ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຊີ້ນຳການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຢູ່ແຂວງຫລວງພະບາງເລັ່ງແກ້ໄຂບ້ວງເງິນຊົດເຊີຍປະຊາຊົນຜູ້ໄດ້ຮັບຜົນກະທົບ
ວັນທີ 29 ສີງຫານີ້ ທີ່ພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານໄກ່ເກ່ຍ ຈັດສັນພື້ນທີ່ຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ. ໂດຍການເປັນປະທານຂອງ ທ່ານ ບຸນຈັນ ສີນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ມີຄະນະກຳມະການຊີ້ນຳຂັ້ນແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງແຂວງຫລວງພະບາງໄດ້ລາຍງານກ່ຽວກັບຜົນກະທົບດ້ານພື້ນຖານໂຄງລ່າງຂອງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ມີຄວາມຍາວແລວທາງຜ່ານແຂວງຫຼວງພະບາງ 80 ກິໂລແມັດ, ໂດຍຜ່ານ 3 ເມືອງ ແລະ 29 ບ້ານ ຄື: ເມືອງຈອມເພັດ ຍາວປະມານ 19 ກິໂລແມັດ ຜ່ານ 7 ບ້ານ, ມີສະຖານີ 2 ແຫ່ງ, ຂົວ 8 ແຫ່ງ ແລະ ອຸໂມງ 6 ແຫ່ງ. ເມືອງຫຼວງພະບາງ ຍາວປະມານ 11 ກິໂລແມັດ ຜ່ານ 8 ບ້ານ, ມີສະຖານີ 1 ແຫ່ງ, ຂົວ 6 ແຫ່ງ ແລະ ອຸໂມງ 2 ແຫ່ງ. ເມືອງຊຽງເງິນ ຍາວປະມານ 50 ກິໂລແມັດ ຜ່ານ 14 ບ້ານ, ມີສະຖານີ 3 ແຫ່ງ, ຂົວ 16 ແຫ່ງ ແລະ ອຸໂມງ 14 ແຫ່ງ. ລວມແລ້ວພາຍໃນແຂວງ ມີສະຖານີທັງໝົດ 6 ແຫ່ງ, ໃນນີ້: ມີສະຖານີໃຫຍ່ 1 ແຫ່ງ ຢູ່ເມືອງຫຼວງພະບາງ; ມີຂົວທັງໝົດ 30 ແຫ່ງ, ໃນນີ້: ມີຂົວຂ້າມນໍ້າຂອງ 2 ແຫ່ງ ແລະ ຂົວຂ້າມນໍ້າຄານ 3 ແຫ່ງ; ມີອຸໂມງທັງໝົດ 22 ແຫ່ງ; ອັດຕາສ່ວນຂົວ ແລະ ອຸໂມງເທົ່າກັບ 78,93% ຂອງໄລຍະທາງທັງໝົດ. ປະຈຸບັນຄະນະກຳມະການຂັ້ນແຂວງ ໄດ້ລົງສືກສາອົບຮົມໃຫ້ປະຊາຊົນທີ່ຖືກຜົນກະທົບ ຮັບຮູ້ເຖີງແນວທາງການພັດທະນາຂອງລັດຖະບານ ພ້ອມທັງເກັບກຳຂໍ້ມູນຜົນກະທົບຕົວຈີງ ເພື່ອສັງລວມຂໍ້ມູນ ແລະ ຄິດໄລ່ຫົວໜ່ວຍຊົດເຊີຍຕົວຈີງ. ມາຮອດປັດຈຸບັນ ຄະນະກຳມະການຂອງແຂວງຫຼວງພະບາງ ສາມາດເກັບກຳໄດ້ໃນໄລຍະລວງຍາວ 49 ກິໂລແມັດ ເທົ່າກັບ 61.25% ຂອງລວງຍາວທັງໝົດ 80 ກິໂລແມັດ. ນອກຈາກນີ້, ຍັງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ບໍລິສັດຮັບເໝົາ ແກ້ໄຂຄໍາສະເໜີຂອງປະຊາຊົນ ແລະ ແກ້ໄຂຜົນກະທົບຈໍານວນໜື່ງທີ່ເປັນບ່ອນກໍ່ສ້າງທີ່ຮີບດ່ວນ. ເພື່ອເຮັດໃຫ້ການຊົດເຊີຍຜົນກະທົບ ຖືກຕາມທິດຊີນຳຂອງລັດຖະບານ ທ່ານ ບຸນຈັນ ສີນທະວົງ ໄດ້ມີຄຳເຫັນຊີ້ນຳໃຫ້ຄະຊີ້ນຳຂັ້ນແຂວງ, ຂັ້ນເມືອງ ຈົ່ງຮີບຮ້ອນໃນການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອລົງເກັບກຳຂໍ້ມູນໃຫ້ສຳເລັດ ພ້ອມທັງປັບປຸງລະບົບການຄິດໄລຫົວໜ່ວຍຊົດເຊີຍໃຫ້ລະອຽດ ຮັບປະກັນຄວາມສອດຄ່ອງກັບສະພາບຄວາມເປັນຈີງ ແນໃສ່ເຮດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບດີຂື້ນ ທັງອຳນວຍຄວາມສະດວກໃຫ້ແກ່ ໂຄງການກໍ່ສ້າງໄດ້ລົງມືປະຕິບັດຕາມແຜນການ.
+ ລາວເລັ່ງຄິດໄລ່ຄ່າຊົດເຊີຍໃຫ້ປະຊາຊົນຖືກກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ
ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງພ້ອມຄະນະ ໄດ້ລົງຢ້ຽມຢາມເຂດເຈາະອຸໂມງພູຜາບ່ອງ, ການກໍ່ສ້າງຂົວຂ້າມນ້ຳຂອງ ແລະ ບ້ານບວມອໍ້ ເມືອງຊຽງເງີນ ເຊີ່ງເປັນບ້ານທີ່ຖືກຜົນກະທົບຈະຕ້ອງໄດ້ມີການຍົກຍ້າຍປະຊາຊົນອອກຈາກເຂດກໍ່ສ້າງດັ່ງກ່າວ.