ນັກໂທດ-ດັດສ້າງ ເກືອບ 6.000 ຄົນຢູ່ຄ້າຍຄຸມຂັງຕານປ່ຽວ ເອົາໃຈໃສ່ຝຶກວິຊາຊີບ ແລະ ການຜະລິດ


ວັນທີ 13 ມັງກອນ 2023, ຄ້າຍຄຸມຂັງຕານປ່ຽວ ກົມຕໍາຫລວດຄຸມຂັງດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມສະຫລຸບຕີລາຄາການຈັດຕັ້ງເຄື່ອນໄຫວວຽກງານປະຈຳປີ 2022 ແລະ ວາງທິດທາງແຜນການປີ 2023 ໂດຍການເປັນປະທານຂອງທ່ານ ພັອ ພັດສະດີ ນວນອາສາ ຮອງຫົວໜ້າກົມຕຳຫລວດຄຸມຂັງດັດສ້າງຫົວໜ້າຄ້າຍຄຸມຂັງຕານປ່ຽວ, ມີທ່ານ ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕຳຫລວດຄຸມຂັງດັດສ້າງ, ບັນດາຫົວໜ້າ, ຮອງຄ້າຍຄຸມຂັງ ແລະ ພະນັກງານນັກຮົບເຂົ້າຮ່ວມ.
ທ່ານ ພັອ ພັດສະດີ ນວນອາສາ ລາຍງານວ່າ: ໄລຍະ 1 ປີຜ່ານມາ, ໄດ້ເຄື່ອນໄຫວປະຕິບັດໜ້າທີ່ວຽກງານຕາມສິດ ພາລະບົດບາດ ແລະ ເຮັດສຳເລັດໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້ໂດຍການເພີ່ມທະ ວີຄວາມສາມັກຄີພາຍໃນເປັນປຶກແຜ່ນ ທັງເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດນາຍ ແລະ ພົນຕຳຫລວດຢ່າງເປັນປົກກະຕິ ທັງໄດ້ປັບປຸງການຈັດຕັ້ງ ແລະ ຕັ້ງໜ່ວຍງານໃໝ່ຂຶ້ນ 1 ກອງພັນນ້ອຍປ້ອງກັນຂຶ້ນກັບ ຊຶ່ງມີ 1 ຫ້ອງການ ແລະ 7 ໜ່ວຍງານ. ຂະນະດຽວກັນກໍໄດ້ຈັດຕັ້ງການປ້ອງກັນເວນ ຍາມ ແລະ ປະຈຳການກຽມພ້ອມສູ້ຮົບຕະຫລອດ 24 ຊົ່ວໂມງ, ເອົາໃຈໃສ່ຕິດຕາມສະພາບພາຍໃນແລະ ພາຍນອກ ເປັນຕົ້ນການເຄື່ອນໄຫວຂອງນັກໂທດ-ຜູ້ຖືກດັດສ້າງທີ່ຜິດລະບຽບຂອງຄ້າຍເຮັດໃຫ້ພາຍໃນຄ້າຍສະຫງົບປອດໄພ ສະແດງອອກໄດ້ຂຶ້ນປ້ອມຍາມ 10 ປ້ອມ ຕະຫລອດ 24 ຊົ່ວໂມງ, ກວດກາລາດ ຕະເວນອ້ອມຄ້າຍ 12 ເທື່ອ, ສາລະເວຈຸປະຈຳການ 42 ເທື່ອ, ປ້ອງກັນນັກໂທດອອກເຄື່ອນໄຫວ ຕ່າງໆໄດ້ 752 ເທື່ອ, ປ້ອງກັນນັກໂທດໄປປີ່ນປົວລວມ 144 ເທື່ອ. ປັດຈຸບັນພາຍໃນຄ້າຍມີນັກໂທດ-ດັດສ້າງ ທັງໝົດ 5.942 ຄົນ, ຍິງ 499 ຄົນ, ດັດສ້າງ 1.294 ຄົນ, ຍິງ 31 ຄົນ. ຄຽງຄູ່ກັນນີ້ຍັງໄດ້ເອົາໃຈໃສ່ສຶກສາອົບຮົມນັກໂທດ-ດັດສ້າງ ຫລາຍຮູບ, ຫລາຍວິທີການ ພ້ອມທັງຝຶກວິຊາຊີບ ແລະ ທຳການຜະລິດ ແກ້ໄຂຊີວິດການເປັນຢູ່ໂດຍການປູກຝັງ, ຫັດຖະກຳ, ຈັກສານ, ແກະສະຫລັກໄມ້, ຜະລິດດິນບ໋ອກ, ເຟີນີເຈີ້ ແລະ ຕ່ຳຫູກ ສາມາດສ້າງລາຍຮັບໄດ້ 674 ລ້ານກວ່າກີບ, ແກ້ໄຂຊີວິດການເປັນຢູ່ພາຍໃນຄ້າຍໄດ້ຈຳນວນໜຶ່ງ.
ທ່ານ ພົຈວ ສົມລິດ ດາວຮຸ່ງສຸລິ ໄດ້ເນັ້ນໃຫ້ຄະນະຄ້າຍຄຸມຂັງເອົາໃຈໃສ່ສຶກສາອົບຮົມແນວຄິດນັກໂທດ-ດັດສ້າງ ໃຫ້ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກລັດ, ມີແນວຄິດຮູ້ສຶກກິນແໜງແຄງໃຈຕໍ່ການກະ ທຳຜິດຂອງຕົນ ແລະ ກັບກາຍເປັນຄົນດີ, ສືບຕໍ່ແກ້ໄຂໍີວິດການເປັນຢູ່ຂອງພະນັກງານນັກໂທດ-ດັດສ້າງພາຍໃນຄ້າຍໃຫ້ດີຂຶ້ນ, ສ້າງພາລະທິການກັບທີ່ດ້ວຍການປູກຝັງ, ລ້ຽງສັດ, ຜະລິດເປັນສິນຄ້າ, ສຸມໃສ່ກໍ່ ສ້າງ ແລະ ປັບປຸງພື້ນຖານໂຄງລ່າງຫ້ອງການ, ຫໍພັກ, ອາຄານກັກຂັງ, ກຳແພງ, ປ້ອມຍາມດ້ວຍການ ນໍາໃຊ້ທຶນຮອນ, ທ່າແຮງ ແລະ ເງື່ອນໄຂຄວາມສາມາດຕົວຈິງເພື່ອຮັບປະກັນຄວາມສະຫງົບປອດໄພ.