ເມືອງເມິງເພີ່ມທະວີເຝົ້າລະວັງພະຍາດໄຂ້ຍຸງລາຍ


ເນື່ອງຈາກເຫັນໄດ້ຂອງ ການລະບາດຂອງໄຂຍຸງລາຍ ຢູ່ເມືອງ ເມິງແຂວງບໍ່ແກ້ວໃນ ປີນີ້ອາດ ຈະຮ້າຍແຮງດັ່ງປີ 2013 ຜ່ານມາ ດັ່ງນັ້ນ ທ່ານເຈົ້າ ເມືອງ ຈິ່ງໄດ້ອອກຄຳສັ່ງວ່າ ດ້ວຍການປ້ອງກັນ ແລະ ສະກັດ ກັ້ນການລະບາດຂອງພະຍາດ ດັ່ງກ່າວໂດຍເນັ້ນໃຫ້ພາກສ່ວນ ກ່ຽວຂ້ອງຈົ່ງເປັນເຈົ້າການເຝົ້າ ລະວັງ ແລະ ຊ່ວຍກັນໃນການ ສະກັດກັ້ນພະຍາດດັ່ງກ່າວໃຫ້ໄດ້ ຮັບຜົນ.
+ ໄຊຍະບູລີມີຜູ້ຕິດເຊື້ອໄຂ້ຍຸງລາຍສູງເຖິງ 150 ກໍລະນີ
+ ບໍລິຄຳໄຊເປີດສັບປະດາຕ້ານໄຂ້ຍຸງລາຍ
+ ນາຍົກອອກຄໍາສັ່ງສະກັດກັ້ນການລະບາດຂອງພະຍາດໄຂ້ຍຸງລາຍ
ເນື່ອງຈາກສະພາບການ ປ່ຽນແປງຂອງດິນຟ້າອາກາດ ໃນປີນີ້ເອື້ອອຳນວຍໃຫ້ແກ່ການ ຂະຫຍາຍຕົວຂອງພະຍາດໄຂ້ ຍຸງລາຍ ແລະ ການເຄື່ອນຍ້ານ ຂອງປະຊາກອນທັງພາຍໃນ ແລະ ພາກພື້ນມີທ່າອ່ຽງເພີ້ມຂຶ້ນ ເຊິ່ງເປັນໂອກາດໃຫ້ເຊື້ອພະຍາດ ໄຂຍຸງລາຍເກີດການແພລະບາດ ໄດ້ງ່າຍ.
ດັ່ງນັ້ນເຈົ້າເມືອງຍັງໄດ້ ເນັ້ນໃຫ້ຫ້ອງການສາທາລະນະ ສຸກ, ຫ້ອງການຖະແຫລງຂ່າວ ວັດທະນຳທຳ ແລະ ທ່ອງທ່ຽວ, ຫ້ອງການສຶກສາທິການ-ກິລາ ແລະ ຫ້ອງການໂຍທາທິການ ແລະ ຂົນສົ່ງຊີ້ນຳຂະແໜງການ ຂອງຕົນອອກແຮງໂຄສະນາ, ຮັກສາອະນາໄມບ້ານເຮືອນ ແລະ ຖະໜົນຫົນທາງເພື່ອສະກັດກັ້ນ ການລະບາດຂອງຍຸງລາຍ ແລະ ມອບໃຫ້ຄະນະຮັບຜິດຊອບຂັ້ນ ເມືອງ, ຂັ້ນບ້ານຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ເປັນ ປະຈຳເພື່ອສາມາດສະຫລຸບ ລາຍງານ ແລະ ວາງມາດຕະ ການສະກັດກັ້ນໃຫ້ມີຜົນ.