ກຽມຈັດເທສະການສະຫວັນສຸກສັນຫັນສາ ທ້າຍເດືອນນີ້ ເພື່ອຟື້ນຟູເສດຖະກິດ ແລະ ສົ່ງເສີມການທ່ອງທ່ຽວ

ວັນທີ 9 ມັງກອນ 2023 ທີ່ເດີ່ນຕະຫລາດລາຕີນະຄອນໄກສອນ ພົມວິຫານ, ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ເຊີນຊວນມວນຊົນເຂົ້າຮ່ວມເທສະການ ສະຫວັນສຸກສັນຫັນສາ (Savan Fun Fest) ປີ 2023 ວ່າ: ເທສະການນີ້ ຈະຈັດຂຶ້ນໃນວັນທີ 24-29 ມັງກອນ 2023 ທີ່ຕົວເມືອງເກົ່າ ນະຄອນໄກສອນພົມວິຫານ ແນໃສ່ຟື້ນຟູ ແລະ ສົົ່ງເສີມການທ່ອງທ່ຽວຕິດພັນກັບການອະນຸລັກ ແລະ ຟື້ນຟູວິຖີຊີວິດຂອງປະຊາຊົນໃນເຂດເມືອງເກົ່າໂດຍສະເພາະບັນຍາກາດເກົ່າໆດ້ານວັດທະນະທໍາທີ່ມີຄຸນຄ່າ ແລະ ເປັນເອກະລັກຂອງແຂວງສະຫວັນນະເຂດ ທັງເປັນການປະຊາສໍາພັນການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
ຂະນະດຽວກັນກໍເພື່ອກະຕຸກຊຸກຍູ້ເສດຖະກິດຂອງແຂວງເວົ້າລວມ, ເວົ້າສະເພາະນະຄອນໄກສອນພົມວິຫານໃຫ້ມີບັນຍາກາດຄຶກຄື້ນທັງເປັນການສົົ່ງເສີມທຸ ລະກິດທ່ອງທ່ຽວຂອງແຂວງເຊັ່ນ: ທຸລະກິດພັກແຮມ, ຮ້ານອາຫານ-ກິນດື່ມ, ຮ້ານບັນເທີງ, ທ່ອງທ່ຽວ ແລະ ທຸລະກິດປິ່ນອ້ອມອື່ນໆ… ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນໂດຍການນໍາໃຊ້ທ່າແຮງການທ່ອງ ທ່ຽວກໍຄືສະຖາປັດຕະຍະກໍາຕາມເຮືອນ ແລະອາຄານເກົາໃນເຂດຕົວເມືອງເກົ່າໃຫ້ມີຜົນປະໂຫຍດສູງສຸດ ແນ່ໃສ່ສ້າງນະຄອນໄກສອນ ພົມວິຫານ ໃຫ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວ.
ເທສະການສະຫວັນ ສຸກສັນຫັນສາ ຈັດເປັນເທື່ອທີ 3 ແລະ ປີນີ້ເປັນປີທີ່ຍິ່ງໃຫຍ່ກວ່າປີຜ່ານມາໂດຍໄດ້ຂະຫຍາຍເນື້ອທີ່ກວ້າງກວ່າເກົ່າ, ມີຫລາຍກິດຈະກໍາທີ່ໜ້າສົນໃຈເຊັ່ນ: ຮ້ານວາງສະແດງ ແລະ ຈໍາໜ່າຍຜະລິດຕະພັນການຄ້າ, ທ່ອງທ່ຽວ, ອາຫານ ແລະ ອື່ນໆທັງພາຍໃນ ແລະ ຕ່າງປະເທດ, ການສະແດງສິ ລະປະວັດທະນະທໍາພື້ນເມືອງ ແລະ ສາກົນ, ການແຂ່ງຂັນກິລາມິນິມາລາທອນ ແລະ ແຈັດສະກີ, ລໍາວົງຢ້ອນຍຸກ, ການສາຍໜັງກາງແປນ, ສາຍໜັງປາລັດຕື້, ການສະແດງກາຍະສິນ, ວາງສະແດງພາຫະນະລົດເກົ່າ, ລົດສາມລໍ້ຖີບ, ການວາງສະແດງຮູບພາບທັດສະນີຍະພາບຕົວເມືອງເກົ່າ ແລະ ການຕົບແຕ່ງ ໂຄມໄຟຕາມເສັ້ນທາງທີ່ສ່ອງແສງໃຫ້ເຫັນບັນຍາກາດພາບອະດີດຂອງຕົວເມືອງເກົ່າ.