ບຸນຊ້າງໄຊຍະບູລີ ປີ 2023 ຈະຈັດຂຶ້ນລະຫວ່າງວັນທີ 13-20 ກຸມພາ 2023

ບຸນຊ້າງໄຊຍະບູລີ ປີ 2023 ຈະຈັດຂຶ້ນລະຫວ່າງວັນທີ 13-20 ກຸມພາ 2023 - 323414871 514633060490352 8148591360060410829 n - ບຸນຊ້າງໄຊຍະບູລີ ປີ 2023 ຈະຈັດຂຶ້ນລະຫວ່າງວັນທີ 13-20 ກຸມພາ 2023
ບຸນຊ້າງໄຊຍະບູລີ ປີ 2023 ຈະຈັດຂຶ້ນລະຫວ່າງວັນທີ 13-20 ກຸມພາ 2023 - kitchen vibe - ບຸນຊ້າງໄຊຍະບູລີ ປີ 2023 ຈະຈັດຂຶ້ນລະຫວ່າງວັນທີ 13-20 ກຸມພາ 2023
ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ໃນນາມປະທານຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2023 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ, ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດວ່າ: ການຈັດງານມະຫະກໍາບຸນຊ້າງໄຊຍະບູລີ ໃນປີ 2023 ນີ້ ຖືວ່າເປັນຄັ້ງທີ16ພວກເຮົາຈະໄດ້ຈັດເປັນງານໃຫຍ່ ເຊິ່ງຈະປະກອບມີກິດຈະກຳຕ່າງໆເພື່ອໃຫ້ບັນດາທ່ານໄດ້ມາທ່ຽວ, ມາຊົມໂດຍຈະມີຊ້າງເຂົ້າຮ່ວມທັງໝົດ ຈໍານວນ 75 ໂຕ. ພ້ອມກັນນີ້ແມ່ນມີການວາງສະແດງ ແລະ ຈຳໜ່າຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ, ສິນຄ້າກະສິກຳ, ຫັດຖະກຳ, ອຸດສາຫະກຳປຸງແຕ່ງທີ່ເປັນເອກະລັກຂອງທ້ອງຖິ່ນ ພາຍໃນແຂວງ, ຕ່າງແຂວງ ແລະ ສິນຄ້າຕ່າງໆຈາກປະເທດໃກ້ຄຽງເຊິ່ງຈະເລີ່ມເປີດໃຫ້ບໍລິການນັບແຕ່ວັນທີ 13 ກຸມພາ 2023 ເປັນຕົ້ນໄປ.
ວັນທີ 15-16 ກຸມພາ 2023 ຈະເປັນພິທີຊ້ອມໃຫຍ່
ວັນທີ 17 ກຸມພາ 2023 ພິທີເຮັດບຸນຕັກບາດອຸທິດກຸສົນໃຫ້ຊ້າງ
ວັນທີ 18 ກຸມພາ 2023 ເປັນຕົ້ນໄປ ຈົນເຖິງວັນທີ20 ກຸມພາ 2023 ພິທີເປີດງານເປັນທາງການ. ຖືໂອກາດນີ້ ທ່ານເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ໄດ້ເຊີນຊວນພໍ່ແມ່ປະຊາຊົນ, ບັນດາແຂກ-ນັກທ່ອງທ່່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມພິທີເຮັດບຸນດັ່ງກ່າວດ້ວຍ.
ສ່ວນກິດຈະກໍາຫຼັກຂອງການຈັດງານແມ່ນຈະເນັ້ນກິດຈະກຳທີ່ຫຼາກຫຼາຍຕິດພັນກັບຊ້າງແລະການອະນຸລັກຊ້າງໂດຍສະເພາະການສະແດງຂອງຊ້າງຄຳຮູ້, ພິທີບາສີສູ່ຂວັນຊ້າງ, ການໃຫ້ອາຫານຊ້າງ, ຂີ່ຊ້າງຊົມເມືອງ ແລະຂະບວນການສະແດງສິລະປະວັນນະຄະດີຂອງມວນຊົນ ແລະ ການສະແດງຂອງ 8 ເຜົ່າ, ກິລາໂດດຈ້ອງຂອງກອງພັນທະຫານອາກາດ.
ພ້ອມກັນນີ້ໃນແຕ່ລະວັນຂອງໄລຍະການຈັດງານແມ່ນຈະຈັດໃຫ້ມີກິດຈະກໍາທ່ອງທ່ຽວແຫຼ່ງທຳມະຊາດທີ່ສວຍງາມ ແລະ ບ່ອນພັກແບບໂຮມສະເຕທີ່ສຳຜັດກັບບັນຍາກາດທໍາມະຊາດ, ການສະແດງວັດທະນະທໍາຂອງປະຊາຊົນ8ເຜົ່າທີ່ເປັນເອກະລັກຂອງຊາວແຂວງໄຊຍະບູລີ;
ສໍາລັບແຕ່ລະຄືນຈະມີການຄົບງັນ,ການສະແດງຄອນເສີດແລະ ສິລະປະວັນນະຄະດີຈາກພາກສ່ວນຕ່າງໆ ແລະ ການບັນເທີງອື່ນໆ.
ບຸນຊ້າງໄຊຍະບູລີ ປີ 2023 ຈະຈັດຂຶ້ນລະຫວ່າງວັນທີ 13-20 ກຸມພາ 2023 - 3 - ບຸນຊ້າງໄຊຍະບູລີ ປີ 2023 ຈະຈັດຂຶ້ນລະຫວ່າງວັນທີ 13-20 ກຸມພາ 2023
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!