ລັກຊັບພົນລະເມືອງມາຫລາຍຄັ້ງ ແຕ່ສຸດທ້າຍ ໄປບໍ່ລອດ ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ

ລັກຊັບພົນລະເມືອງມາຫລາຍຄັ້ງ ແຕ່ສຸດທ້າຍ ໄປບໍ່ລອດ ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ - 324238178 3322451024637866 1172355726566342932 n - ລັກຊັບພົນລະເມືອງມາຫລາຍຄັ້ງ ແຕ່ສຸດທ້າຍ ໄປບໍ່ລອດ ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ
ລັກຊັບພົນລະເມືອງມາຫລາຍຄັ້ງ ແຕ່ສຸດທ້າຍ ໄປບໍ່ລອດ ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ - kitchen vibe - ລັກຊັບພົນລະເມືອງມາຫລາຍຄັ້ງ ແຕ່ສຸດທ້າຍ ໄປບໍ່ລອດ ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ

ທ່ານ ພັທ ຍຸງຄຳ ສອນສິດຍະລາດ ຮອງກອງບັນຊາການ ປກສ ເມືອງວຽງຄຳ ແຂວງວຽງຈັນ ໃຫ້ຮູ້ວ່າ: ໃນທ້າຍເດືອນພະຈິກ 2022 ຜ່ານມານີ້ ໄດ້ມີພົນລະເມືອງດີມາແຈ້ງຕໍ່ເຈົ້າໜ້າທີ່ໜ່ວຍງານວິຊາສະເພາະຄະດີອາຍາ ປກສ ເມືອງວຽງຄໍາ ວ່າ: ມີຄົນບໍ່ດີໄປເຄື່ອນໄຫວລັກຊັບພົນລະເມືອງ ຢູ່ຂອບເຂດບ້ານວຽງຄໍາ ແລະ ບ້ານຖີ່ນຍຸງ, ຫຼັງຈາກໄດ້ຮັບແຈ້ງແລ້ວ ທາງຄະນະພັກຄະນະກອງບັນຊາການຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ໜ່ວຍງານວິຊາສະເພາະຄະດີອາຍາ ກອງບັນຊາການ ປກສ ເມືອງວຽງຄໍາ ສົມທົບກັບ ປກສ ກຸ່ມບ້ານປາກແຈ້ງ ລົງໄປກວດກາເກັບຂໍ້ມູນສະຖານທີ່ເກີດເຫດ ພົບເຫັນມີຮ່ອງຮອຍຄົນບໍ່ດີຕັດສາຍໄຟຟ້າແທ້ ຈໍານວນ 2 ເສັ້ນ ຍາວປະມານ 30 ແມັດ,  ຈາກນັ້ນເຈົ້າໜ້າທີ່ວິຊາສະເພາະຈຶ່ງເລັ່ງຕິດຕາມເປົ້າໝາຍເຄື່ອນໄຫວລັກຊັບດັ່ງກ່າວໃນທີ່ສຸດກໍສາມາດກັກຕົວເປົ້າໝາຍໄດ້ 1 ຄົນ ຄື: ທ້າວ ຄໍາເພົາ ອາຍຸ 37 ປີ ປະຊາຊົນຢູ່ບ້ານໂນນສະຫວ່າງ ເມືອງວຽງຄໍາ ແຂວງວຽງຈັນ ໃນວັນທີ 26 ພະຈິກ 2022 ທີ່ຜ່ານມາ ໃນຂໍ້ຫາລັກຊັບພົນລະເມືອງ ມາທໍາການສືບສວນ-ສອບສວນ.

