ອຸທົກກະໄພຖະຫລົ່ມຟີລິບປິນ ມີຜູ້ເສຍຊີວິດແລ້ວ 44 ຄົນ ອີກ 28 ຄົນຍັງບໍ່ຮູ້ຊະຕາກຳ

ອຸທົກກະໄພຖະຫລົ່ມຟີລິບປິນ ມີຜູ້ເສຍຊີວິດແລ້ວ 44 ຄົນ ອີກ 28 ຄົນຍັງບໍ່ຮູ້ຊະຕາກຳ - image big 5c31b29ad619a - ອຸທົກກະໄພຖະຫລົ່ມຟີລິບປິນ ມີຜູ້ເສຍຊີວິດແລ້ວ 44 ຄົນ ອີກ 28 ຄົນຍັງບໍ່ຮູ້ຊະຕາກຳ
ອຸທົກກະໄພຖະຫລົ່ມຟີລິບປິນ ມີຜູ້ເສຍຊີວິດແລ້ວ 44 ຄົນ ອີກ 28 ຄົນຍັງບໍ່ຮູ້ຊະຕາກຳ - kitchen vibe - ອຸທົກກະໄພຖະຫລົ່ມຟີລິບປິນ ມີຜູ້ເສຍຊີວິດແລ້ວ 44 ຄົນ ອີກ 28 ຄົນຍັງບໍ່ຮູ້ຊະຕາກຳ

ໜ່ວຍງານດ້ານໄພພິບັດແຫ່ງຊາດຟີລິບປິນ ເປີດເຜີຍໃນວັນທີ 30 ທັນວາ 2022 ວ່າ: ຈໍານວນຜູ້ເສຍຊີວິດຈາກເຫດດິນເຈື່ອນ ແລະ ນ້ຳຖ້ວມກະທັນຫັນໃນພື້ນທີ່ທາງຕອນໃຕ້ຂອງຟີລິບປິນ ເນື່ອງຈາກຝົນຕົກໜັກໃນວັນຄຣິສມາດທີ່ຜ່ານມາ ໄດ້ເພີ່ມຂຶ້ນເປັນ 44 ຄົນ, ອີກ 28 ຄົນຍັງບໍ່ຮູ້ແນ່ນອນວ່າຍັງມີຊີວິດຢູ່ ຫລື ບໍ່.

ສໍານັກຂ່າວຣອຍເຕີລາຍງານວ່າ: ຄວາມເສຍຫາຍໃນລະບົບສາທາລະນູປະໂພກ ແລະ ຜົນຜະລິດ ຄາດວ່າຢູ່ປະມານ 1,3 ພັນລ້ານເປໂຊ (24,4 ລ້ານໂດລາສະຫະລັດ).

ອຸທົກກະໄພຖະຫລົ່ມຟີລິບປິນ ມີຜູ້ເສຍຊີວິດແລ້ວ 44 ຄົນ ອີກ 28 ຄົນຍັງບໍ່ຮູ້ຊະຕາກຳ - Visit Laos Visit SALANA BOUTIQUE HOTEL - ອຸທົກກະໄພຖະຫລົ່ມຟີລິບປິນ ມີຜູ້ເສຍຊີວິດແລ້ວ 44 ຄົນ ອີກ 28 ຄົນຍັງບໍ່ຮູ້ຊະຕາກຳ

ຝົນຕົກໜັກໃນວັນຄຣິສມາດ ຫລື 25 ທັນວາ ກໍ່ໃຫ້ເກີດນໍ້າຖ້ວມໜັກໃນບ້ານ, ເມືອງ ແລະ ຖະໜົນຫລວງໃນພາກພື້ນວິຊາຢາສ ແລະ ມິນດາເນົາ ໂດຍປະຊາຊົນຜູ້ປະສົບໄພ 50.000 ກວ່າຄົນ ຕ້ອງອົບພະຍົບອອກຈາກເຮືອນ. ຂະນະທີ່ໜ່ວຍງານດ້ານໄພພິບັດແຫ່ງຊາດກ່າວວ່າ: ປັດຈຸບັນລະດັບນໍ້າຖ້ວມຫລຸດລົງແລ້ວ ແຕ່ຍັງມີຝົນຕົກຢູ່ເປັນໄລຍະ.

ປະທານາທິບໍດີ ເຟີດິນານ ມາກອດ ຈູເນຍ ກ່າວວ່າ: ອາດລົງກວດຢ້ຽມພື້ນທີ່ປະສົບອຸທົກກະໄພເພື່ອປະເມີນສະຖານະການ ຫລັງຈາກສິ້ນສຸດການເດີນທາງຢ້ຽມຢາມຈີນໃນວັນທີ 3-5 ມັງກອນ 2024.

ອຸທົກກະໄພຖະຫລົ່ມຟີລິບປິນ ມີຜູ້ເສຍຊີວິດແລ້ວ 44 ຄົນ ອີກ 28 ຄົນຍັງບໍ່ຮູ້ຊະຕາກຳ - 4 - ອຸທົກກະໄພຖະຫລົ່ມຟີລິບປິນ ມີຜູ້ເສຍຊີວິດແລ້ວ 44 ຄົນ ອີກ 28 ຄົນຍັງບໍ່ຮູ້ຊະຕາກຳ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!