ເຟເດີເຣີ ຜ່ານເຂົ້າຮອບ 8 ຄົນສຸດທ້າຍ ເຕັນນິສ ໄມອາມີ ໂອເພນ
ການແຂ່ງຂັນເຕັນນິສ ເອທີ ພີທົວ ແລະ ດັບເບິລຢູທີເອທົວ ລາຍການ ໄມອາມີ ໂອເພນ ທີ່ ເມືອງໄມອາມີ ລັດຟໍຣິດາ ສະຫະ ລັດ ອາເມຣິກາ ໃນວັນທີ 28 ມີ ນາຜ່ານມາ ເປັນການແຂ່ງຂັນປະ ເພດຊາຍດ່ຽວຮອບ 16 ຄົນສຸດ ທ້າຍ ໂຣເຈີ ເຟເດີເຣີ ມືວາງອັນ ດັບ 4 ຂອງລາຍກາຍຈາກ ສະ ວິດເຊີແລນ ຕ້ອງຫຼິ້ນເຖິງໄລ ຍະໄທເບຣກທັງ 2 ເຊັດ ກ່ອນເອົາ ຊະນະ ໂຣແບໂຕ ເບົາຕິສຕາ ອາ ກຸດ ມືວາງອັນດັບ 14 ຂອງລາຍ ການຈາກ ສະເປນ 2-0 ເຊັດ 7-6, 7-6. ຜ່ານເຂົ້າຮອບ 8 ຄົນສຸດທ້າຍ ພ້ອມສ້າງສະຖິຕິຊະ ນະເປັນນັດທີ 16 ຈາກ 17 ນັດ ໃນລະດູການນີ້ ທຽບເທົ່າສະຖິຕິ ດີທີ່ສຸດໃນອາຊີບທີ່ລາວເອງເຄີຍ ເຮັດໄດ້ເມື່ອໄລຍະດຽວກັນນີ້ ຂອງລະດູການ ຂະນະທີ່ຄູ່ຕໍ່ສູ້ ຂອງ ເຟເດີເຣີ ໃນຮອບກ່ອນຮອງ ຊະນະເລີດໄດ້ແກ່ ໂທມັສ ເບີດິດ ມືວາງອັນດັບ 10 ຂອງລາຍ ການຈາກ ສ.ເຊັກ ທີ່ເອົາຊະນະ ອາດຣຽນ ທອງນາຣິໂນ ຈາກ ຝຣັ່ງ 2-0 ເຊັດ 6-3, 7-5.
ສ່ວນ ສະແຕນ ວາວຣິນກາ ມືວາງອັນດັບ 1 ຂອງລາຍການ ຈາກ ສະວິດເຊີແລນ ພາດທ່າ ຕົກຮອບຢ່າງພິກຄາດໝາຍ ຫລັງ ເສຍໃຫ້ ອະເລັກຊານເດີ ຊະເວ ເຣຟ ດາວຣຸ່ງມືວາງອັນດັບ 16 ຂອງລາຍການຈາກ ເຢຍລະມັນ 1-2 ເຊັດ 4-6, 6-2, 6-1. ສົ່ງ ຜົນໃຫ້ນັກເຕັນນິສຈາກ ເມືອງ ເຢຍລະມັນ ຜ່ານເຂົ້າເຖິງຮອບ 8 ຄົນສຸດທ້າຍໃນທົວນາເມນລະດັບ ມາສເຕີ 1000 ໄດ້ເປັນຄັ້ງທຳ ອິດໃນອາຊີບ ໂດຍຈະຜ່ານເຂົ້າ ໄປພົບກັບ ນິກ ຄີກິອອສ ມືວາງ ອັນດັບ 12 ຂອງລາຍການຈາກ ອອສເຕຣເລຍ ທີ່ເອົາຊະນະ ດາ ວິດ ກອຟແຟງ ມືວາອັນດັບ 8 ຈາກ ເບລຢຽມ 2-0 ເຊັດ 7-6, 6-3.
ດ້ານ ຣາຟາເອລ ນາດາລ ມືວາງອັນດັບ 5 ຂອງລາຍການ ຈາກ ສະເປນ ຜ່ານເຂົ້າ 8 ຄົນສຸດ ທ້າຍໄດ້ເຊັ່ນກັນ ຫລັງເອົາຊະນະ ນິໂກລາສ ມາອູດ ຈາກ ຝຣັ່ງ 2-0 ເຊັດ 6-4, 7-6. ໂດຍກ່ອນ ຮອບຮອງຊະນະເລີດນັ້ນ ນາ ດາລ ຈະພົບກັບ ແຈັກ ຊ໊ອກ ມື ວາງອັນດັບ 13 ຂອງລາຍການ ຈາກ ສະຫະລັດ ທີ່ເອົາຊະນະ ຈາ ເຣດ ໂດນັລສັນ ໝູ່ຮ່ວມຊາດ 2-0 ເຊັດ 6-2, 6-1.
ຂະນະທີ່ ເຄອິ ນິຊິໂກຣິ ຈາກ ຢິ່ປຸ່ນ ມືວາງອັນດັບ 2 ຂອງລາຍ ການ ຕ້ອງອອກແຮງເຖິງ 3 ເຊັດ ກວ່າຈະເອົາຊະນະ ເຟເດຣິໂກ ເກລໂບນິສ ຈາກ ອາເຈນຕິນາ 2-1 ເຊັດ 6-3, 4-6, 6-3. ຜ່ານ ເຂົ້າຮອບ 8 ຄົນສຸດທ້າຍໄປພົບ ກັບ ຟາບິໂອ ຟອດນິນີ ຈາກ ອິຕາ ລີ ທີ່ເອົາຊະນະ ໂດນັລ ຍັງ ຈາກ ສະຫະລັດ 2-0 ເຊັດ 6-0, 6-4.