ວັນທີ 1-3 ກັນຍານີ້ຝົນຈະສືບຕໍ່ຕົກຫລາຍຂຶ້ນ


ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 1-3 ກັນຍານີ້, ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນພັດປົກຄຸມ ປ່ອງເຂົ້າໃສ່ພາຍຸໝູນເຂດຮ້ອນ ທີ່ຈະເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນເໜືອ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຄະນອງໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ພາກເໜືອດ້ານຕາເວັນອອກ: ຝົນຍັງຈະສືບຕໍ່ຕົກໃນລະດັບຄ່ອຍຫາປານກາງ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຊຽງຂວາງ, ອຸນຫະພູມຕ່ຳສຸດ 19-21 ອົງສາ ແລະ ສູງສຸດ 30-32 ອົງສາ; ພາກເໜືອດ້ານຕາເວັນຕົກ: ຝົນຍັງຈະສືບຕໍ່ຕົກໃນລະດັບຄ່ອຍຫາປານກາງ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 23-25 ອົງສາ ແລະ ສູງສຸດ 32-34 ອົງສາ; ພາກກາງ: ຍັງຈະມີຝົນຕົກໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະພູມຕໍ່າສຸດ 22-24 ອົງສາ ແລະ ສູງສຸດ 32-34 ອົງສາ; ພາກໃຕ້: ຝົນຍັງຈະສືບຕໍ່ຕົກໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 21-23 ອົງສາ ແລ ສູງສຸດ 31-33 ອົງສາ; ນະຄອນຫລວງວຽງຈັນ: ຝົນຍັງຈະສືບຕໍ່ຕົກໃນລະດັບຄ່ອຍ ຫາ ຕົກປານກາງ, ອຸນຫະພູມຕ່ຳສຸດ 23-25 ອົງສາ ແລະ ສູງສຸດ 32-34 ອົງສາ. ຂະນະດຽວກັນ ລະຫວ່າງວັນທີ 1-3 ກັນຍານີ້, ລະດັບນ້ຳຕາມສາຂາອາດຈະສູງຂຶ້ນໄວ, ໂດຍສະເພາະຢູ່ເຂດພາກກາງ ແລະ ພາກໃຕ້.