ຜ່ານການສືບສວນ – ສອບສວນຂອງເຈົ້າໜ້າທີ່ຕໍາຫຼວດ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ໃນວັນທີ 19 ພະຈິກ 2022 ຕົນໄດ້ໄປລັກລົດຈັກຮອນດ້າ ເວບ 100  1 ຄັນ, ວັນທີ 20 ພະຈິກ 2022 ຜູ້ກ່ຽວແມ່ນໄດ້ໄປລັກລົດຈັກຊຸຊູກິ ສະແມດ 1 ຄັນ ຢູ່ໃນຂອບເຂດບ້ານວຽງຄໍາ ເມືອງວຽງຄໍາ ແຂວງວຽງຈັນ ແລ້ວເອົາຊຸກເຊື່ອງໄວ້ປ່າເພື່ອລໍຖ້າຂາຍ, ໃນວັນທີ 21 ພະຈິກ 2022 ຜູ້ກ່ຽວແມ່ນໄດ້ໄປລັກຕັດສາຍໄຟຟ້າໂປ່ມນໍ້າຊົນລະປະທານ ບ້ານວຽງຄໍາ ຍາວປະມານ 4-5 ແມັດ ນໍ້າໜັກໄດ້ 10 ກິໂລກຣາມ ແລ້ວເອົາໄປຂາຍໄດ້ເງີນຈໍານວນ 600.000 ກີບ ເງີນທີ່ໄດ້ຈາກການຂາຍທອງແດງຜູ້ກ່ຽວກໍໄດ້ໄປຊື້ຢາເສບຕິດຈໍານວນ 10 ເມັດ ແລະ ໃຊ້ຈ່າຍຫຼິ້ນກິນຟູມເຟືອຍຈົນໜົດ, ເຄື່ອງມືທີ່ຜູ້ກ່ຽວນຳໃຊ້ລັກຊັບມີ: ເລື່ອຍຕັດເຫຼັກ, ມີດ, ຄ້ອນຕີ, ມີດຕັດ ແລະ ກະແຈຈຳນວນໜຶ່ງ, ມາຮອດວັນທີ 24 ພະຈິກ 2022 ໄດ້ໄປລັກລົດຖີບໄຟຟ້າ 1 ຄັນ ຢູ່ບ້ານຖິ່ນຍຸງ ເມືອງວຽງຄໍາ ແຂວງວຽງຈັນ ແລ້ວເອົາໄປຊຸກເຊື່ອງໄວ້ໃນປ່າ, ວັນທີ 26 ພະຈິກ 2022 ຜູ້ກ່ຽວແມ່ນໄດ້ໄປລັກຕັດສາຍໄຟຟ້າໂປ່ມນໍ້າບ່ອນເກົ່າ ໄດ້ສາຍໄຟຟ້າໄປມີຄວາມຍາວປະມານ 30 ແມັດ. ໃນວັນດຽວກັນເຈົ້າໜ້າທີ່ ສາມາດກັກຕົວຜູ້ກ໋ຽວ ມາດຳເນີນຄະດີຕາມລະບຽບກົດໜາຍ, ສ່ວນລົດຈັກ 2 ຄັນ ແລະ ລົດຖີບໄຟຟ້າ 1 ຄັນ ທາງເຈົ້າໜ້າທີ່ໄດ້ເກັບກູ້ຄືນມາແລ້ວພ້ອມທັງໄດ້ມອບໃຫ້ເຈົ້າຂອງເດີມເປັນທີ່ຮຽບຮ້ອຍ

ລັກຊັບພົນລະເມືອງມາຫລາຍຄັ້ງ ແຕ່ສຸດທ້າຍ ໄປບໍ່ລອດ ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ - Visit Laos Visit SALANA BOUTIQUE HOTEL - ລັກຊັບພົນລະເມືອງມາຫລາຍຄັ້ງ ແຕ່ສຸດທ້າຍ ໄປບໍ່ລອດ ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ
ລັກຊັບພົນລະເມືອງມາຫລາຍຄັ້ງ ແຕ່ສຸດທ້າຍ ໄປບໍ່ລອດ ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ - Visit Laos Visit SALANA BOUTIQUE HOTEL - ລັກຊັບພົນລະເມືອງມາຫລາຍຄັ້ງ ແຕ່ສຸດທ້າຍ ໄປບໍ່ລອດ ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ
ລັກຊັບພົນລະເມືອງມາຫລາຍຄັ້ງ ແຕ່ສຸດທ້າຍ ໄປບໍ່ລອດ ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ - 4 - ລັກຊັບພົນລະເມືອງມາຫລາຍຄັ້ງ ແຕ່ສຸດທ້າຍ ໄປບໍ່ລອດ ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ
ລັກຊັບພົນລະເມືອງມາຫລາຍຄັ້ງ ແຕ່ສຸດທ້າຍ ໄປບໍ່ລອດ ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ - 3 - ລັກຊັບພົນລະເມືອງມາຫລາຍຄັ້ງ ແຕ່ສຸດທ້າຍ ໄປບໍ່ລອດ ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ
ລັກຊັບພົນລະເມືອງມາຫລາຍຄັ້ງ ແຕ່ສຸດທ້າຍ ໄປບໍ່ລອດ ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ - 5 - ລັກຊັບພົນລະເມືອງມາຫລາຍຄັ້ງ ແຕ່ສຸດທ້າຍ ໄປບໍ່ລອດ ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