ກອງບັນຊາການທະຫານ ເມືອງນານ ແຂວງຫລວງພະບາງ ຫັນແນວທາງຫາລ້ຽງກຸ້ມຕົນເອງ ເພື່ອຫລຸດລາຍຈ່າຍທາງພັກ-ລັດ


ແຫລ່ງຂ່າວແຂວງຫລວງພະບາງ ໃຫ້ຮູ້ວ່າ: ໄລຍະຜ່ານມາກອງບັນຊາການທະຫານ ເມືອງນານ ແຂວງຫລວງພະບາງ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານຮອບດ້ານຕິດພັນກັບການສ້າງລາຍຮັບເຂົ້າງົບປະມານ ເພື່ອລຸດລາຍຈ່າຍເບື້ອງ ທີ່ທາງພັກ-ລັດ ແລະ ເພື່ອຮັບປະກັນສະບຽງອາຫານໃຫ້ພຽງພໍແກ່ອ້າຍນ້ອງນັກຮົບ-ທະຫານ ໄດ້ກິນອື່ມນຸ່ງອຸ່ນ, ໂດຍປະຕິບັດ 7 ລະບອບ 18 ວຽກຂອງກອງທັບ ຢ່າງຕໍ່ເນື່ອງເຂັ້ມງວດ ແລະ ປະຕິບັດຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໃນນີ້ຄະນະພັກ-ຄະນະບັນຊາກອງບັນຊາການທະຫານເມືອງນານ ກໍໄດ້ເອົາໃຈໃສ່ຊີ້ນໍາຊຸກຍູ້ດ້ານການເພີ່ມພູນຜະລິດຜົນເປັນຕົ້ນແມ່ນການປູກຝັງ-ລ້ຽງສັດ ເພື່ອສະໜອງເຂົ້າເຮືອນຄົວລວມ ແລະ ສົ່ງຂາຍອອກສູ່ທ່ອງຕະຫລາດ, ປະຕິບັດຕາມທິດ 4 ປູກ, 4 ລ້ຽງ ທີ່ກົມໃຫຍ່ພະລາທິການກອງທັບວາງອອກ ໃຫ້ກາຍເປັນຮູບປະທໍາ.
ໂດຍອີງໃສ່ທ່າແຮງ ແລະ ເງື່ອນໄຂຂອງກົມກອງຕັ້ງທັບຢູ່, ທີ່ມີດິນດອນຕອນຫຍ້າ ແລະ ແຫລ່ງນໍ້າໄຫລຜ່ານ, ເຊິ່ງເໝາະສົມໃນການປູກພືດຜັກລົ້ມລຸກຕາມລະດູການ, ໃນໄລຍະຜ່ານມາກົມກອງສາມາດຮັບປະກັນດ້ານຜັກກິນໄດ້ 95% ແລະ ຂາຍສູ່ທ່ອງຕະຫລາດ ສາມາດສ້າງລາຍຮັບໄດ້ຈໍານວນໜຶ່ງ ເຊິ່ງເປັນເງື່ອນໄຂໃນການປັບປຸງກໍ່ສ້າງພື້ນຖານໂຄງລ່າງຄ້າຍຄູສໍານັກງານອົງການ ສົມທົບກັບງົບປະມານທີ່ຂັ້ນເທິງປະກອບໃຫ້ ເພື່ອຫັນກົມກອງເຂົ້າສູ່ລະບົບທີ່ແໜ້ນໜາຖາວອນ. ນອກນີ້, ຍັງສາມາດຮັບປະກັນ ເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໄດ້ຢູ່ດີກິນດີ, ກິນເຂົ້າວັນລະ 3 ຄາບ, ອາຫານ 5-7 ເຍື່ອງຂຶ້ນໄປ.
ສະຫາຍ ພັນຕີ ອາຄຳ ພາມີໄຊ ຫົວໜ້າພະແນກພະລາທິການ ກອງບັນຊາການທະຫານເມືອງນານ ໄດ້ໃຫ້ຮູ້ຫວ່າງບໍ່ດົນມານີ້ວ່າ: ກອງບັນຊາການທະຫານເມືອງນານມີສັດລ້ຽງປະເພດງົວ, ຄວາຍ 55 ໂຕ, ແບ້-ໝູ 25 ໂຕ, ສັດປີກ 150 ກ່ວາໂຕ, ພຽງໄລຍະ 3 ເດືອນຜ່ານມາກົມກອງໄດ້ຂາຍພືດຜັກຊະນິດຕ່າງໆເປັນເງິນ 8.000.000 ກ່ວາກີບ, ສະຫາຍຍັງກ່າວຕື່ມອີກວ່າ: ວຽກງານພະລາທິການແມ່ນວຽກງານໜຶ່ງທີ່ສໍາຄັນໃນກອງທັບ, ກໍຄືຄວາມຈໍາເປັນຕົ້ນຕໍ່ໃນການລ້ຽງດູທັບ ເພື່ອຍົກລະດັບປັບປຸງແກ້ໄຂຊີວິດການເປັນຢູ່ຂອງພະນັກງານ – ນັກຮົບໃຫ້ນັບມື້ດີຂຶ້ນເປັນກ້າວໆ ເຊິ່ງສອດຄອງກັບຄໍາກອນທີ່ວ່າ: ດຸໝັ່ນຊື່ສັດ ປະຢັດມັດທະຍັດ ຄືການສ້າງຊີວິດທີ່ດີ ສ້າງພະລາທິການກັບທີ່ ກົມກອງຮັ່ງມີເຂັ້ມແຂງ.