຄົນ


ພາຍຸລະດູໜາວໄດ້ພັດຖະຫລົ່ມອາເມລິກາ ແລະ ມີຜູ້ເສຍຊີວິດຈາກສະຖານະການດັ່ງກ່າວແລ້ວຢ່າງໜ້ອຍ 23 ຄົນໃນລັດໂອກລາໂຮມາ, ເຄນຕັກກີ, ມິສຊູຣີ, ເທນເນສຊີ, ວິສຄອນຊິນ, ແຄນຊັສ, ເນບຣາສກາ, ໂອໄຮໂອ, ນິວຢອກ, ໂຄໂລຣາໂດ ແລະ ມິຊິແກນ.
ສຳນັກຂ່າວຊິນຮົວລາຍງານວ່າ: ໃນຈຳນວນຜູ້ທີ່ເສຍຊີວິດດັ່ງກ່າວສ່ວນໜຶ່ງມາຈາກເຫດລົດຕຳກັນເຖິງ 46 ຄັນຢູ່ໂອໄຮໂອ ເທິນໄພ ລັດໂອໄຮໂດໃນວັນທີ 23 ທັນວາຜ່ານມາ ມີຜູ້ເສຍຊີວິດ 4 ຄົນ ໂດຍທ່ານ ໄມ ເດິໄວ ເຈົ້າຄອງລັດໂອໄຮໂອໄດ້ຂໍໃຫ້ປະຊາຊົນທີ່ຕ້ອງເດີນທາງໃຫ້ຂັບລົດຊ້າໆ ແລະ ຮັກສາໄລຍະຫ່າງຈາກລົດຄັນທາງໜ້າຢ່າງເໝາະສົມ.
ຂະນະທີ່ສຳນັກງານພະຍາກອນອາກາດຂອງອາເມລິກາລາຍງານວ່າ: ພາຍຸລະດູໜາວຍັງສົ່ງຜົນກະທົບຕໍ່ເກຣດ ເລດ ໂດຍມີລົມພັດແຮງ, ອຸນຫະພູມຢູ່ໃນລະດັບໜາວເຢັນ ແລະ ຫິມະທີ່ຕົກຢ່າງໜັກໃນພື້ນທີ່ທາງຕອນເໜືອໄປຈົນຮອດທາງຕາເວັນອອກຂອງການາດາ.
ໂດຍພາຍຸລະດູໜາວທີ່ເກີດຂຶ້ນເຮັດໃຫ້ການຈະລາຈອນໃນເຂດບັບຟາໂລກຂອງນິວຢອກ ແລະ ພື້ນທີ່ໃກ້ຄຽງເປັນໄປຢ່າງຍາກລຳບາກ ໂດຍໃນພື້ນທີ່ທາງຕາເວັນຕົກຂອງນິວຢອກນັ້ນ ຄວາມໄວລົມສູງສູດຢູ່ລະດັບ 79 ໄມຕໍ່ຊົ່ວໂມງ ແລະ ໃນພື້ນທີ່ຂອງເດິບັບຟາໂລ ແລະ ວໍເຕີທາວຄາດວ່າຈະມີຫິມະຕົກສະສົມສູງສຸດເຖິງ 3-5 ຟຸດໃນວັນທີ 26 ທັນວານີ້.