ຜົນສຳເລັດຂອງກົມຕຳຫຼວດຈະລາຈອນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຢູ່ແຂວງຊຽງຂວາງ

ຜົນສຳເລັດຂອງກົມຕຳຫຼວດຈະລາຈອນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຢູ່ແຂວງຊຽງຂວາງ - kitchen vibe - ຜົນສຳເລັດຂອງກົມຕຳຫຼວດຈະລາຈອນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຢູ່ແຂວງຊຽງຂວາງ

ໂດຍປະຕິບັດຕາມແຜນສົມທົບປ້ອງກັນ ສະບັບເລກທີ 249/ອປກ, ລົງວັນ ທີ 25 ຕຸລາ 2022 ຂອງອະນຸກໍາມະການປ້ອງກັນງານມະຫະກຳກິລາແຫ່ງ ຊາດ ຄັ້ງທີ XI ຢູ່ທີ່ແຂວງຊຽງຂວາງ ກົມຕຳຫຼວດຈະລາຈອນ ເລີ່ມເຂົ້າປ້ອງກັນນັບແຕ່ ວັນທີ 18 ພະຈິກ ຫາ 23 ທັນວາ ປີ 2022.

ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຢູ່ທີ່ແຂວງຊຽງຂວາງ ມີກຳລັງຕຳຫຼວດຈະລາຈອນເຂົ້າປ້ອງກັນທັງໝົດ 163 ຄົນ ຍິງ 26 ຄົນ; ໃນນີ້, ກຳລັງກົມຕຳຫຼວດຈະລາຈອນ 85 ຄົນ ຍິງ 17 ຄົນ, ປ້ອງກັນຢູ່ນະຄອນຫຼວງ 12 ຄົນ ຍິງ 4 ຄົນ, ກຳລັງຕຳຫຼວດຈະລາຈອນ ແຂວງວຽງຈັນ 25 ຄົນ, ກຳລັງຕຳຫຼວດຈະລາຈອນ ແຂວງຊຽງຂວາງ 78 ຄົນ, ພາຫະນະຮັບໃຊ້ວິຊາສະເພາະ ລວມທັງໝົດ 35 ຄັນ; ໃນນີ້, ລົດຈັກເປີດທາງ 26 ຄັນ ( ແຂວງ 6 ຄັນ ), ລົດສະຫຼາມ 9 ຄັນ ( ແຂວງ 4 ຄັນ ).

ຜົນສຳເລັດຂອງກົມຕຳຫຼວດຈະລາຈອນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຢູ່ແຂວງຊຽງຂວາງ - Visit Laos Visit SALANA BOUTIQUE HOTEL - ຜົນສຳເລັດຂອງກົມຕຳຫຼວດຈະລາຈອນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຢູ່ແຂວງຊຽງຂວາງ

ສະພາບອຸບັດເຫດທີ່ເກີດຂຶ້ນ ພາຍໃນແຂວງໄລຍະແຕ່ວັນທີ 1-22 ທັນ ວາ 2022 ມີອຸບັດເຫດເກີດຂຶ້ນ 14 ຄັ້ງ ( ສະເພາະຢູ່ເມືອງແປກ ເກີດ 8 ຄັ້ງ ), ພາຫະນະເປ່ເພ, ສົມທຽບໄລຍະກ່ອນ ແລະ ຫຼັງ ເປີດງານມະຫະກຳກິລາແຫ່ງຊາດ ຢ່າງເປັນທາງການ ໄລຍະແຕ່ວັນທີ 11-22 ທັນວາ 2022 ອຸບັດເຫດເກີດຂຶ້ນທັງໝົດ 8 ຄັ້ງ, ສົມທຽບໃສ່ ໄລຍະເປີດງານເພີ່ນຂຶ້ນ 2 ຄັ້ງ ເທົ່າກັບ 33,33%.

