ປາເຢັ້ງຊາ ລໍ່ ຜູ້ສ້າງປະຫວັດສາດໜ້າໃໝ່ໃຫ້ແກ່ວົງການນາງງາມລາວ ໃນເວທີໂລກ
ຈາກສາວນ້ອຍຊົນເຜົ່າຊົນນະບົດທີ່ຍາກຈົນ ແລະ ຖືກກີດກັນດ້ວຍຮີດຄອງປະເພນີຫຼາຍຢ່າງ ແຕ່ນາງກໍສາມາດສູ້ຊົນບຸກບືນພັດທະນາຕົວເອງຈົນກາຍມາເປັນຜູ້ຍິງຄົນໜຶ່ງທີ່ມີຄວາມສາມາດຄົບຖ້ວນເກືອບທຸກຢ່າງ ບໍ່ວ່າຈະເປັນການສຶກສາ, ມາລະຍາດສັງຄົມ, ມະນຸດສຳພັນ, ການສື່ສານພາສາອັງກິດທີ່ຄ່ອງແຄ້ວ, ຂໍ້ຄິດເຫັນທີ່ນຳຍຸກສະໄໝ ແລະອື່ນໆ
ປ່າເຢັ້ງຊາ ລໍ່ ຫຼື ປ່າ ສາວເຜົ່າມົ້ງອາຍຸ 21 ປີທີ່ມາພ້ອມກັບຄວາມສາມາດແບບຄົບເຄື່ອງ. ປ່າເຢັ້ງຊາ ສ້າງປະຫວັດສາດໜ້າໃໝ່ໃຫ້ກັບວົງການນາງງາມລາວ ຫຼັງຈາກທີ່ສາມາດຜ່ານເຂົ້າຮອບ 16 ຄົນສຸດທ້າຍໄດ້ ໃນການປະກວດ Miss Universe 2022 ທີ່ນິວອໍລິນສ໌ ລັດລຸຍເຊຍນາ ສະຫະລັດອາເມລິກາ ເມື່ອວັນທີ 15 ມັງກອນ 2023. ນີ້ຖືເປັນຄັ້ງ ທໍາອິດຂອງປະເທດລາວທີ່ສາມາດຜ່ານເຂົ້າມາຮອດ ຮອບນີ້ໄດ້ ຫຼັງຈາກທີ່ສົ່ງນາງງາມເຂົ້າປະກວດມາແລ້ວ 6 ຄັ້ງ ນັບຕັ້ງແຕ່ປີ 2017 ເປັນຕົ້ນມາ.
ປ່າເຢັ້ງຊາ ລໍ່ ຕອນນີ້ກໍາລັງສຶກສາຢູ່ທີ່ ວິທະຍາໄລລາວອາເມຣິກາ (Lao-American College) ປີທີສາມ ແລະ ໄດ້ເລືອກຮຽນສາຍບໍລິຫານທຸລະກິດ. ສິ່ງທີ່ປ່າເຢັ້ງຊາເຮັດຢູ່ໃນຕອນນີ້ແມ່ນ ເປັນຄູສອນພາສາອັງກິດ, ເປັນຜູ້ຮ່ວມກໍ່ຕັ້ງກຸ່ມ Hmong Women Network ເພື່ອຊ່ວຍເຫຼືອແມ່ຍິງມົ້ງ ໂດຍສະເພາະແມ່ນເດັກຍິງຢູ່ຊົນນະບົດ. ນອກຈາກນັ້ນແລ້ວ ລາວຍັງເປັນອາສາສະໝັກຊ່ວຍເຫຼືອຜູ້ຕົກທຸກໄດ້ຍາກເຊັ່ນ: ເດັກກໍາພ້າ, ຜູ້ເຖົ້າຜູ້ແກ່, ຜູ້ທີ່ບໍ່ມີທີ່ຢູ່ອາໄສ.
ພ້ອມນັ້ນ ປ່າເຢັ້ງຊາຍັງເຄີຍກ່າວໄວ້ອີກວ່າ ຕົນເອງຢາກສະແດງຄວາມເປັນລາວໃນເວທີ Miss Universe ຜ່ານການນຸ່ງຖື ແລະ ພາສາປາກເວົ້າ ໂດດເດັ່ນທີ່ສຸດຂອງຄວາມເປັນລາວກໍຄືການນຸ່ງຖືທີ່ເປັນເອກະລັກ ເຊິ່ງມັນຈະມີຕອນຍ່າງໂຊຊຸດປະຈໍາຊາດເທິງເວທີສາກົນ ນັ້ນຈະເປັນໂຕໜຶ່ງທີ່ບົ່ງບອກຫຼາຍຢ່າງຂອງຄວາມເປັນລາວ ແລະ ການນຸ່ງສິ້ນຂອງຄົນລາວເຮົາເຊິ່ງມັນເປັນຈຸດດີຢູ່ບ່ອນວ່າເຮົາໄດ້ນຸ່ງສິ້ນເປັນປະຈໍາວັນບໍ່ວ່າຈະໄປເຮັດວຽກ, ໄປວັດໄປວາ ເຮົາກໍຍັງຮັກສານໍາໃຊ້ ມາຮອດບັດຈຸບັນນີ້.
ໃນລະຫວ່າງການປະກວດ Miss Universe 202 2 ຢູ່ສະຫະລັດອາເມລິກາ, ປ່າເຢັ້ງຊາໄດ້ສະແດງໃຫ້ທຸກຄົນເຫັນແລ້ວວ່າ ລາວສາມາດເຮັດໄດ້ຕາມທີ່ໂຕເອງ ວາງໄວ້ ທັງໃນເລື່ອງຂອງການນຸ່ງຖື ແລະ ພາສາປາກເວົ້າ ຈົນເຖິງຂັ້ນໄດ້ອອກລາຍການ-ໃຫ້ສໍາພາດຕໍ່ສື່ ທ້ອງຖິ່ນຂອງສະຫະລັດອາເມລິກາ ແລະ ການນໍາເອົາ ຊຸດປະຈໍາຊາດ ຢ່າງ ‘Symbolic of 3 Lao Ethnic Groups” ທີ່ສະແດງເຖິງເອກະລັກການນຸ່ງຖືຂອງ ຊົນເຜົ່າໃນລາວ ໂດຍສະເພາະກໍແມ່ນເຜົ່າມົ້ງ ໄປນໍາສະເໜີຕໍ່ເວທີສາກົນ.