ສຕລ ປະກາດຄັດເລືອກທີມຊາດ U-15 ແລະ U-23
ຈາກການເປີດເຜີຍໃນແຟນເພສທາງການຂອງ ສະຫະພັນ ບານເຕະແຫ່ງຊາດລາວ (ສຕ ລ) ໃນມື້ນີ້ມີເນື້ອໃນດັ່ງນີ້ ອີງຕາມແຜນການເຄື່ອນໄຫວ ຂອງ ສະຫະພັນບານເຕະແຫ່ງ ຊາດລາວ ປະຈຳປີ 2017 ສະ ຫະພັນບານເຕະແຫ່ງຊາດລາວ ມີຈຸດປະສົງຄັດເລືອກນັກກິລາທີ່ມີພອນສະຫວັນ ແລະ ທັກສະ ເພື່ອ ກະກຽມນັກກິລາທີມບານເຕະ ຊາຍລາວ U-15 ເຂົ້າຮ່ວມແຂ່ງ ຂັນລາຍການບານເຕະຊີງແຊ໊ມ ອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ທີ່ປະເທດໄທ ລະຫວ່າງວັນທີ 9-22 ກໍລະກົດ 2017
ການຄັດເລືອກຈະຈັດໃນລະຫວ່າງວັນທີ 20-30 ເມາສ 2017 ຢູ່ເດີ່ນສູນຝຶກຫ້ວຍຫົງ ເວ ລາ 16:00-18:00 ໂມງ.
+ ໝາຍເຫດ:
– ນັກກິລາທີ່ເຂົ້າຮ່ວມຄັດ ເລືອກທີມບານເຕະຊາຍ U-15 ຕ້ອງເກີດໃນວັນທີ 1 ມັງກອນ 2002 ຂຶ້ນໄປ.
– ນັກກິລາຕ່າງແຂວງທີ່ ຕ້ອງການມາຄັດເລືອກນັກກິລາ ໃນຄັ້ງນີ້ ສະຫະພັນບານເຕະແຫ່ງ ຊາດລາວ ແມ່ນອຳນວນຄວາມ ສະດວກທາງດ້ານທີ່ພັກ ແລະ ອາ ຫານການກິນຕະຫຼອດໄລຍະ ການຄັດເລືອກ. ແລະ ທີມບານ ເຕະຊາຍລາວ U-23 ເຂົ້າຮ່ວມ ແຂ່ງຂັນບານເຕະຊາຍຊີງແຊ໊ມ ອາຊຽນຮຸ່ນອາຍຸບໍ່:ກີນ 23 ປີ ຮອບຄັດເລືອກທີ່ ສປປ ເກົາຫຼີ ໃນລະຫວ່າງວັນທີ 20-30 ເມສາ 2017 ຢູ່ທີ່ເດີ່ນສູນຝຶກ ຫ້ວຍຫົງ ເວລາ 16:00-18:00 ໂມງ.
– ສຳລັບຜູ້ທີ່ມາຄັດເລືອກ ຈະຕ້ອງນຳເອົາເອກະສານ, ປື້ມ ສຳມະໂນຄົວ ຫຼື ໜັງສືການເດີນ ທາງ ແລະ ໃບຢັ້ງຢືນການສຶກສາ ເພື່ອເປັນຫຼັກຖານ.
ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ: 02099707053 (ກັນລະຍາ), 02054443 133 (ອຸດຕະມະ), 549183 22 (ວົງມີໄຊ).
ຂ່າວຈາກ:http://laosportnews.com.