ສະເພາະວຽກງານຈັດລະບຽບປ້ອງກັນເປີດທາງ ກໍາລັງຕໍາຫຼວດຈະລາຈອນເປີດທາງໃຫ້ຂະບວນການນຳ, ນັກກິລາ, ນັກສະແດງ ແລະ ແຂກຕ່າງປະເທດ ໄດ້ທັງໝົດ 115 ຄັ້ງ, ເປີດທາງໃຫ້ກົມການເມືອງ 19 ຄັ້ງ, ເປີດທາງໃຫ້ຂະບວນນັກກິລາ 83 ຄັ້ງ, ເປີດທາງໃຫ້ຂະບວນນັກສະແດງ 12 ຄັ້້ງ, ນຳໃຊ້ພາຫະນະທັງໝົດ 125 ຄັນ ( ລົດສະຫຼາມ 31 ຄັນ ),ປ້ອງກັນແຂ່ງຂັນກິລາແຂ່ງລົດຖີບ 9 ຄັ້ງ ໃຊ້ກຳລັງ 70 ຄົນ, ປະຈຳຢູ່ຕາມ 3-4 ແຍກ ທັງໝົດ 20 ຈຸດ ຈໍານວນ 45 ຄົນ, ປະຈຳຢູ່ສະໜາມກິລາ 2 ຈຸດ ກຳລັງ 27 ສະ ຫາຍ.

ວຽກງານກວດກາ ບັງຄັບໃຊ້ກົດໝາຍໄດ້ຈັດຕັ້ງກຳລັງເຂົ້າປະຈຳຢູ່ເສັ້ນທາງເຂົ້າ – ອອກເມືອງ ຈໍານວນ 4 ຈຸດ ຄື: ຈຸດຄັງໄຂ, ລາດຮ້ວງ, ບ້ານຊັ້ງ ແລະ ບ້ານແລ້ງ ເຊີ່ງເລີ່ມແຕ່ວັນທີ 1 ຫາ 23 ທັນວາ 2022 ໄດ້ປະຕິບັດຕາມທິດຊີ້ນຳຂອງຂັ້ນເທີງ ກໍຄືຫຼັກການວິຊາສະເພາະ ແລະ ອີງໃສ່ລະບຽບກົດໝາຍ, ດຳລັດວ່າດ້ວຍກົດຈະລາຈອນ ພວກເຮົາສາມາດກວດກາພາຫະນະ ແລະ ຜູ້ຂັບຂີ່ ທັງໝົດ 4.211 ຄັນ, ພົບເຫັນຜູ້ລ່ວງລະເມີດ ຈຳນວນ 743 ຄົນ, ຂຽນບີນປັບໃໝ ຈໍານວນ 60 ໃບ, ກັກເອກະສານ ຈຳນວນ 6 ໃບ, ກັກລົດ ໄດ້ ຈໍານວນ 2 ຄັນ.

ເພື່ອເປັນການກຽມພ້ອມປ້ອງກັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ໃນປີ 2025 ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບຈັດງານ ກົມຕຳຫຼວດຈະລາຈອນ ຈະນຳເອົາບົດຮຽນທີ່ຖອດຖອນໄດ້ໃນຄັ້ງນີ້ໄປປັບປຸງພັດທະນາແຜນປ້ອງກັນງານມະຫະກຳກິລາແຫ່ງຊາດ ຄັ້ງຕໍ່ໄປໃຫ້ມີຄວາມສະດວກປອດໄພ ແລະ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ຊາວຄ້າຂາຍ ແລະ ທຸກຄົນໃນສັງຄົມ ຂໍຄວາມຮ່ວມມືຊ່ວຍກັນເປັນເຈົ້າການ, ມີສະຕິເຄົາລົບກົດລະບຽບຈະລາຈອນ ຢ່າງເຂັ້ມງວດ.

ຜົນສຳເລັດຂອງກົມຕຳຫຼວດຈະລາຈອນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຢູ່ແຂວງຊຽງຂວາງ - 3 - ຜົນສຳເລັດຂອງກົມຕຳຫຼວດຈະລາຈອນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຢູ່ແຂວງຊຽງຂວາງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!